ສູນກາງແນວລາວສ້າງຊາດ

Lao Front For National Development

ທ່ານປະທານສູນກາງແນວລາວສ້າງຊາດ ເຂົ້າຮ່ວມພິທີໃສ່ບາດ ໃນວັນບຸນເຂົ້າພັນສາ​ປະຈໍາປີ ພສ 2564.

ເນື່ອງໃນໂອກາດວັນບຸນເຂົ້າພັນສາ, ທ່ານ ປອ. ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄອບຄົວ ໄດ້ເຂົ້າຮ່ວມພິທີໃສ່ບາດ​ແລະຖວາຍສັງຄະທານ ຢູ່ທີ່ວັດບຸບຜາຣາມ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ;
ວັນບຸນເຂົ້າພັນສາ ເປັນວັນບຸນໜຶ່ງທີ່ສຳຄັນຕາມຮີດ 12 ຂອງພຸດທະສາສະໜາ ຊຶ່ງວັນບຸນດັ່ງກ່າວໃນປີນີ້ແມ່ນກົງກັບ ວັນທີ 24 ກໍລະກົດ 2021 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະນິກະຊົນ ໄດ້ພ້ອມກັນນຳພາຄອບຄົວອອກໄປໄຫວ້ພະຮັບສິນ ແລະຟັງທຳມະເທສະໜາ ເຊິ່ງໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ ບໍ່ວ່າຈະເປັນເຂົ້າຕົ້ມ, ເຂົ້າໜົມ, ສັງຂະທານ, ທຽນພັນສາ, ຜ້ານ້ຳຝົນ ແລະ ອື່ນໆ ເພື່ອໄປຖວາຍແກ່ພະພິກຂຸສົງໃນມື້ເຂົ້າພັນສາຕາມຮີດຄອງປະເພນີ.

 

info@lfnd.org.la | 021 213754 | (856-21) 453191