ໃນວັນທີ 13 ມີນາ 2020 ນີ້, ທີ່ສູນຝຶກອົບຮົມສູນກາງແນວລາວສ້າງຊາດ ໄດ້ຈັດກອງປະຊຸມຖອດຖອນ ບົດຮຽນ ການຈັດງານບຸນປະເພນີບັນດາເຜົ່າ ປີ 2020 ໂດຍການເປັນປະທານຂອງທ່ານ ຄໍາໃບ ດໍາລັດ ກໍາມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ (ຜູ້ຊີ້ນໍາວຽກງານຊົນເຜົ່າ) ມີບັນດາທ່ານຫົວໜ້າ-ຮອງຫົວໜ້າກົມ, ຫ້ອງການ, ສູນ ແລະ ຜູ້ຕາງໜ້າມາຈາກ 4 ແຂວງພາກກາງ, ຈາກກະຊວງ-ອົງການອ້ອມຂ້າງສູນກາງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ໄດ້ຮັບຟັງບົດນສະຫຼຸບຕີລາຄາໂດຍຫຍໍ້ດ້ານຕັ້ງໜ້າ-ຫຍໍ້ທໍ້, ບົດຮຽນຖອດຖອນໄດ້ ກ່ຽວກັບການຈັດງານບຸນປະເພນີຂອງບັນດາຊົນເຜົ່າ ປະຈໍາປີ 2020; ຮັບຟັງການລາຍງານສະພາບການຈັດງານບຸນປະເພນີຂອງບັນດາຊົນເຜົົ່າເປັນຕົ້ນ: ບຸນປີໃໝ່ລາວ, ບຸນບັ້ງໄຟ, ບຸນພະເວດ, ບຸນທາດຫຼວງ, ບຸນກິນຈຽງ ແລະ ບຸນອື່ນໆ, ນະຄອນຫຼວງວຽງຈັນ, ບໍລິຄໍາໄຊ, ວຽງຈັນ ແລະ ໄຊສົມບູນ; ເປັນການປຶກສາຫາລື-ແລກປ່ຽນບົດຮຽນລະຫວ່າງສູນກາງ ແລະ ທ້ອງຖິ່ນກໍ່ຄືບັນດາກະຊວງອົງການກ່ຽວຂ້ອງ ໃນໄລຍະຜ່ານມາ ເພື່ອເປັນບ່ອນອີງໃນການວາງແຜນ, ການອອກນິຕິກໍາຕ່າງໆໃນຕໍ່ໜ້າ ພ້ອມກັນນີ້, ຜູ້ເຂົ້າຮ່ວມກອງປະຊຸມໄດ້ມີການສົນທະນາ-ແລກປ່ຽນບົດຮຽນຢ່າງກົງໄປກົງມາດ້ວຍບັນຍາກາດສ້າງສັນ.
ໃນໂອກາດນີ້, ທ່ານ ຄໍາໃບ ດໍາລັດ ໄດ້ສະຫຼຸບສັງລວມຄໍາເຫັນ ແລະ ຊົມເຊີຍຕໍ່ຄະນະຮັບຜິດຊອບ ທີ່ໄດ້ເອົາໃຈໃສ່ຫ້າງຫາກະກຽມ, ປະສານສົມທົບກັບພາກສ່ວນຕ່າງໆ ອັນໄດ້ເຮັດໃຫ້ກອງປະຊຸມສາມາດຈັດຂຶ້ນຕາມແຜນການທີ່ວາງໄວ້ ແລະ ທ່ານໄດ້ໃຫ້ຮູ້ວ່າ: ການຈັດງານບຸນຕ່າງໆທີ່ກ່າວມານັ້ນເຫັນວ່າກໍ່ຫຼາຍດ້ານທີ່ດີໂດຍສະເພາະແມ່ນການສົ່ງເສີມ, ອະນຸລັກ ແລະ ໂຄສະນາເຜີຍແຜ່ ຮີດຄອງປະເພນີຂອງບັນດາເຜົ່າໃຫ້ຊາວໂລກໄດ້ຮັບຮູ້ແນໃສ່ສົ່ງເສີມການທ່ອງທ່ຽວຢູ່ປະເທດເຮົາ ຄຽງຄູ່ກັບດ້ານດີກໍ່ເຫັນວ່າຍັງມີປະກົດການຫຍໍ້ທໍ້ຈໍານວນໜຶ່ງເກີດຂຶ້ນ ເປັນຕົ້ນແມ່ນບັນຫາການດື່ມສິ່ງມືນເມົາເປັນເຫດໃຫ້ເກີດອຸບັດຕິເຫດຕາມທ້ອງຖະໜົນ, ມີການຫຼິ້ນການພະນັນ, ເຮັດບໍ່ຖືກຕາມໄລຍະເວລາທີ່ກໍານົດໄວ້ ແລະ ບັນຫາອື່ນໆເກີດຂຶ້ນ. ສະນັ້ນ, ສູນກາງແນວລາວສ້າງຊາດ ຈຶ່ງໄດ້ປືກສາຫາລືກັນ ແລະ ຈັດຕັ້ງກອງປະຊຸມນີ້ຂຶ້ນ ເພື່ອຖອດຖອນບົດຮຽນໃນການຈັດງານບຸນປະເພນີຂອງບັນດາຊົນເຜົ່າໃນໄລຍະຜ່ານມາ ພ້ອມທັງວາງທິດທາງໃນການປັບປຸງໃຫ້ດີຂຶ້ນກວ່າເກົ່າໃນຕໍ່ໜ້າ.