ໃນວັນທີ 15 ກັນຍາ 2020 ນີ້, ຄະນະວິຊາການສູນກາງສະຫະພັນກຳມະບານລາວ ນຳໂດຍທ່ານ ແສງສົມບັດ ສຸລິອ່ອນ ຫົວໜ້າພະແນກບໍລິຫານ ຫ້ອງການ ສູນກາງສະຫະພັນກຳມະບານລາວ ໄດ້ມາທັດສະນະສຶກສາ ຢູ່ຫໍມູນເຊື້ອ ແນວລາວສາ້ງຊາດ.
ໃນການມາທັດສະນະສຶກສາ ຮຽນຮູ້ປະຫວັດການເຕີບໃຫຍ່ຂະຫຍາຍຕົວ ຂອງອົງການແນວລາວສ້າງຊາດ ນັບແຕ່ປີ 1950 ຫາປະຈຸບັນ ເພື່ອແນໃສ່ເຮັດໃຫ້ພະນັກງານລຸ້ນສຶບທອດໃຫ້ກຳແໜ້ນ ແລະ ສືບຕໍ່ເສີມຂະຫຍາຍມູນເຊື້ອ ຄວາມສາມັກຄີປະຊາຊົນລາວບັນດາເຜົ່າ ໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງ.