ກົມໂຄສະນາ ສູນກາງແນວລາວສ້າງຊາດຊາດ ໄດ້ຈັດກອງປະຊຸມຝຶກອົບຮົມທັກສະນັກປາຖະກະຖາ ໃຫ້ພະ ນັກງານແນວລາວສ້າງຊາດ 2 ແຂວງພາກກາງ ແລະ 4 ແຂວງພາກໃຕ້ ໂດຍການເປັນປະທານຂອງທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ; ເຂົ້າຮ່ວມມີ ທ່ານ ສຸກກະເສີມ ອຸດອນ ຮອງປະທານແນວລາວສ້າງຊາດ ແຂວງຄຳມ່ວນ, ບັນດາທ່ານຮອງປະທານແຂວງ ທັງ 06 ແຂວງ, ແນວລາວສ້າງຊາດເມືອງທ່າແຂກ ພ້ອມດ້ວຍສຳມະນາກອນ ເຂົ້າຮ່ວມ ຈຳນວນ 40 ທ່ານ, ຍິງ 25 ທ່ານ. ໃນລະຫວ່າງວັນທີ 28-29 ກັນຍາ 2023 ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງ ແຂວງຄຳມ່ວນ.

ຊຸດຝຶກອົບຮົມຄັ້ງນີ້, ມີພາກທິດສະດີ ໂດຍມີເອກະສານທີ່ສຳຄັນເປັນຕົ້ນແມ່ນ ຄຸນລັກສະນະຂອງນັກປາຖະ ກະຖາ, ທັກສະນັກປາຖະກະຖາ; ສິລະປະການປາກເວົ້າ, ໜ້າທີ່, ວິທີປາຖະກະຖາ ຂອງນັກປາຖະກະຖາ ສະເໜີໂດຍວິທະຍາກອນທີ່ມາຈາກຄະນະໂຄສະນາອົບຮົມສູນກາງພັກ; ພ້ອມນີ້, ໄດ້ແລກປ່ຽນບົດກ່ຽວກັບການນໍາທ່ຽວຫໍມູນ ເຊື້ອ ຂອງແນວລາວສ້າງຊາດ; ໃນນັ້ນ, ໃນພາກປະຕິບັດຕົວຈິງ ໄດ້ຈັດແບ່ງເປັນກຸ່ມ ຄົ້ນຄວ້າ ແລະ ກະກຽມເນື້ອໃນ ບົດປາຖະກະຖາ ແລະ ໄດ້ເລືອກເອົາຕົວແທນຂອງກຸ່ມຂຶ້ນປາຖະກະຖາ ທົດລອງໃນແຕ່ລະຫົວຂໍ້; ຈາກນັ້ນ, ໄດ້ປະກອບຄຳຄິດຄຳເຫັນ, ແລກປ່ຽນບົດຮຽນຕົວຈິງ ຢ່າງກົງໄປກົງມາ ເຮັດໃຫ້ສຳມະນາກອນໄດ້ຮັບຮູ້, ເຂົ້າໃຈ ຢ່າງເລິກເຊິ່ງຕໍ່ກັບວຽກງານໂຄສະນາ-ປາຖະກະຖາ ໂດຍສະເພາະ ໂຄງບົດປາຖະກະຖາ, ການເປັນຈັດຕັ້ງພິທີ, ການເຮັດ ໜ້າທີ່ປາຖະກະຖາ; ນອກຈາກນີ້, ສຳມະນາກອນໄດ້ໄປທັດສະນະສຶກສາສະຖານປະຫວັດສາດ ທີ່ເປັນມູນເຊື້ອ ຂອງແຂວງຄຳມ່ວນຕື່ມອີກ.
ໂອກາດນີ້, ທ່ານ ຈັນທະວົງ ແສນອາມາດມົນຕີ ໄດ້ເປັນໃຫ້ກຽດໂອ້ລົມຊຸດຝຶກອົບຮົມ ເຊິ່ງທ່ານໄດ້ຍ້ອງຍໍຊົມເຊີຍ ຕໍ່ວິທະຍາກອນ ແລະ ບັນດາທ່ານສໍາມະນາກອນທີ່ເຂົ້າຮ່ວມຝຶກອົບຮົມ ທີ່ໄດ້ເອົາໃຈໃສ່ ຕິດຕາມ ຮັບຟັງການບັນຍາຍເອກສານ, ການຄົ້ນຄວ້າ ແລະ ການປະກອບຄຳຄິດຄຳເຫັນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ທີ່ມີຄວາມຫຼາກຫຼາຍ; ໃນນີ້, ທ່ານໄດ້ເນັ້ນໃຫ້ເອົາໃຈໃສ່ສ້າງຄວາມເຂັ້ມແຂງໃຫ້ພະນັກງານ ທີ່ເຮັດວຽກງານໂຄສະນາແຕ່ລະຂັ້ນ ໃຫ້ມີຄວາມເຕີບໃຫຍ່, ເຂັ້ມແຂງທັງທາງດ້ານການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານແນວໂຮມ ໂດຍສະເພາະແມ່ນການບໍາລຸງສ້າງພະນັກງານຮຸ່ນສືບທອດ ໃຫ້ມີຄວາມສາມາດ ໃນວຽກງານປາຖະກະຖາ ໃຫ້ເປັນກະບອກສຽງ ແລະ ເຄື່ອງມືທີ່ສໍາຄັນ ໃນການພັດທະນາອົງການແນວລາວສ້າງຊາດ ໂດຍສະເພາະ ແມ່ນພະນັກງານຮຸ່ນໜຸ່ມ ທີ່ກໍາລັງເຄື່ອນໄຫວວຽກງານ ໃນທ່າມກາງສະພາບການປ່ຽນແປງ ແລະ ຍຸກສະໄໝດີຈິຕອນນີ້ ຕ້ອງໄດ້ມີທັກສະໃນການເວົ້າ, ການເຈລະຈາ ແລະ ການປະຕິສໍາພັນ ທີ່ມີລະບົບ, ມີຫຼັກການ, ວິທີການທີ່ແນ່ນອນ ແລະ ໄດ້ນໍາເອົາບົດຮຽນ, ຄວາມຮູ້, ທັກສະ, ປະສົບການ ທີ່ໄດ້ຮັບຈາກການຝຶກອົບຮົມຄັ້ງນີ້ໄປຜັນຂະຫຍາຍ ເຂົ້າສູ່ການປະຕິບັດວຽກງານຕົວຈິງທີ່ຕົນໄດ້ຮັບຜິດຊອບໃຫ້ມີປະສິດທິພາບ ແລະ ປະສິດທິຜົນ; ໂດຍສະເພາະ 04 ການຫັນປ່ຽນໃໝ່ ວຽກງານແນວໂຮມ, ຈັດຕັ້ງປະຕິບັດວຽກງານ 04 ຮ່ວມ ແລະ ຄົ້ນຄວ້າວິທີພັດທະນາບຸກຄະລາກອນ ຂອງແນວລາວສ້າງຊາດ ໃຫ້ເປັນຜູ້ປະກອບດ້ວຍມາດຕະຖານ 04 ເສີມສ້າງ: ເສີມສ້າງຄຸນນະວຸດ, ຄຸນນະທໍາ, ຄຸນງາມຄວາມດີ ແລະ ເສີມສ້າງຄວາສາມັກຄີ.
ພາບ-ຂ່າວ: ຄຳຜາຍ
