ກົມຊັ້ນຄົນ-ການຈັດຕັ້ງສັງຄົມ ສູນກາງແນວລາວສ້າງຊາດ ແລະ ແນວລາວສ້າງຊາດແຂວງຫຼວງນ້ຳທາ ໄດ້ຈັດກອງປະຊຸມຊຸກຍູ້ວຽກງານແນວໂຮມ ໃຫ້ພະນັກງານແນວລາວສ້າງຊາດແຂວງ ແລະ 5 ເມືອງ ໂດຍການເປັນປະທານຂອງ ທ່ານ ເຍ່ຍເກີຢ່າ ໜໍ່ຈໍ່ຈົງຕົວ ຮອງປະທານສູນກາງແນວລາວສ້າງຊາດ; ເຂົ້າຮ່ວມມີທ່ານ ບຸນປີ ໄລປະເສີດ ກຳມະການພັກແຂວງ ປະທານແນວລາວສ້າງຊາດແຂວງ, ບັນດາປະທານແນວລາວສ້າງຊາດ 5 ເມືອງ, ກຳມະການສູນກາງແນວລາວສ້າງຊາດປະຈຳແຂວງ, ກຳມະການແນວແຂວງ, ຫົວໜ້າຂະແໜງ ແລະ ອົງການຈັດຕັ້ງມະຫາຊົນຂັ້ນແຂວງ ເຂົ້າຮ່ວມທັງໝົດ ຈຳນວນ 42 ທ່ານ, ຍິງ 15 ທ່ານ; ໃນວັນທີ 8 ພະຈິກ 2023 ທີ່ຫ້ອງປະຊຸມພະແນກສາທາລະນະສຸກແຂວງຫຼວງນ້ຳທາ.
