ໃນວັນທີ 16 ພຶດສະພາ 2022 ທີ່ສູນກາງແນວລາວສ້າງຊາດ, ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ພ້ອມຄະນະ ໄດ້ຕ້ອນຮັບການເຂົ້າພົບປະຢ້ຽມຢາມຂອງ ທ່ານ ເຮົາ ອາເລັງ ກຳມະການສູນກາງພັກ, ຫົວໜ້າຄະນະກຳມະການຊົນເຜົ່າແຫ່ງ ຫວຽດນາມ ແລະ ທ່ານ ເລ ຕ່ຽນ ເຈົາ ກຳມະການສູນກາງພັກ, ຮອງປະທານສູນກາງແນວໂຮມປະເທດຊາດຫວຽດນາມ ພ້ອມຄະນະ.
ທ່ານ ປະທານສູນກາງແນວລາວສ້າງຊາດ ກໍ່ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ສປປ ລາວ ຂອງສອງຄະນະໃນຄັ້ງນີ້, ຊຶ່ງເປັນການປະກອບສ່ວນເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໃຫ້ນັບມື້ແໜ້ນແຟ້ນ ແລະ ກ້າວເຂົ້າສູ່ລວງເລິກ ໂດຍສະເພາະການຮ່ວມມືລະຫວ່າງ ສູນກາງແນວລາວສ້າງຊາດ ກັບ ຄະນະກຳມະການຊົນເຜົ່າ ແລະ ສູນກາງແນວໂຮມປະເທດຊາດຫວຽດນາມ ໃຫ້ນັບມື້ເພີ່ມພູນຄູນສ້າງຂຶ້ນເລື້ອຍໆ.
ໂອກາດດັ່ງກ່າວ, ທັງສອງຄະນະ ກໍ່ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ທ່ານ ປະທານສູນກາງແນວລາວສ້າງຊາດ ພ້ອມຄະນະ ທີ່ໄດ້ຕ້ອນຮັບຢ່າງອົບອຸ່ນ ພ້ອມທັງລາຍງານຈຸດປະສົງການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຄັ້ງນີ້ ໃຫ້ທ່ານ ປະທານສູນກາງແນວລາວສ້າງຊາດ ໄດ້ຮັບຊາບ.