ວັນທີ 25 ພຶດສະພາ 2020 ຜ່ານມານີ້, ຄະນະປະສານງານ ຊຸກຍູ້ໂຄງການຜລິດກະສິກຳເປັນສິນຄ້າ ຂອງສູນກາງແນວລາວສ້າງຊາດ ຮ່ວມກັບກຸ່ມບໍລິສັດພົງສະຫວັນ ຈຳກັດ ໄດ້ລົງເຄື່ອນໄຫວເຮັດວຽກ ຢູ່ ແຂວງຈຳປາສັກ, ຄະນະດັ່ງກ່າວ ໄດ້ເຂົ້າພົບ ປອ ວິໄລວົງ ບຸດດາຄໍາ, ເລຂາພັກແຂວງ, ເຈົ້າແຂວງໆ ຈໍາປາສັກ. ໃນໂອກາດດັ່ງກ່າວ ທ່ານເຈົ້າແຂວງ ໄດ້ສະແດງຄວາມຊົມເຊີຍ ແລະ ຝາກຄວາມຂອບອົກຂອບໃຈ ມາຍັງທ່ານປະທານ ສູນກາງແນວລາວສ້າງຊາດ ທີ່ເປັນຫ່ວງເປັນໃຍນຳແຂວງຈຳປາສັກ ແລະ ໄດ້ຢິບຍື່ນໂອກາດທີ່ດີໃຫ້ແກ່ປະຊາຊົນ ຂອງແຂວງຈຳປາສັກ. ພາຍຫຼັງ ໄດ້ຮັບຟັັງການລາຍງານຈຸດປະສົງຂອງຄະນະ ທີ່ລົງມາເຄື່ອນໄຫວແລ້ວ ທ່ານ ມະໄລທອງ ກົມມະສິດ, ຮອງເຈົ້າ ແຂວງໆ ຈຳປາສັກ ໄດ້ຍົກໃຫ້ເຫັນ ສະພາບການ ແລະ ແຜນພັດທະນາຂອງແຂວງຈຳປາສັກ ໃຫ້ກັບຄະນະໄດ້ຮັບຟັງ ແລະ ໃນຕອນທ້າຍການພົບປະ ທ່ານເຈົ້າແຂວງເຫັນວ່າ ວຽກງານທີ່ຄະນະລົງມາເຄື່ອນໄຫວ ແມ່ນຕົງກັບແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງຈຳປາສັກ ແລະ ໄດ້ສະເໜີເອົາ 5 ເມືອງ ຄື: ເມືອງປາກຊ່ອງ, ເມືອງຊະນະສົມບູນ, ເມືອງຈຳປາສັກ, ເມືອງສຸຂຸມາ ແລະ ເມືອງປະທຸມພອນ ໃຫ້ຄະນະລົງເຄື່ອນໄຫວ ຕາມຈຸດປະສົງ ແລະ ເປົ້າໝາຍ; ທ່ານ ເຈົ້າແຂວງ ໄດ້ມອບໝາຍໃຫ້ທ່ານ ຮອງເຈົ້າແຂວງ, ທ່ານປະທານແນວລາວສ້າງຊາດແຂວງ ເຮັດວຽກຮ່ວມ, ອຳນວຍຄວາມສະດວກໃຫ້ຄະນະ ແລະ ໃຫ້ຊີ້ນຳຄະນະນຳເມືອງ, ພະແນກການ, ຫ້ອງການທີ່ກ່ຽວຂ້ອງ ໃຫ້ຄວາມຮ່ວມມື ເພື່ອເຮັດວຽກໃຫ້ ໄດ້ປະສິດທິຜົນສູງ
