ວັນທີ 23 ກໍລະກົດ 2021 ນີ້ ຄະນະວຽກງານປຸກລະດົມຂົນຂວາຍທົ່ວສັງຄົມ ກ່ຽວກັບການສະກັດກັ້ນ, ການຄວບຄຸມ ແລະ ປ້ອງກັນພະຍາດໂຄວິດ-19 ໄດ້ຈັດກອງປະຊຸມ ປຶກສາຫາລືຂຶ້ນ ຢູ່ຫ້ອງປະຊຸມໃຫຍ່ຊັ້ນ 2 ສູນກາງແນວລາວສ້າງຊາດ ພາຍໃຕ້ການເປັນປະທານຂອງທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ, ຫົວໜ້າຄະນະວຽກງານປຸກລະດົມຂົນຂວາຍທົ່ວສັງຄົມ, ມີພາກສ່ວນຕ່າງໆທີ່ຖືກແຕ່ງຕັ້ງໃນຄະນະດັ່ງກ່າວເຂົ້າຮ່ວມຢ່າງພ້ອມພຽງ.
ການຈັດກອງປະຊຸມຄັ້ງນີ້ ເພື່ອຜັນຂະຫຍາຍໃນການຈັດຕັ້ງປະຕິບັດ ຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບ ເລກທີ 06/ນຍ, ລົງວັນທີ 29 ມິຖຸນາ 2020 ແລະ ຄຳສັ່ງສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ກ່ຽວກັບ ການເພີ່ມທະວີມາດຕະການສະກັດກັ້ນການລະບາດ, ຄວບຄຸມ ແລະ ກຽມພ້ອມຮອບດ້ານ ເພື່ອຕ້ານພະຍາດ Covid-19 ໃຫ້ມີຜົນສຳເລັດ.
ກອງປະຊຸມໄດ້ຜ່ານຮ່າງຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບ ແລະ ການແບ່ງຄວາມຮັບຜິດຊອບຕາມພາລະບົດບາດຂອງ 6 ພາກສ່ວນອົງການ, ຮ່າງແຜນການດຳເນີນງານ ກ່ຽວກັບວຽກງານປຸກລະດົມຂົນຂວາຍທົ່ວສັງຄົມ ເຊິ່ງປະກອບມີ 3 ບາດກ້າວຄື: ບາດກ້າວກະກຽມ, ບາດກ້າວການດຳເນີນປະຕິບັດຕົວຈິງ ແລະ ບາດກ້າວສະຫຼຸບລາຍງານ. ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ຜັດປ່ຽນກັນປະກອບຄຳຄິດຄຳເຫັນ, ປຶກສາຫາລືກັນ ກ່ຽວກັບໜ້າວຽກຕ່າງໆ ແລະ ວຽກທີ່ຈະໄດ້ພ້ອມກັນສືບຕໍ່ຈັດຕັ້ງປະຕິບັດ 6 ເດືອນທ້າຍປີ 2021 ເປັນຕົ້ນ: ການສ້າງແຜນການລະອຽດເຊັ່ນ: ການກຳນົດວັນເວລາ, ການກຳນົດພື້ນທີ່ທີ່ຈະລົງ ແລະ ແຜນງົບປະມານໃນການລົງປຸກລະດົມຂົນຂວາຍ ເພື່ອເຮັດໃຫ້ການລົງປຸກລະດົມຂົນຂວາຍແຕ່ລະຄັ້ງ ມີປະສິດທິພາບປະສິດທິຜົນສູງ ໂດຍປະຕິບັດຕາມມາດຕະການຜ່ອນຜັນການຕ້ານ ແລະ ຄວາບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຂອງຄະນະສະເພາະກິດຂັ້ນສູນກາງໃນແຕ່ລະໄລຍະ.