ສູນກາງແນວລາວສ້າງຊາດ

Lao Front For National Development

ຊຸກຍູ້ວຽກງານສິ່ງແວດລ້ອມ ແລະ ວຽກງານສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຢູ່ແຂວງອັດຕະປື

ລະຫວ່າງວັນທີ 27 ກັນຍາ-2 ຕຸລາ 2020 ນີ້, ຄະນະວິຊາການ ສູນກາງແນວລາວສ້າງຊາດ ນໍາໂດຍ ທ່ານ  ນາງ ມະນີວັນ ແກ້ວໂກມິນ ຮອງຫົວໜ້າກົມຊົນເຜົ່າ ສູນກາງແນວລາວສ້າງຊາດ, ຫົວໜ້າໂຄງການສ້າງຄວາມເຂັ້ມແຂງໃຫ້ແນວລາວສ້າງຊາດ ໄດ້ເກັບກຳຂໍ້ມູນ ແລະ ລົງຊຸກຍູ້ວຽກງານສ້າງບ້ານຂຽວສະອາດງາມຕາ ແລະ ວຽກງານຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຢູ່ແຂວງອັດຕະປື.

ໃນການເຄື່ອນໄຫວເຮັດວຽກຄັ້ງນີ້, ຄະນະໄດ້ເຂົ້າພົບ ທ່ານ ບຸນໂຮມ ພົມມະສານ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດ ແຂວງອັດຕະປື ແລະ ໄດ້ລາຍງານຈຸດປະສົງການໄປເຮັດວຽກຄັ້ງນີ້ ໃຫ້ທ່ານໄດ້ຮັບຊາບ. ພ້ອມກັນນັ້ນ, ຄະນະກໍ່ໄດ້ເຮັດວຽກນຳແນວລາວສ້າງຊາດ ແລະ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ; ໄດ້ລົງເຮັດວຽກນຳແນວລາວສ້າງຊາດ ແລະ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ 3 ເມືອງຄື: ເມືອງຊານໄຊ, ເມືອງສະໜາມໄຊ ແລະ ເມືອງພູວົງ  ພ້ອມທັງເກັບກຳຂໍ້ມູນຂະບວນການສ້າງຄອບຄົວ ແລະ ບ້ານ ສາມັກຄີປອງດອງ, ຂຽວສະອາດງາມຕາ ແລະ ເກັບກຳຂໍ້ມູນວຽກງານການອອກໃບຕາດິນຖາວອນ ຂອງປະຊາຊົນ ຢູ່ແຕ່ລະບ້ານເປົ້າໝາຍ 3 ເມືອງດັ່ງກ່າວ ລວມທັງໝົົດ 9 ບ້ານຄື: ສົມບູນ, ບ້ານໃໝ່ນາກອກ ແລະ ບ້ານມູນ ເມືອງຊານໄຊ; ບ້ານໄຊດອນໂຂງ, ບ້ານໜອງຫິນ ແລະ ບ້ານໃຫ່ຍມິດສຳພັນ ເມືອງສະໜາມໄຊ; ບ້ານວັງຍາງ, ບ້ານພູໂຮມ ແລະ ບ້ານພູໄຊ ເມືອງພູວົງ.

ໂອກາດດັ່ງກ່າວ, ທ່ານ ນາງ ມະນີວັນ ແກ້ວໂກມິນ ກໍໄດ້ເຜີຍແຜ່ແຈ້ງການແນະນໍາກ່ຽວກັບການຈັດຕັ້ງປະຕິບັດ ໂຄງການສ້າງຄວາມເຂັ້ມແຂງໃຫ້ແນວລາວສ້າງຊາດ ໃນການສົ່ງເສີມ ແລະ ປົກປ້ອງສິດຜົນປະ ໂຫຍດ ຂອງປະຊາຊົນບັນດາເຜົ່າ ໃຫ້ມີສ່ວນຮ່ວມໃນການຄຸ້ມຄອງ, ນຳໃຊ້ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແບບຍືນຍົງ ສະບັບເລກທີ 080/ຄປຈ, ລົງວັນທີ 29 ຕຸລາ 2019; ເຜີຍແຜ່ຂໍ້ຕົກລົງວ່າດ້ວຍມາດຕະຖານສ້າງຄອບຄົວ ແລະ ບ້ານຂຽວສະອາດງາມຕາ ຂອງໂຄງການສ້າງຄວາມເຂັ້ມແຂງໃຫ້ແນວລາວສ້າງຊາດ ສະບັບເລກທີ 75/ຄປຈ, ລົງວັນທີ 7 ພະຈິກ 2019, ເຜີຍແຜ່ຂໍ້ຕົກລົງຂອງຄະນະກຳມະການສູນກາງແນວລາວສ້າງຊາດ ວ່າດ້ວຍມາດຕະຖານຄອບຄົວ ແລະ ບ້ານສາມັກຄີປອງດອງ ສະບັບເລກທີ 127/ສນຊ, ລົງວັນທີ 19 ເມສາ 2017 ໃຫ້ແນວລາວສ້າງຊາດແຂວງ, ເມືອງ, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ ແລະ ອົງການປົກຄອງ 9 ບ້ານຂອງ 3 ເມືອງດັ່ງກ່າວ. ເພື່ອເຮັດໃຫ້ແຕ່ລະພາກສ່ວນສາມາດຮັບຮູ້ ແລະ ເຂົ້າໃຈຕໍ່ບັນດາເນື້ອໃນຂອງເອກະສານດັ່ງກ່າວ ແລະ ນຳໄປຈັດຕັ້ງປະຕິບັດຢູ້ຂັ້ນທ້ອງຖິ່ນຮາກຖານໃຫ້ໄດ້ຮັບຜົນສຳເລັດເປັນກ້າວໆ. ພອ້ມກັນັ້ນ, ກໍໄດ້ມີການປະກອບຄຳຄິດຄຳເຫັນແລກປ່ຽນຢ່າງກົງໄປກົງມາ ຕໍ່ບັນດາເນື້ອໃນເອກະສານດັ່ງກ່າວ.

info@lfnd.org.la | 021 213754 | (856-21) 453191