ໃນຕອນບ່າຍ ວັນທີ 10 ພຶດສະພາ 2023, ທ່ານ ສິນລະວົງ ຄຸດໄພທູນ ກົມການເມືອງສູນກາງພັກ , ປະທານ ສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະ ເປັນກຽດຕ້ອນຮັບທ່ານ ໂຄດາມະ ປະທານກອງທຶນການສຶກສາສາກົນໂຄດາມະ ແລະ ຄະນະໂພສະນາການແຫ່ງຊາດຍີ່ປຸ່ນ ທີ່ສູນກາງແນວລາວສ້າງຊາດ.
ການເຂົ້າມາພົບປະໃນຄັ້ງນີ້ໄດ້ຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບດ້ານໂພສະນາການຂອງປະເທດຍີ່ປຸ່ນ, ເພື່ອຂະຫຍາຍຄວາມຮູ້ດ້ານໂພສະນາການໃນການໃຊ້ຊິວິດປະຈໍາວັນໃຫ້ຖືກຕ້ອງຕາມຫຼັກການເພື່ອຮັກສາສຸຂະພາບໃຫ້ແຂງແຮງ, ອາຍຸຍືນ ແລະ ເພື່ອຢາກປຶກສາກັບປະເທດລາວໃນການຮ່ວມມືກັນດ້ານວຽກງານໂພສະນາການ ນອກນັ້ນ, ຍັງໄດ້ປຶກສາກັບກະຊວງສາທາລະນະສຸກ, ກະຊວງສຶກສາທິການ ແລະ ກິລາ ເພື່ອຮ່ວມມືກັນ ເຮັດໃຫ້ປະຊາຊົນລາວບັນດາເຜົ່າໄດ້ຮັບການຢູ່-ການກິນອາຫານ ຖືກຕ້ອງຕາມຫຼັກການດ້ານໂພສະນາການ.
ໂອກາດນີ້ ທ່ານ ປະທານ ສນຊ ຍັງໄດ້ຕີລາສູງດ້ານວຽກງານໂພສະນາການ ເຊິ່ງມີຄວາມສໍາຄັນຫຼາຍທີ່ສຸດ ເປັນຕົ້ນແມ່ນການກິນອາຫານໃຫ້ຖືກຕ້ອງຕາມຫຼັກການຫຼັກວິທີ ແລະ ສະໜັບສະໜູນຕໍ່ການສະເໜີຮ່ວມມືນໍາ 2 ກະຊວງດັ່ງກ່າວ ແລະ ທ່ານ ປະທານ ສນຊ ໄດ້ສະແດງຄວາມຂອບໃຈຕໍ່ຄະນະທີ່ໄດ້ນໍາບົດຮຽນ ແລະ ປະສົບການຢູ່ຍີ່ປຸ່ນໃຫ້ໄດ້ຮັບຟັງໃນຄັ້ງນີ້.