ສູນກາງແນວລາວສ້າງຊາດ

Lao Front For National Development

ທ່ານປະທານສູນກາງແນວລາວສ້າງຊາດ ຕ້ອນຮັບການເຂົ້າພົບປະຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງສູນກາງແນວໂຮມປະເທດຊາດຫວຽດນາມ.

  

ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານ ສູນກາງແນວລາວສ້າງຊາດ ຕ້ອນຮັບການເຂົ້າພົບປະຢ້ຽມຢາມຂອງທ່ານ ເລຕຽນເຈົ່າ ກໍາມະການສູນກາງພັກກອມມູນິດຫວຽດນາມ, ຮອງປະທານ ຜູ້ປະຈຳການສູນກາງແນວໂຮມປະເທດຊາດຫວຽດນາມ ພ້ອມດ້ວຍຄະນະ ທີ່ເມືອງໜອງບົກ ແຂວງຄຳມ່ວນ ໃນວັນທີ 23 ພະຈິກ 2022, ມີບັນດາທ່ານຮອງປະທານສູນກາງແນວລາວສ້ງຊາດ, ບັນດາທ່ານກໍາມະການສູນກງາແນວລາວສ້າງຊາດ ແລະ ບັນດາກົມ ສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະນໍາຂອງແຂວງຄຳມ່ວນ ເຂົ້າຮ່ວມ.
ໃນພິທີທ່ານ ຮອງປະທານສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງຄະນະນຳສູນກາງແນວລາວສ້າງຊາດແລະທຸກພາກສ່ວນ,ທຸກຂັ້ນ ພ້ອມທັງໄດ້ລາຍງານຜົນສຳເລັດກອງປະຊຸມສາກົນເສີມສ້າງຊາຍແດນ ລາວ-ຫວຽດນາມ ສັນຕິພາບ, ມິດຕະພາບ, ຮ່ວມມືກັນພັດທະນາ ທີ່ແຂວງສະຫວັນນະເຂດ ແລະ ທ່ານ ໄດ້ກ່າວວ່າຈະສຶບຕໍ່ນຳເອົາບັນດາເນື້ອໃນຂອງກອງປະຊຸມໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານແນວໂຮມຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນຕ່າງໆ ຂອງບັນດາແຂວງທີ່ມີຊາຍແດນຕິດຈອດກັນ ຂອງສອງປະເທດ ເພື່ອຮ່ວມກັນຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆ ທີ່ໄດ້ລົງນາມ ຂໍ້ແຂ່ງຂັນຂອງກອງປະຊຸມ ໃຫ້ໄດ້ຮັບຜົນສຳເລັດ.
ໂອກາດນີ້, ທ່ານ ປະທານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ຊື່ງເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ແລະ ຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມດັ່ງກ່າວ.
ພ້ອມກັນນັ້ນ, ທັງສອງຝ່າຍໄດ້ເຂົ້າວາງກະຕ່າດອກໄມ້ທີ່ອານຸສອນສະຖານປະທານໂຮ່ຈີມິນທີ່ບ້ານຊຽງຫວາໃເມືອງໜອງບົກ, ໄດ້ຢ້ຽມຊົມຮູບພາບຈໍາລອງສະໄໝການຕໍ່ກູ້ຊາດ, ຈາກນັ້ນ, ຄະນະໄດ້ເຂົ້າວາງກະຕ໋າດອກໄມ້ຕໍ່ໜ້າຮູບຫຼໍ່ທ່ານປະທານ ໄກສອນ ພົມວິຫານ ແລະ ສວນ 21 ມີນາ ຂອງທ່ານປະທານ ສຸພານຸວົງ ເພື່ອສະແດງຄວາມເຄົາລົບຮັກ ກະຕັນຍູ້ຮູ້ບຸນຄຸນ ຕໍ່ກັບບັນດາວິລະບູລຸດແຫ່ງຊາດ ທີ່ໄດ້ອຸທິດຕົນ ເພື່ອປະເທດຊາດ ເພື່ອປະຊາຊົນ ດ້ວຍຄວາມສັດຊື່ ບໍລິສຸດໃນໂອກາດດັ່ງກ່າວ, ຄະນະຜູ້ແທນໄດ້ເຂົ້າພົບປະຢ້ຽມຢາມທ່ານ ວັນໄຊ ຟອງສະຫວັນ ກໍາມະການສູນກາງພັກ, ເລຂາພັກແຂວງເຈົ້າແຂວງໆ ຄໍາມ່ວນ ຕື່ມອີກ.
ບກ: ພ ບຸບຜາ
ຂ່າວ-ຮູບ: ລີ+ເຢ້
info@lfnd.org.la | 021 213754 | (856-21) 453191