ສະຫາຍ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະພັກ ປະທານສູນກາງແນວລາວສ້າງຊາດ (ສນຊ) ໄດ້ປະກອບຄຳເຫັນໃນຫົວຂໍ້ “ການປຸກລະດົມຍົກສູງຈິດໃຈຮັກຊາດ ແລະ ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນຂອງທົ່ວປວງຊົນລາວທັງຊາດ” ຕໍ່ກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດ ຄັ້ງທີ V ໃນວັນທີ 17 ພະຈິກ ນີ້ວ່າ: “ການປຸກລະດົມຍົກສູງຈິດໃຈຮັກຊາດ ແລະ ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນຂອງທົ່ວປວງຊົນລາວທັງຊາດ” ເປັນຫົວຂໍ້ທີ່ມີຄວາມ ໝາຍສໍາຄັນຢ່າງເລິກເຊິ່ງ ແລະ ກວ້າງຂວາງ. ສະນັ້ນ ຈຶ່ງໄດ້ນໍາເອົາ 2 ຈິດໃຈດັ່ງກ່າວມາແລກປ່ຽນສົນທະນາໃນກອງປະຊຸມຄັ້ງນີ້: ຢາກແລກປ່ຽນເຖິງຄວາມເຂົ້າໃຈວິທະຍາສາດການເມືອງກ່ຽວກັບນໍ້າໃຈຮັກຊາດ ແລະ ຄວາມສາມັກຄີເປັນປຶກແຜ່ນແມ່ນແນວໃດ?, ໃນສະພາບສິ່ງແວດລ້ອມທີ່ສັງຄົມມີຄວາມຫຍຸ້ງຍາກໃນປັດຈຸບັນ, ພວກເຮົາຈະພ້ອມກັນເຮັດວຽກງານປຸກລະດົມຂົນຂວາຍເພື່ອຍົກສູງນໍ້າໃຈຮັກຊາດ ແລະ ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນຂອງທົ່ວປວງຊົນລາວທັງຊາດແນວໃດຈຶ່ງຈະໄດ້ຮັບຜົນດີ.
ໃນນັ້ນກ່ຽວກັບຄວາມເຂົ້າໃຈວິທະຍາສາດການເມືອງຕໍ່ນໍ້າໃຈຮັກຊາດ ແລະ ຄວາມສາມັກຄີເປັນປຶກແຜ່ນຄື: ຄວາມເຂົ້າໃຈທົ່ວໄປກ່ຽວກັບນໍ້າໃຈຮັກຊາດ ແລະ ຄວາມສາມັກຄີເປັນປຶກແຜ່ນ, ນໍ້າໃຈຮັກຊາດ: ໝາຍເຖິງຈິດໃຈຮັກລະບອບປະຊາທິປະໄຕ ປະຊາຊົນ, ຮັກມູນເຊື້ອຂອງຊາດ, ຮັກວັດທະນະທໍາ-ຮີດຄອງປະເພນີອັນດີງາມຂອງຊາດ, ຮັກບັນພະບູລຸດ ແລະ ການນໍາທີ່ດີເດັ່ນຂອງປະເທດຊາດ, ມີອຸດົມການທີ່ຖືກຕ້ອງ, ມີສະຕິຊາດ, ເປັນເຈົ້າຕົນເອງ, ເພິ່ງຕົນເອງ, ກຸ້ມຕົນເອງ, ມີຄວາມດຸໝັ່ນ, ຄວາມອົດທົນ ແລະ ມີສະຕິເຄົາລົບລະບຽບ-ກົດໝາຍ, ຄວາມສາມັກຄີເປັນປຶກແຜ່ນ: ມັນສະແດງອອກໃນການຜູກພັນ, ການພົວພັນ, ການຮັກແພງຊ່ວຍເຫຼືອຊຶ່ງກັນ ແລະ ກັນໃນການພັດທະນາເສດຖະກິດ-ສັງຄົມ, ມີຄວາມໄວ້ເນື້ອເຊື່ອໃຈ, ເຄົາລົບນັບຖືໃຫ້ກຽດກັນ ແລະ ຈິງໃຈຕໍ່ກັນ.
ທ່ານກ່າວຕື່ມວ່າ: ທັດສະນະຂອງພັກເຮົາກ່ຽວກັບນໍ້າໃຈຮັກຊາດ ແລະ ຄວາມສາມັກຄີເປັນປຶກແຜ່ນ ຊຶ່ງຍາມໃດພັກກໍໄດ້ຖືວຽກງານຮັກຊາດ ແລະ ຄວາມສາມັກຄີເປັນປຶກແຜ່ນເປັນບັນຫາສໍາຄັນຕັດສິນໄຊຊະນະຂອງການປະຕິວັດ. ພົ້ນເດັ່ນແມ່ນກອງປະຊຸມໃຫຍ່ ຄັ້ງທີ VII ຂອງພັກໄດ້ໃຫ້ທັດສະນະວ່າການເພີ່ມທະວີຄວາມສາມັກຄີທົ່ວປວງຊົນເປັນໜ້າທີ່ຍຸດທະສາດພື້ນຖານຍາວນານຂອງປະເທດເຮົາ, ກ່ອນອື່ນໝົດຕ້ອງສຶກສາອົບຮົມນໍ້າໃຈຮັກຊາດ ເອກະພາບ, ນໍ້າໃຈສາມັກຄີຮັກຫອມຕອມຕຸ້ມກັນໃນປວງຊົນລາວ ເໝືອນດັ່ງອ້າຍເອື້ອຍນ້ອງຮ່ວມອຸທອນໃນຄອບຄົວດຽວກັນ. ໃນກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ກໍໄດ້ມີທັດສະນະວ່າ: ການເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາຂອງທົ່ວປວງຊົນລາວພາຍໃຕ້ການນໍາພາຂອງພັກ ເປັນກໍາລັງແຮງຊະນະເລີດ ແລະ ເປັນປັດໄຈພື້ນຖານໃຫ້ແກ່ການສ້າງ ແລະ ຮັກສາສະຖຽນລະພາບທາງການເມືອງ ແລະ ຄວາມສະຫງົບທາງສັງຄົມ, ຮັບປະກັນໃຫ້ແກ່ການປົກປັກຮັກສາໝາກຜົນຂອງການປະຕິວັດ ແລະ ຜືນແຜ່ນດິນອັນຄົບຖ້ວມຂອງປະເທດຊາດໃຫ້ໝັ້ນຄົງກໍຄືການສ້າງສາພັດທະນາປະເທດຊາດໃຫ້ບັນລຸຕາມຈຸດໝາຍທີ່ກໍານົດໄວ້.
ອີກທັດສະນະໜຶ່ງຂອງພັກໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງຜູ້ແທນແນວລາວສ້າງຊາດທົ່ວປະເທດວ່າ: ການສ້າງຄວາມສາມັກຄີປອງດອງແມ່ນໝາກຫົວໃຈສໍາຄັນເພື່ອຕ້ານ ແລະ ສະກັດກັ້ນຄວາມແຕກແຍກໃນສັງຄົມ ເພາະວ່າຄວາມແຕກແຍກໃນສັງຄົມມັນເປັນໄພອັນຕະລາຍຕໍ່ສະຖຽນລະພາບຂອງປະເທດຊາດ, ຕໍ່ສິດຜົນປະໂຫຍດອັນຊອບທໍາຂອງປະຊາຊົນ. ດັ່ງນັ້ນ, ການສຶກສາອົບຮົມໃຫ້ປະຊາຊົນບັນດາເຜົ່າມີຄວາມສາມັກຄີເພື່ອສ້າງສະຕິຊາດທີ່ເປັນເອກະພາບ, ມີຄວາມຖະໜອມຫອມຮັກ, ຊ່ວຍເຫຼືອຊຶ່ງກັນ ແລະ ກັນຈຶ່ງສາມາດແກ້ໄຂໄດ້ບັນຫາໄພອັນຕະລາຍດັ່ງກ່າວ, ພວກເຮົາຮັບຮູ້ ແລະ ຢືນຢັນໄດ້ວ່ານໍ້າໃຈຮັກຊາດ ແລະ ຄວາມສາມັກຄີເປັນປຶກແຜ່ນແມ່ນຊັບສິນ, ມໍລະດົກ ແລະ ມູນເຊື້ອທີ່ລໍ້າຄ່າຂອງພັກ-ລັດ ແລະ ປະຊາຊົນ. ດັ່ງນັ້ນ, ພວກເຮົາຕ້ອງສືບຕໍ່ຈັດຕັ້ງຜັນຂະຫຍາຍການສຶກສາອົບຮົມນໍ້າໃຈຮັກຊາດ ແລະ ຄວາມສາມັກຄີເປັນປຶກແຜ່ນໃນທົ່ວສັງຄົມລາວແຕ່ຮາກຖານມາຮອດວົງຄະນາຍາດແຫ່ງຊາດ, ໂດຍບໍ່ຈໍາແນກຊົນເຜົ່າ, ສາສະໜາ ຊັ້ນຄົນ ແລະ ພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດ. ສ້າງໃຫ້ໄດ້ກ້ອນກໍາລັງມະຫາສາມັກຄີພ້ອມກັນສ້າງສາ ແລະ ພັດທະນາປະເທດຊາດຕາມແນວທາງຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ.