ໃນວັນທີ 31 ກໍລະກົດ 2019 ນີ້, ພຣະອາຈານໂສພອນ ວັດຊິລາພອນ ຮອງອະທິການບໍດີ ຝ່າຍກິດຈະກຳຕ່າງປະເທດ, ມະຫາວິທະຍາໄລມະຫາຈຸລາລົງກອນລາກຈັກວິທະຍາໄລ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ຮສ ດຣ ສົມອົກ ກິ່ງສະດາ ຮອງປະທານ ສູນກາງແນວລາວສ້າງຊາດ ຜູ້ຊີ້ນຳວຽກງານສາສະໜາ ທີ່ສູນກາງແນວລາວສ້າງຊາດ.
ອົງການພຸດທະສາສະໜາ ແລະ ອົງການແນວລາວສ້າງຊາດ ໄດ້ມີການພົວພັນການມາເປັນເວລາດົນນານ ໃນການພົບປະຄັ້ງນີ້, ໄດ້ປືກສາຫາລືຕໍ່ກັບຄະນະນໍາການຈັດງານບຸນວິສາຂະບູຊາເພື່ອເປັນການຍົກລະດັບໃນການຮ່ວມກັນເປັນເຈົ້າພາບຈັດງານສົ່ງເສີມຄວາມສໍາພັນຂອງອົງການພຸດທະສາສະໜາໃນ ສປປ ລາວ ເຂົ້າສູ່ລະດັບສາກົນ ອີງໃສ່ມະຫາຈຸລາທີ່ຈັດງານເປັນຜູ້ຊໍານານໃນດ້ານເທດສະການໂດຍສະເພາະເປັນຜູ້ຊີ້ນໍາໃນການຈັດງານບຸນວິສາຂະບູຊາຂອງ ສສ ຫວຽດນາມໃນເດືອນສິງຫາ ປີຜ່ານມານີ້, ໄດ້ມີຄະນະນໍາຈາກ ອພສ ສູນກາງ ແລະ ຈາກສູນກາງແນວລາວສ້າງຊາດໄດ້ມີການຖອດຖອນບົດຮຽນແນະນໍາຫຼາຍດ້ານ.
ການມາຢ້ຽມຢາມຄັ້ງນີ້, ມີວັດຖຸປະສົງເພື່ອເປັນການຄົ້ນຄວ້າສ້າງເງື່ອນໄຂຄວາມເປັນໄປໄດ້ໃນການມອບດຸດສະດີບັນດິດໃຫ້ແກ່ປະທານສູນກາງແນວລາວສ້າງຊາດ; ການຮ່ວມມືທາງດ້ານການສຶກສາໂດຍສະເພາະແມ່ນການຍົກລະດັບຂອງບຸກຄະລາກອນສົງ ແລະ ຄະຣາວາດ ເພື່ອເປັນການສ້າງຄວາມເຂັ້ມແຂງໃນກິດຈະກໍາການສົ່ງເສີມພຣະພຸດທະສາສະໜາ ແລະ ເປັນການປະກອບສ່ວນຢ່າງຕັ້ງໜ້າເສີມຂະຫຍາຍສາຍພົວພັນມິດຕະພາບ ລະຫວ່າງສອງພັກ-ສອງລັດເວົ້າລວມ, ເວົ້າສະເພາະແມ່ນສອງອົງການພຸດທະສາສະໜາ ລາວ-ໄທ ໃຫ້ມີບາດກ້າວໃໝ່ເລື້ອຍໆ.