ສູນກາງແນວລາວສ້າງຊາດ

Lao Front For National Development

ທ່ານປະທານສູນກາງແນວລາວສ້າງຊາດຢ້ຽມຢາມພົບປະແນວລາວສ້າງຊາດເມືອງຫາດຊາຍຟອງ

     ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະໄດ້ຢ້ຽມຢາມພົບພະນັກງານແນວລາວສ້າງຊາດ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເຊິ່ງໄດ້ຮັບການຕ້ອນຮັບຈາກຂອງທ່ານ ບົວລີ ມຸກດາລາ ປະທານແນວລາວສ້າງຊາດເມືອງຫາດຊາຍຟອງ, ເຊິ່ງມີຄະນະກຳມະການແນວລາວສ້າງຊາດເມືອງ, ອົງການຈັດຕັ້ງ ມະຫານຊົນເຂົ້າຮ່ວມ ທີ່ຫ້ອງວ່າການເມືອງຫາດຊາຍຟອງ ວັນທີ 30 ມິຖຸນາ 2023.
     ທ່ານ ບົວລີ ມຸກດາລາ ໄດ້ລາຍງານສະພາບລວມການຈັດຕັ້ງປະຕິບັດວຽກງານແນວລາວສ້າງຊາດ ໄລຍະຜ່ານມາໂດຍຫຍໍ້ໃຫ້ທ່ານປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ຮັບຊາບ.
     ໂອກາດນີ້, ທ່ານປະທານສູນກາງແນວລາວສ້າງຊາດ ໄດ້ມີຄຳເຫັນໂອ້ລົມຕໍ່ພະນັກງານແນວລາວສ້າງຊາດເມືອງຫາດຊາຍຟອງ ເຊິ່ງກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານທີ່ຍາດມາໄດ້ໄລຍະຜ່ານມາ. ພ້ອມນີ້, ທ່ານໄດ້ເນັ້ນໃຫ້ຄະນະກຳມະການແນວລາວສ້າງຊາດເມືອງສືບຕໍ່ເຊື່ອມຊືມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງ XI ຂອງແນວລາວສ້າງຊາດ ເປັນຕົ້ນແມ່ນຄຳຂວັນກອງປະຊຸມໃຫຍ່, 4 ຄາດໝາຍທີ່ກອງປະຊຸມໄດ້ວາງອອກ ແລະ ເພີ່ມທະວີປຸກລະດົມຂົນຂວາຍປະຊາຊົນລາວບັນດາເຜົ່າ, ສາສະໜາ, ຊັ້ນຄົນຕ່າງໆ ແລະ ເພດ-ໄວ ເຂົ້າຮ່ວມຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ຢຶດໜັ້ນຫຼັກການພັກນຳພາ ລັດຄຸ້ມຄອງ ແນວລາວສ້າງຊາດເປັນຫຼັກແຫຼ່ງເຕົ້າໂຮມຄວາມສາມັກຄີ ແລະ ທ່ານກ່າວອິກວ່າ: ໂອກາດວັນຄ້າຍວັນເກີດທ່ານປະທານສຸພານຸວົງ 13 ກໍລະກົດ, ວັນສ້າງຕັ້ງແນວລາວສ້າງຊາດ 13 ສິງຫາ ທີ່ຈະມາເຖີງໃນບໍ່ດົນນີ້ໃຫ້ຄະນະກຳມະການແນວລາວສ້າງຊາດເມືອງ ຈັດກິດຈະກຳໃດໜຶ່ງເພື່ອເປັນການຫວນຄືນມູນເຊຶ້ອ ຂອງທ່ານປະທານສຸພານຸວົງ ແລະ ມູນເຊື້ອ ຂອງແນວລາວສ້າງຊາດ ທັງເປັນການຂໍ່ານັບຊົມເຊີຍສອງວັນສຳຄັນດັ່ງກ່າວ.
ຂ່າວ-ພາບ: ເລົ່າລໍ່
info@lfnd.org.la | 021 213754 | (856-21) 453191