ກົມໂຄສະນາ ສູນກາງແນວລາວສ້າງຊາດ ຈັດກອງປະຊຸມຝຶກອົບຮົມຍົກລະດັບ ຄວາມຮູ້ກ່ຽວກັບການຜະລິດລາຍການວິທະຍຸ ໃຫ້ພະນັກງານແນວລາວສ້າງຊາດ 12 ແຂວງ ຢູ່ ແຂວງໄຊຍະບູລີ ໂດຍການເປັນປະທານຂອງທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ ຜູ້ຊີ້ນໍາວຽກງານໂຄສະນາ, ເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາສີ ແພງສະຫວັນ ຄະນະປະຈໍາພັກແຂວງ, ປະທານແນວລາວສ້າງຊາດແຂວງໄຊຍະບູລີ, ມີທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາສູນກາງພັກ, ຫົວໜ້າບັນນາທິການໜັງສືພິມ ປະຊາຊົນ ແລະ ສໍາມະນາກອນທີ່ມາຈາກ ສູນກາງແນວລາວສ້າງຊາດ ແລະ 12 ແຂວງເຂົ້າຮ່ວມ ໃນວັນທີ 15-17 ພຶດສະພາ 2023.
ກອງປະຊຸມຝຶກອົບຮົມຄັ້ງນີ້, ເພື່ອເປັນການຍົກລະດັບຄວາມຮູ້ ໃນການຜະລິດລາຍການວິທະຍຸໃຫ້ມີການຫັນປ່ຽນໃໝ່ ເພື່ອເຮັດໃຫ້ລາຍວິທະຍຸຂອງແນວລາວສ້າງຊາດມີຄຸນນະພາບສູງຂຶ້ນ, ໄດ້ຮຽນຮູ້ ການເປັນໂຄສົກວິທະຍຸ, ການອອກຂ່າວ ແລະ ຫຼັກການສໍາພາດຂ່າວ. ພ້ອມກັນນີ້ໄດ້ຈັດເປັນກຸ່ມ ເພື່ອທົດລອງຕົວຈິງໃນການອ່ານຂາວ ແລະ ໄດ້ແລກປ່ຽນຄຳຄິດຢ່າງກົງໄປກົງມາ.
ໃນໂອກາດນີ້, ທ່ານ ຈັນທະວົງ ແສນອາມາດມົນຕີ ໄດ້ສະແດງຄວາມຂອບໃຈຕໍ່ທ່ານປະທານແນວລາວສ້າງຊາດແຂວງ, ວິທະຍາກອນ, ຄະນະຮັບຜິດຊອບໂດຍສະເພາະແມ່ນກົມໂຄສະນາ ແລະ ນັກສໍາມະນາກອນທຸກທ່ານ, ທີ່ໄດ້ເອົາໃຈໃສ່ເຂົ້າຮ່ວມກອງປະຊຸມຝຶກອົບຮົມຄວາມຮູ້ກ່ຽວກັບການຜະລິດລາຍການວິທະຍຸ ທີ່ໄດ້ດໍາເນີນເປັນເວລາ 2 ວັນເຕັມ ແລະ ໄດ້ສໍາເລັດລົງຕາມຄາດໝາຍວາງໄວ້. ນອກຈາກນັ້ນ, ທ່ານໄດ້ເນັ້ນໃຫ້ນັກສໍາມະນາກອນ ທີ່ມາຝຶກອົບຮົມຄັ້ງນີ້, ນໍາເອົາບົດຮຽນຄັ້ງນີ້, ໄປຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈິງ ແລະ ເປັນບ່ອນອີງໃນການປັບປຸງວຽກງານວິທະຍຸຂອງຕົນໃຫ້ມີຄວາມອຸດົມສົມບູນ ແລະ ມີການຫັນປ່ຽນໃໝ່ຂຶ້ນເລື້ອຍໆ.
ບກ: ກົງແກ້ວ ທໍາມະໂຄດ
ຂ່າວ: ໄຊວ່າງ
ພາບ: ດວງມະນີ