ສູນກາງແນວລາວສ້າງຊາດ

Lao Front For National Development

ທ່ານປະທານສູນກາງແນວລາວສ້າງຊາດ ຢ້ຽມຢາມແຂວງບໍລິຄຳໄຊ

ທ່ານ ປອ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະໄດ້ລົງຢ້ຽມຢາມ ແລະ ພົບປະພະນັກ ງານຫຼັກແຫຼ່ງແຂວງ, ແນວລາວສ້າງຊາດ, ບັນດາອົງການຈັດຕັ້ງ ພາຄີຂອງແນວລາວສ້າງຊາດ, ໂດຍການຕ້ອນຮັບຂອງທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ, ທ່ານ ບຸນຄຳ ໄຊເຍ່ຍລໍ່ວື, ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ ພ້ອມດ້ວຍພະນັກງານການນຳຂັ້ນແຂວງ, ໃນວັນທີ 22 ກໍລະກົດ 2021 ທີ່ສະໂມສອນແຂວງບໍລິຄໍາໄຊ.
ໂອກາດນີ້, ທ່ານປະທານແນວລາວສ້າງຊາດແຂວງ ໄດ້ລາຍງານສະພາບການເຄື່ອນໄຫວວຽກງານ 6 ເດືອນ ຕົ້ນປີ 2021 ໂດຍຫຍໍ້ ເຊິ່ງເນື້ອໃນບາງຕອນວ່າ: ແຂວງບໍລິຄຳໄຊ ປະກອບມີ 7 ເມືອງ, ມີ 284, ມີ 55,716 ຄອບ ຄົວ, ມີ 18 ຊົນເຜົ່າທີ່ດຳລົງຊີວິດຢູ່ຮ່ວມກັນດ້ວຍຄວາມສາມັກຄີປອງດອງ; ໃນນີ້, ທ່ານໄດ້ຍົກໃຫ້ເຫັນກ່ຽວກັບຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຂອງແນວລາວສ້າງຊາດ, ປັດຈຸບັນທົ່ວແຂວງມີຄອບຄົວທີ່ ຖືກຮັບ ຮອງເປັນຄອບຄົວສາມັກຄີປອງດອງແລ້ວ 43,331 ຄອບຄົວ ເທົ່າກັບ 89,54%, ບ້ານສາມັກຄີປອງດອງ 263 ເທົ່າກັບ 92,61% ແລະ ເມືອງທີ່ປະກາດຮັບຮອງແລ້ວ 4 ເມືອງ ຄື: ເມືອງທ່າພະບາດ, ປາກຊັນ, ປາກກະດິງ ແລະ ເມືອງ ຄຳ ເກີດ. ສຳລັບແຜນການຕໍ່ໜ້າ ສືບຕໍ່ຊຸກຍູ້ບັນດາຄອບຄົວ, ບ້ານ ທີ່ຍັງບໍ່ທັນໄດ້ຮັບຮອງໃຫ້ມີຄວາມຄືບໜ້າ ແລະ ຄາດ ວ່າຈະໄດ້ຈັດຕັ້ງພິທີ ປະກາດຮັບຮອງເອົາເມືອງບໍລິຄັນ ເປັນເມືອງສາມັກຄີປອງດອງ ຕື່ມອີກໃນທ້າຍປີ 2021.
ໂອກາດນີ້, ທ່ານປະທານສູນກາງແນວລາວສ້າງຊາດ ເປັນກຽດໂອ້ລົມ ເຊິ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ຜົນງານທີ່ອົງການປົກຄອງແຂວງ ກໍຄືອົງການແນວລາວສ້າງຊາດຍາດມາໄດ້ໃນໄລຍະທີ່ຜ່ານມາ; ໃນນີ້, ມີເນື້ອໃນບາງຕອນທ່ານໄດ້ເນັ້ນວ່າ: ແນວລາວສ້າງຊາດແຂວງ ຕ້ອງໄດ້ສືບຕໍ່ຫັນປ່ຽນໃໝ່ທີ່ແທດເໝາະກັບສະພາບຕົວຈິງ ຂອງທ້ອງຖິ່ນຕົນ ໂດຍເລີ່ມຈາກຂໍ້ຫຍຸ້ງຍາກ-ຄົງຄ້າງ ໃນການເຄື່ອນໄຫວວຽກງານໃນຄວາມຮັບຜິດຊອບຂອງຕົນ ເປັນຕົ້ນ: ການຫັນປ່ຽນດ້ານແນວຄິດ, ທັດສະນະ, ຄວາມຮັບຮູ້ຕໍ່ກັບວຽກງານແນວໂຮມໃນໄລຍະໃໝ່, ການຫັນປ່ຽນດ້ານ ຮູບການ ແລະ ວິທີການປຸກລະດົມຂົນຂວາຍທຸກພາກສ່ວນໃນສັງຄົມ ເຂົ້າຮ່ວມໃນວຽກງານແນວລາວສ້າງຊາດ ໃຫ້ໄດ້ ຮັບຜົນດີ, ການຫັນປ່ຽນດ້ານການປະສານສົມທົບ ຫຼື ຮ່ວມມືກັບອົງການພາຄີ ແລະ ການຫັນປ່ຽນດ້ານກົນໄກໃຫ້ໄດ້ດີ ກວ່າເກົ່າ, ດ້ານງົບປະມານ ໂດຍການສ້າງແຫຼ່ງລາຍຮັບອື່ນ ທີ່ຖືກຕ້ອງຕາມກົດໝາຍ ອີງຕາມກົດໝາຍວ່າດ້ວຍແນວລາວສ້າງຊາດ ມາດຕາ 37 ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານແນວລາວສ້າງຊາດ ມີບາດກ້າວໃໝ່ທີ່ມີການຫັນປ່ຽນ ຕາມມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກວາງອອກໃຫ້ປະກົດຜົນເປັນຈິງ.
ພາບ ແລະ ຂ່າວ ໂດຍ: ຈິດຕະພົງ
ບກ ໂດຍ: ສຊ ຈື້ໄຊ
info@lfnd.org.la | 021 213754 | (856-21) 453191