ສະຫາຍ ຄຳຫຼ້າ ລີ້ງນະສອນ ເກີດເມື່ອ ວັນທີ 15/07/1954 ທີ່ບ້ານກັນຫວ່າງ, ເມືອງແບງ, ແຂວງອຸດົມໄຊ. ເປັນບຸດຂອງ ທ່ານ ຫລັງ ແລະ ນາງ ແຊ້ມ ; ສະຫາຍໄດ້ສ້າງຄອບຄົວກັບ ນາງ ອ່ອນແສງ ລີ້ງນະສອນ, ມີລູກນຳກັນ 04 ຄົນ, ຊາຍ 3 ຄົນ ແລະ ຍິງ 1 ຄົນ. ປະຈຸບັນຢູ່ບ້ານໜອງວຽງຄຳ, ຮ່ອມ 14, ໜ່ວຍ 47, ເມືອງໄຊທານີ, ນະຄອນຫລວງວຽງຈັນ.
ການເຄື່ອນໄຫວປະຕິວັດແຕ່ລະໄລຍະ ໂດຍຫຍໍ້ດັ່ງນີ້:
ປີ 1957 – 1971 ເປັນນັກຮຽນຢູ່ບ້ານກັນຫວ່າງ, ເມືອງແບ່ງ, ແຂວງອຸດົມໄຊ.
ປີ 1971 – 1973 ເປັນທະຫານກອງຫຼອນປະຈຳຢູ່ຕາແສງບ້ານ ເມືອງແບ່ງ, ແຂວງອຸດົມໄຊ.
ປີ 1973 – 1975 ຮຽນບັນຊີການເງິນຊັ້ນຕົ້ນຢູ່ ແຂວງອຸດົມໄຊ.
ປີ 1975 – 1978 ຖືກຊັບຊ້ອນເຂົ້າເຮັດວຽກຢູ່ຫ້ອງວ່າການປົກຄອງແຂວງ, ເປັນໃກ້ສິດ-ຕິດຕໍ່
ໃຫ້ເຈົ້າແຂວງອຸດົມໄຊ (ທ່ານ ບຸນທັນ ວັນນະພົນ), ທັງຖືກມອບໝາຍເປັນ
ພະນັກງານການເງິນບໍລິຫານ ຢູ່ຫ້ອງວ່າການປົກຄອງ ແຂວງອຸດົມໄຊ.
ປີ 1978 – 1979 ຖືກຊັບຊ້ອນໄປບຳລຸງວັດທະນະທຳ ຢູ່ໂຮງຮຽນວັດທຳທະນະທຳ
ແຂວງອຸດົມໄຊ.
ປີ 1979 – 1987 ຖືກຊັບຊ້ອນໄປຮຽນທິດສະດີຊັ້ນສູງຢູ່ ສສ ຫວຽດນາມ.
ປີ 1987 – 1990 ລົງກໍ່ສ້າງຮາກຖານຢູ່ແຂວງໄຊຍະບູລີ (ໄລຍະປັບປຸງແຂວງໄຊຍະບູລີ).
ປີ 1990 – 1997 ຖືກແຕ່ງຕັ້ງເປັນຮອງປະທານກວດກາພັກ-ລັດແຂວງອຸດົມໄຊ.
ປີ 1997 – 2002 ຖືກແຕ່ງຕັ້ງເປັນກຳມະການພັກແຂວງ, ຫົວໜ້າພະແນກແຮງງານສະ
ຫວັດດີການສັງຄົມແຂວງອຸດົມໄຊ.
ປີ 2002 – 2005 ຖືກແຕ່ງຕັ້ງເປັນກຳມະການພັກແຂວງ ທັງເປັນເລຂາພັກເມືອງ-ເຈົ້າ
ເມືອງຮຸນ, ແຂວງອຸດົມໄຊ.
ປີ 2005 – 2010 ຖືກແຕ່ງຕັ້ງເປັນຮອງເລຂາພັກແຂວງ ທັງເປັນຫົວໜ້າຄະນະຈັດຕັ້ງ
ແຂວງອຸດົມໄຊ.
ປີ 2010 – 2015 ກອງປະຊຸມໃຫຍ່ຄັ້ງທີ Ⅸ ຂອງພັກ ສະຫາຍ ໄດ້ຮັບເລືອກຕັ້ງ
ເປັນກຳມະການສູນກາງພັກ ທັງຖືກແຕ່ງຕັ້ງເປັນເລຂາພັກແຂວງ
ເຈົ້າແຂວງອຸດົມໄຊ.
ປີ 2015 – 2020 ຖືກແຕ່ງຕັ້ງເປັນຮອງປະທານສູນກາງແນວລາວສ້າງຊາດ ສະໄໝທີ
Ⅹ, ເປັນຮອງປະທານສະມາຄົມມິດຕະພາບລາວ-ສປປ ເກົາຫຼີ.
ວັນທີ 04 ມິຖຸນາ 2020 ຍ້ອນສຸຂະພາບ ແລະ ອາຍຸກະສຽນ ສະຫາຍຈຶ່ງໄດ້ຂໍອອກພັກການ
ຮັບອຸດໜູນບຳນານ ຕາມລະບຽບການຂອງພັກ-ລັດ.