ທ່ານ ປອ. ສິນລະວົງ ຄຸນໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ (ສນຊ) ເປັນກຽດເຂົ້າຮ່ວມ ພິທີ ມອບ-ຮັບ ຫໍສະໝຸດ ມ.ເຊໂປນ ແຂວງສະຫວັນນະເຂດ ມີ ທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາພັກແຂວງເຈົ້າແຂວງໆ ສະຫວັນນະເຂດ ພ້ອມດ້ວຍການນຳພັກ-ລັດ ຂັ້ນສູນກາງ, ແຂວງ, ເມືອງ, ພະນັກງານປະຕິວັດອາວຸໂສບຳນານ ພ້ອມດ້ວຍອາດີດນັກຮຽນມັດທະຍົມຕອນຕົ້ນເຊໂປນຊຸດທີ I (1968-1970) ຕະຫຼອດຮອດພໍ່ແມ່ປະຊາຊົນເຂົ້າຮ່ວມ ທີ່ສຳນັກເມືອງເຊໂປນ, ວັນທີ 8 ມີນາ 2022;
ຫໍສະໝຸດ ມ.ເຊໂປນ ແຂວງສະຫວັນນະເຂດ ໄດ້ວາງສີລາລຶກໃນການປຸກສ້າງ ວັນທີ 12 ກຸມພາ 2021, ໄດ້ເລີ່ມລົງມືກໍ່ສ້າງແຕ່ວັນທີ 20 ມິຖຸນາ 2021 ແລະ ສຳເລັດ ວັນທີ 2 ມີນາ 2022 ໂດຍໄດ້ຮັບທຶນອຸປະຖຳຫຼັກ ຈາກຄອບຄົວ ຄຸດໄພທູນ ແລະ ຍາດຕິພີນ້ອງ, ຮ່ວມກັບບັນດາສະຫາຍອ້າຍ-ນ້ອງ, ຄູ-ອາຈານ, ນັກຮຽນ ມ.ເຊໂປນ ຊຸດຕ່າງໆ ແລະ ອົງການປົກຄອງເມືອງ ເຊິ່ງລວມມູນຄ່າການກໍ່ສ້າງອາຄານ ລວມທັງໝົດ 666.666.666 ກີບ (ຫົກຮ້ອຍຫົກສິບຫົກລ້ານ ຫົກແສນຫົກສິບຫົກພັນຫົກຮ້ອຍຫົກສີບຫົກກີບ); ລັກສະນະອາຄານເປັນ 2 ຊັ້ນ, ຂະໜາດ 7 ແມັດ x 15 ແມັດ, ໂຄງສ້າງເບຕົງເສີມເຫຼັກ, ຫຼັງຄາມຸງດ້ວຍຊີແພັກແຜ່ນລຽບ, ພື້ນປູກະໂລ, ປະກອບມີຫ້ອງສະໝຸດໃຫຍ່ 1 ຫ້ອງ, ຫ້ອງຄອມພິວເຕີ 1 ຫ້ອງ, ຫ້ອງກາເຟ 1 ຫ້ອງ, ສາງເກັບເຄື່ອງ 1 ຫ້ອງ ແລະ ຫ້ອງນ້ຳ 2 ຫ້ອງ; ສຳລັບຄ່າອອກແບບ, ການປະກອບເຟີນິເຈີ, ອຸປະກອບຮັບໃຊ້, ຄອມພິວເຕີ, ວາຍຟາຍ, ກ້ອງວົງຈອນປິດ ແລະ ສິ່ງອຳນວຍຄວາມສະດວກອື່ນໆ ແມ່ນໄດ້ຮັບການອຸປະຖຳຈາກຫຼາຍພາກສ່ວນ ທີ່ເປັນບຸກຄົນ, ນິຕິບຸກຄົນ ທັງພາກລັດ, ເອກະຊົນ ພາຍໃນເມືອງ ແລະ ບັນດາເມືອງອ້ອມຂ້າງ ລວມມູນຄ່າ ປະກອບສ່ວນທັງໝົດ 100 ກວ່າລ້ານກີບ;
ໂອກາດນີ້, ທ່ານປະທານສູນກາງແນວລາວສ້າງຊາດ ໄດ້ກ່າວບາງຕອນໃນພິທີ ມອບ-ຮັບ ວ່າ: ດ້ວຍຄວາມຮູ້ບຸນຄຸນຕໍ່ພໍ່, ແມ່, ເອື້ອຍ, ອ້າຍ, ນ້ອງ, ຄູບາອາຈານ, ເພື່ອນຮ່ວມຫ້ອງຮຽນ ແລະ ກໍ່ຄືຕໍ່ແຜ່ນດິນເກີດ ເພື່ອສືບສານມູນເຊື້ອຂອງເຂດປົດປ່ອຍ ແລະ ມ.ເຊໂປນ; ການສ້າງຫໍສະໝຸດ ເພື່ອໃຫ້ການເປັນບ່ອນພົບປະສ້າງສັນ, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ, ນຳເອົາຄຸນປະໂຫຍດສູງສຸດ ມາໃຫ້ຊາວເມືອງເຊໂປນ ກໍ່ຄືບັນດາເມືອງອ້ອມຂ້າງໄດ້ນຳໃຊ້ ເພື່ອພັດທະນາຕົນເອງຕໍ່ໄປພາຍໜ້າ ແລະ ເພື່ອເຮັດໃຫ້ຄົນຊຸດໃໝ່ຫັນມາເອົາໃຈໃສ່ການສຶກສາ, ເປັນການສ້າງຊັບພະຍາກອນມະນຸດ ແລະ ຄືນມາສ້າງສາພັດທະນາເຂດຖິ່ນ ມ.ເຊໂປນ ໃຫ້ກາຍເປັນ ມ.ເຊໂປນໃໝ່ ທີ່ນັບມື້ນັບຮັ່ງມີເຂັ້ມແຂງ, ປະຊາຊົນມີຄວາມຜາສຸກຍິ່ງໆຂຶ້ນ ດັ່ງສຽງເພງ “ເຊໂປນລ້ຳລຶກ” ທີ່ອຳມະຕະນັ້ນເອງ;
ພ້ອມນີ້, ຄະນະກຳມະການ ອ້ອມຂ້າງສູນກາງແນວລາວສ້າງຊາດ ໄດ້ມອບຄອມພິວເຕີຕັ້ງໂຕະ 1 ຊຸດ, ໂທລະໂຄງ 1 ຊຸດ, ເຈວລ້າງມື ແລະຜ້າອັດປາກ ມອບໃຫ້ແນວລາວສ້າງຊາດ ເມືອງເຊໂປນ ຕື່ມອີກ.
ພາບ ແລະ ຂ່າວ: ຈິດຕະພົງ ໂພທິລັກ; ໂທ 020 5456 4982