ສູນກາງແນວລາວສ້າງຊາດ

Lao Front For National Development

ຄະນະຜູ້ແທນຂັ້ນສູງ ສນຊ ເຂົ້າຢ້ຽມຢາມພົບປະສະຫາຍ ເລຂາຄະນະພັກ ນະຄອນຫຼວງຮ່າໂນ້ຍ

ຄະນະຜູ້ແທນຂັ້ນສູງສູນກາງແນວລາວສ້າງຊາດ (ສນຊ) ນຳໂດຍ ສະຫາຍ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຢາມພົບປະ ສະຫາຍ ດິງ ຕຽນ ຢຸງ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະພັກນະຄອນຫຼວງຮ່າໂນ້ຍ ຢູ່ທີ່ສຳນັກງານຄະນະພັກນະ ຄອນຮ່າໂນ້ຍ ໃນວັນທີ 26 ເມສາ 2023;
ໃນການເຂົ້າຢ້ຽມຢາມພົບປະຄັ້ງນີ້, ການນຳຂັ້ນສູງຂອງສອງຝ່າຍໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມື ລະຫວ່າງ ສອງພັກ-ສອງລັດ ກໍ່ຄືສອງຊາດ ລາວ-ຫວຽດນາມ ເວົ້າລວມ ເວົ້າສະເພາະແມ່ນ ການຮ່ວມມືຂອງ 2 ນະຄອນຫຼວງວຽງຈັນ ແລະຮ່າໂນ້ຍ; ໃນນີ້, ສະຫາຍ ເລຂາຄະນະພັກ ໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ໂດຍຫຍໍ້ ໃຫ້ຄະນະໄດ້ຮັບຊາບ ເຊິ່ງເຫັນວ່າມີທ່າຂະຫຍາຍຕົວໃນລະດັບດີພໍສົມຄວາມ; ອັນພົ້ນເດັ່ນອີກຢ່າງໜຶ່ງໃນໄລຍະຜ່ານມາ ແມ່ນການປ້ອງກັນ ແລະສະກັດກັ້ນ ການແຜ່ລະບາດພະຍາດ ໂຄວິດ-19 ໂດຍການປະກອບສ່ວນຂອງແນວໂຮມຫວຽດນາມ ໃນການໂຄສະນາປຸກລະດົມຂົນຂວາຍປະຊາຊົນ ໃຫ້ມີສ່ວນຮ່ວມໄດ້ຮັບໝາກຮັບຜົນດີ; ພ້ອມນີ້, ຍັງໄດ້ຍົກໃຫ້ເຫັນການພັດທະນາ ລະຫວ່າງ ນະຄອນຫຼວງຮ່າໂນ້ຍ ກັບນະຄອນຫຼວງວຽງຈັນ ຕື່ມອີກ;
ໂອກາດນີ້, ປະທານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຂອບໃຈຕໍ່ຄຳເຫັນອັນຈົບງາມຂອງ ສະຫາຍ ເລຂາຄະນະພັກ ທີ່ໄດ້ຍົກໃຫ້ເຫັນບົດຮຽນສຳຄັນຫຼາຍປະການ, ຂໍສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການນຳພາຂອງຄະນະພັກນະຄອນຫຼວງຮ່າໂນ້ຍ ທີ່ຍາດມາໄດ້ໃນໄລຍະຜ່ານມາ ເຊິ່ງເປັນພື້ນທີ່ໜຶ່ງທີ່ມີການພັດທະນາໄວໃນພາກພື້ນອາຊີ ກໍຄືໃນໂລກ; ສຳລັບການພົວພັນຮ່ວມມື ລະຫວ່າງ ນະຄອນຫຼວງຮ່າໂນ້ຍ ກັບນະຄອນຫຼວງວຽງຈັນ ໄດ້ມີຫຼາຍໂຄງການທີ່ໄດ້ຮັບການຊ່ວຍເຫຼືອຈາກນະຄອນຫຼວງຮ່າໂນ້ຍ ອັນພົ້ນເດັ່ນກໍແມ່ນການຮ່ວມມືລະຫວ່າງໂຮງຮຽນການເມືອງ-ການປົກຄອງນະຄອນຫຼວງວຽງຈັນ ແລະໂຮງຮຽນບຳລຸງສ້າງພະນັກງານເລຫົ້ງຟອງ ແມ່ນດີຫຼາຍ; ການແບ່ງ ປັນບົດຮຽນໃນວຽກງານກໍ່ສ້າງພັກ, ວຽກງານຄຸ້ມຄອງລັດ, ການແກ້ໄຂບັນດາຂັ້ນຂອດບໍລິຫານ, ບັນດາພະແນກການ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ, ວິຊາການຂອງສອງນະຄອນຫຼວງ ໄດ້ແລກປ່ຽນ ແລະແບ່ງປັນບົດຮຽນນໍາກັນ ແລະອື່ນໆ; ສໍາລັບການຮ່ວມມືໃນຕໍ່ໜ້າ ສະເໜີໃຫ້ຄະນະພັກ-ອົງການປົກຄອງ ນະຄອນຮ່າໂນ້ຍ ຊຸກຍູ້ການພົວພັນຮ່ວມມື ລະຫວ່າງ ແນວໂຮມຮ່າໂນ້ຍ ກັບແນວນະຄອນຫຼວວຽງຈັນ ໃຫ້ມີການຮ່ວມມືກັນເຊິ່ງກັນ ແລະກັນຫຼາຍຂຶ້ນ ເປັນຕົ້ນແມ່ນການຝຶກອົບຮົມວຽກງານແນວໂຮມ ໃຫ້ແກ່ແນວລາວສ້າງຊາດ ນະຄອນຫຼວງຈັນ ເພື່ອປະກອບສ່ວນຢ່າງຕັ້ງ ໜ້າເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນອັນເປັນມູນເຊື້ອທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານຂອງສອງຊາດ ພວກເຮົາ.
ພາບ ແລະຂ່າວໂດຍ: ຈິດຕະພົງ ໂພທິລັກ
ໂທ: 020 5456 4982
info@lfnd.org.la | 021 213754 | (856-21) 453191