ສູນກາງແນວລາວສ້າງຊາດ ຮ່ວມກັບ ອົງການກາແດງລາວ ໄດ້ຈັດກິດຈະກໍາ ບໍລິຈາກເລືອດຊ່ວຍເຫລືອສັງຄົມ ໃນໂອກາດ ຂໍ່ານັບຮັບຕ້ອນ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ ແລະ ວັນສໍາຄັນຂອງຊາດ ພາຍໃຕ້ຄໍາຂວັນ ບໍລິຈາກເລືອດ “ແມ່ນຮັກຊາດ ແລະ ພັດທະນາ” ໂດຍການເປັນປະທານ ຂອງທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະ ທານສູນກາງແນວລາວສ້າງຊາດ, ທ່ານ ຮສ ດຣ. ສິງ ເມໂນລາດ ຮອງປະທານອົງການກາແດງລາວ ມີພະນັກງານ-ລັດຖະ ກອນ, ນັກ ຮຽນ-ນັກສຶກສາ, ທະຫານ-ຕໍາຫຼວດ ແລະ ມວນຊົນ ເຂົ້າຮ່ວມທີ່ສູນກາງແນວລາວສ້າງຊາດ ໃນວັນທີ 6 ກຸມພາ 2020 ນີ້.
ໃນພິທີ ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ກ່າວເປີດຂະບວນການບໍລິ ຈາກເລືອດຊ່ວຍເຫຼືອສັງຄົມວ່າ: ການບໍລິຈາກເລືອດເປັນກິດຈະກໍາໜຶ່ງ ຈັດຂຶ້ນເພື່ອແນ່ໃສ່ສ້າງຈິດສໍານຶກໃຫ້ແກ່ຊັ້ນຄົນຕ່າງໆ ໃນສັງຄົມ ແລະ ເພື່ອເປີດໂອກາດໃຫ້ຫຼາຍພາກສ່ວນໄດ້ມີໂອກາດເຂົ້າຮ່ວມ ຊຶ່ງເອີ້ນວ່າສັບປະດາບໍລິຈາກເລືອດ ເພື່ອຕ້ອນ ຮັບວັນສໍາຄັນຂອງຊາດ, ທັງເປັນການຊ່ວຍກອບກູ້ເອົາຊິວິດ ຜູ້ເຈັບເປັນທີານອນຮັກສາຕົວຢູ່ຕາມໂຮງໝໍແຫ່ງຕ່າງໆ ໃນຂອບເຂດທົ່ວປະເທດ; ພ້ອມທັງເປັນການສ້າງຂະບວນການຂໍ່ານັບຮັບຕ້ອນວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີທີ່ຈະມາເຖິງນີ້ ແລະ ວັນສໍາຄັນຕ່າງໆຂອງຊາດ.
ໃນໂອກາດດັ່ງກ່າວ, ເຫັນໄດ້ເຖິງຄວາມສໍາຄັນ ແລະ ຈໍາເປັນຂອງການບໍລິຈາກເລືອດຊ່ວຍເຫຼືອສັງຄົມ ເຊິ່ງລັດຖະ ບານ ແຫ່ງ ສປປ ລາວ ໄດ້ຮັບຮອງການບໍລິຈາກເລືອດ-ສົ່ງເລືອດ ເປັນນະໂຍບາຍຂອງລັດຖະບານ ນັບແຕ່ປີ 1995 ເປັນ ຕົ້ນມາ. ຫລັງຈາກນັ້ນ, ການບໍລິຈາກເລືອດແບບສະໝັກໃຈໂດຍບໍ່ຮຽກຮ້ອງຄ່າຕອບແທນໄດ້ຖືກຍອມຮັບຈາກສັງຄົມລາວ ແລະ ຈຳນວນຜູ້ເຂົ້າຮ່ວມບໍລິຈາກເລືອດໃນແຕ່ລະປີແມ່ນມີຈຳນວນເພີ່ມຂຶ້ນ ແຕ່ເຖິງຢ່າງໃດກໍ່ຕາມ ໃນເງື່ອນໄຂສັງຄົມໃນປັດຈຸປັນຍັງມີຄວາມຮຽກຮ້ອງຕ້ອງການເລືອດນັບມື້ນັບເພີ່ມຂຶ້ນ ຊຶ່ງບາງໄລຍະຢູ່ສູນເລືອດກໍມີເລືອດຈຳກັດ, ບໍ່ສາມາດຕອບສະໜອງ ໃຫ້ຄົນເຈັບ, ເປັນຕົ້ນແມ່ນໄລຍະມີໄພພິບັດ, ເກີດອຸບັດຕິເຫດໃຫຍ່ ແລະ ອື່ນໆ… ຍ້ອນເຫັນໄດ້ຄວາມສຳຄັນດັ່ງກ່າວ, ສູນກາງແນວລາວສ້າງຊາດ ຮ່ວມກັບ ອົງການກາແດງລາວ ໄດ້ຈັດກິດຈະກຳບໍລິຈາກເລືອດຊ່ວຍເຫຼືອສັງຄົມ ໃນວັນສໍາຄັນຂອງພັກ-ຂອງລັດ ພາຍໃຕ້ຄຳຂວັນ: “ບໍລິຈາກເລືອດ ແມ່ນຮັກຊາດ ແລະ ພັດທະນາ” ຂຶ້ນ ເພື່ອສະແດງກ້ອນກຳລັງມະ ຫາສາມັກຄີທົ່ວປວງຊົນທັງຊາດ ເຂົ້າຮ່ວມພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພ້ອມກັນນຳພາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ໃນປີ 2020. ຄວາມສາມັກຄີປອງດອງທົ່ວປວງຊົນແມ່ນປັດໃຈໜຶ່ງຕັດສິນການຄົງຕົວ ແລະ ຂະຫຍາຍຕົວຂອງຊາດໜຶ່ງ; ແນວລາວສ້າງຊາດ ຮັບຮູ້ເຖິງບົດບາດຂອງມະຫາຊົນແມ່ນຜູ້ຕັດສິນປະຫວັດສາດ. ດັ່ງນັ້ນ, ໜຶ່ງຍົດເລືອດ ແມ່ນໜຶ່ງນ້ຳໃຈຂອງທ່ານ ເພື່ອຊ່ວຍກັນພັດທະນາຊາດ ກ້າວຂຶ້ນສູ່ຄວາມຮຸ່ງເຮືອງສີວິໄລ.
ນະໂອກາດອັນມີຄວາມໝາຍສຳຄັນນີ້, ຂໍຕາງໜ້າຄະນະກຳມະການສູນກາງແນວລາວສ້າງຊາດ ກໍຄືຄະນະຮັບຜິດຊອບຈັດ ງານໃນຄັ້ງນີ້ ຂໍສະແດງຄວາມຂອບໃຈມາຍັງຄະນະນຳກະຊວງ-ອົງການອ້ອມຂ້າງສູນກາງ ແລະ ນະຄອນຫຼວງ ຕະ ຫຼອດຮອດພະນັກງານ-ລັດຖະກອນ, ນັກຮຽນ-ນັກສຶກສາ, ທະຫານ, ຕຳຫຼວດ, ປະຊາຊົນລາວບັນດາເຜົ່າ ແລະ ຊັ້ນຄົນຕ່າງໆ ທີ່ໄດ້ມາຮ່ວມຂະບວນການບໍລິຈາກເລືອດຊ່ວຍສັງຄົມໃນມື້ນີ້ ແລະ ຂໍຂອບໃຈຕໍ່ບັນດາທ່ານທີ່ມີຈິດໃຈອຸປະຖຳທັງວັດຖຸ ແລະ ຈິດ ໃຈຊ່ວຍງານຂອງພວກເຮົາໃນຄັ້ງນີ້. ພ້ອມນີ້, ໃນພິທີຍັງໄດ້ມີການມອບໃບກຽດຕິຄຸນໃຫ້ບັນດາທ່ານ ທີ່ເຂົ້າຮ່ວມບໍລິຈາກເລືອດ.
