ວັນທີ 4 ມິຖຸນາ 2020 ນີ້, ຄະນະພັກສູນກາງແນວລາວສ້າງຊາດ ໄດ້ຈັດກອງປະຊຸມຄົ້ນຄ້ວາ ແລະ ປະກອບຄຳເຫັນຕໍ່ເນື້ອໃນເອກະສານກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໂດຍການເປັນປະທານຂອງສະຫາຍ ຄຳໃບ ດຳລັດ ກຳມະການສູນກາງພັກ ຮອງເລຂາຄະນະພັກ ຮອງປະທານສູນກາງແນວລາວສ້າງຊາດ ມີບັນດາສະຫາຍຄະນະພັກ, ບັນດາສະຫາຍເລຂາ, ຮອງເລຂາໜ່ວຍພັກອ້ອມຂ້າງຄະນະພັກສູນກາງແນວລາວສ້າງຊາດເຂົ້າຮ່ວມ ທີ່ສູນກາງແນວລາວສ້າງຊາດເຊິ່ງ ມີສາມເອກະສານຄື: ບົດສຳມະນາວິທະຍາສາດການປັບປຸງລະບົບການປົກ ຄອງທ້ອງຖີ່ນ-ຮາກຖານຢູ່ ສປປ ລາວ, ບົດສັງລວມຫຍໍ້ເນື້ອໃນກອງປະຊຸມສຳມະນາຫົວຂໍ້ວິ ທະຍາສາດທີ 2 , ການປະຕິຮູບຂອດບໍລິຫານລັດທີ່ກົດໜ່ວງຖ່ວງດຶງການດຳເດີນທຸລະກິດ ແລະ ບໍລິການປະຊາຊົນ, ມີເອກະສານຈຸດພິເສດດ້ານທີ່ຕັ້ງ ແລະ ຍະໂຍບາຍເຊື່ອມຈອດເຊື່ອມ ໂຍງເສດຖະກິດ ຂອງ ສປປ ລາວ.
