ສູນກາງແນວລາວສ້າງຊາດ

Lao Front For National Development

ຊາວໜຸ່ມ ສູນກາງແນວລາວສ້າງຊາດ ເຂົ້າອວຍພອນ ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ

ເນື່ອງໃນໂອກາດສະເຫຼີມສະຫຼອງປີໃໝ່ສາກົນ 2021ແລະ ຊົມເຊີຍກອງປະຊຸມໃຫຍ່ຜູ້ແທນຊາວຫນຸ່ມທົ່ວປະເທດ ຄັ້ງທີ VIII,  ຄະນະບໍລິຫານງານຊາວໜຸ່ມ ສູນກາງແນວລາວສ້າງຊາດ ນຳໂດຍ ສະຫາຍ ວັນດີ ຈັນສົມບັດ ຮອງຫົວໜ້າກົມຊົນເຜົ່າ ສູນກາງແນວລາວສ້າງຊາດ, ກຳມະການຄະນະບໍລິຫານງານສູນກາງຊາວຫນຸ່ມປະຊາຊົນປະຕິວັດລາວ ຊຸດທີ VIII, ເລຂາຄະນະບໍລິຫານງານຊາວໜຸ່ມ ສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນ ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຊຸດເກົ່າ ແລະ ຊຸດໃໝ່  ໃນວັນທີ 30 ທັນວາ 2020 ນີ້ ຢູ່ທີ່ສຳໜັກງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ.

info@lfnd.org.la | 021 213754 | (856-21) 453191