ສູນກາງແນວລາວສ້າງຊາດ

Lao Front For National Development

ທ່ານປະທານ ສນຊ ເຂົ້າຮ່ວມພິທີໃສ່ບາດ ໃນວັນບຸນອອກພັນສາປະຈໍາປີ ພສ 2565.

ເນື່ອງໃນໂອກາດວັນບຸນອອກພັນສາ ປະວໍລະນາ, ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄອບຄົວ ແລະ ພະນັກງານ ສນຊ ໄດ້ເຂົ້າຮ່ວມພິທີໃສ່ບາດ ແລະ ຖວາຍສັງຄະທານ ຢູ່ທີ່ວັດລັດຕະນະວະນາຣາມ ບ້ານນາໂງມເກົ່າ, ເມືອງໄຊທານີ ນະຄອນຫຼວງວຽງຈັນ, ມີການນຳຂອງນະຄອນຫຼວງວຽງຈັນ, ການນຳຂອງເມືອງ ຕະຫຼອດຮອດພໍ່ແມ່ປະຊາຊົນຊາວເມືອງໄຊທານີ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ຄຳວ່າ ອອກພັນສາ ນັ້ນໄດ້ແກ່ ການອະນຸຍາດ ໃຫ້ພະພິກຂຸສົງ ອອກຈາກເຂດຈຳກັດ ຫລັງຈາກການ ເຂົ້າຈໍາພັນສາຄົບ 3 ເດືອນ ເພື່ອອອກໄປ ປະຕິບັດໜ້າທີ່ ຢູ່ບ່ອນອ່ື່ນໄດ້ ເອີ້ນອີກຢ່າງໜຶ່ງວ່າ ການອອກຈາກລະດູຝົນ. ເມື່ອເຖິງມື້ຂຶ້ນ 14 ຄ່ຳ ຂອງເດືອນ 11 ຊາວພຸດທັງຫລາຍ ພາກັນຈັດຫາວັດຖຸທານຕ່າງໆ ມາໄວ້ຖວາຍທານ ຕາມກຳລັງສັດທາຂອງຕົນ. ເມື່ອເຖິງມື້ເພັງ 15 ຄ່ຳ ເດືອນ 11 ຕອນເຊົ້າ ມວນຊົນຊາວພຸດກໍມາເຕົ້າໂຮມກັນ ຖວາຍຂອງທານ ທີ່ໄດ້ກະກຽມໄວ້ ດ້ວຍການຕັກບາດຢູ່ ໃນວັດພ້ອມທັງຖວາຍ ຜ້າຈີວອນ ຫລື ຜ້າຈຳນຳ ພັນສາໃຫ້ແກ່ ພະພິກຂຸສົງ.
ຕາມປະເພນີລາວແຕ່ເກົ່າແລ້ວ ເວລາໄກ້ຈະຮອດ ວັນບຸນອອກພັນສາ ຊາວບ້ານໄດ້ກະກຽມ ເຮັດໝາກກະໂພກ ແລະ ບັ້ງໄຟດອກ ໂດຍນຳໃຊ້ຂີ້ໝື້, ຂີ້ເຈຍມາຕຳ ປະສົມກັນໃຫ້ ເປັນເຊື້ອເພີງ ແລະ ນຳມາຫໍ່ດ້ວຍ ໃບລານແຫ້ງ, ພໍຕົກຄ່ຳມາຂອງມື້ເພັງ ຊາວບ້ານກໍພາກັນມາເຕົ້າໂຮມກັນຢູ່ວັດ ເພ່ື່ອພ້ອມກັນສ້າງ ເຮືອໄຟໂຄກ, ວຽນທຽນ, ຈູດໝາກກະໂພກ, ຈູດບັ້ງໄຟດອກ ແລະ ໄຕ້ໄຟບູຊາຄຸນ ພະພຸດພະທຳ ແລະ ພະສົງ. ພໍຮອດມື້ຕໍ່ມາ ຄືມື້ແຮມ 1 ຄ່ຳ ກໍມີການຈັດຊ່ວງເຮືອ ລະຫວ່າງຊຸມຊົນຕ່າງໆ ແລະ ຄົບງັນກັນຕາມປະເພນີ ຕະຫລອດທັງຄືນ. ຈຸດປະສົງຂອງ ການຊ່ວງເຮືອ ແລະ ການໄຫລເຮືອໄຟ ແມ່ນເພື່ອສົມມາ ຄາລະວະ ພ້ອມທັງບວງສວງ ຂໍໂຊກຂໍລາບ ຈາກພະຍານາກ ແລະ ເທວະດາ ອົງທີ່ໄດ້ປົກປັກຮັກສາ ແມ່ນ້ຳລຳເຊ ຕະຫລອດຮອດ ຫ້ວຍຮ່ອງຄອງບຶງ ບ່ອນທີ່ຊາວພຸດ ທັງຫລາຍໄດ້ທຳມາ ຫາກິນຢ່າງສະຫງົບສຸກ.
info@lfnd.org.la | 021 213754 | (856-21) 453191