ເນື່ອງໃນໂອກາດທີ່ຄະນະຜູ້ແທນບັນດາສາສະໜາຕ່າງໆ ເຂົ້າຮ່ວມກອງປະຊຸມພົບປະບັນດາສາສະໜາ ໃນ ສປປ ລາວ. ໄດ້ໄປທັດສະນະຢ້ຽມຊົມ ຫໍມູນເຊື້ອ ແນວລາວສ້າງຊາດ ໂດຍການນໍາພາຂອງ ທ່ານ ຄະນອງລິດ ສີສົມບູນ ຄະນະປະຈໍາ ຫົວໜ້າກົມສາສາະໜາ, ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ນາງ ກົງແກ້ວ ທໍາມະໂຄດ ຮອງຫົວໜ້າກົມໂຄສະນາ ສູນກາງແນວລາວສ້າງຊາດ. ນໍາພາຄະນະຢ້ຽມຊົມ ໂດຍທ່ານ ຈິດຕະພົງ ໂພທິລັກ ຫົວໜ້າພະແນກຫໍມູນເຊື້ອ ກົມໂຄສະນາ ສູນກາງແນວລາວສ້າງຊາດ ຊຶ່ງໄດ້ຮັບຟັງການບັນຍາຍກ່ຽວກັບປະຫວັດຄວາມເປັນມາ, ການເຕີບໃຫຍ່ຂະຫຍາຍຕົວ, ມູນເຊື້ອ ແລະ ຜົນງານຂອງແນວລາວອິດສະຫຼະ, ແນວລາວຮັກຊາດ ແລະ ແນວລາວສ້າງຊາດ ໃນຕະຫຼອດໄລຍະ 72 ປີ ຜ່ານມາ ທີ່ຕິດພັນກັບພາລະກິດປະຕິວັດຊາດ, ການປົກປັກຮັກສາ ແລະ ສ້າງຊາດພັດທະນາປະເທດຊາດ ໃນວັນທີ 30 ມັງກອນ 2023 ນີ້.
