ສູນກາງແນວລາວສ້າງຊາດ

Lao Front For National Development

ທ່ານປະທານ ສນຊ ເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຄຳມ່ວນ

ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຮັດວຽກຢູ່ແຂວງຄຳມ່ວນ ເຊິ່ງໄດ້ຮັບການຕ້ອນຮັບ ຈາກທ່ານ ບຸນມີ ພີມມະສອນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄຳມ່ວນ ໃນວັນທີ 11 ກັນຍາ 2023 ທີ່ແຂວງຄໍາມ່ວນ.

ໂອກາດທີ່ ທ່ານປະທານສູນກາງແນວລາວສ້າງຊາດ ເຄື່ອນໄຫວເຮັດວຽກຢູ່ແຂວງຄຳມ່ວນຄັ້ງນີ້, ໄດ້ພົບປະໂອ້ລົມພະນັກງານຫຼັກແຫຼ່ງຂອງແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ແນວລາວສ້າງຊາດເມືອງທ່າແຂກ; ເຊິ່ງໃນນີ້, ທ່ານ ພິດສະໄໝ ກອງຊາເດດ ຄະນະປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງຄຳມ່ວນ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານແນວລາວສ້າງຊາດໄລຍະຜ່ານມາໃຫ້ທ່ານປະທານສູນກາງແນວລາວສ້າງຊາດ ຮັບຊາບ ເຊິ່ງຕະຫຼອດໄລຍະຜ່ານມາຄະນະກຳມະການແນວລາວສ້າງຊາດແຕ່ລະຂັ້ນຂອງແຂວງໄດ້ເອົາໃຈໃສ່ເຕົ້າໂຮມຄວາມສາມັກຄີປະຊາຊົນລາວບັນດາເຜົ່າ, ສາສະໜາ, ຊັ້ນຄົນ, ເພດ-ໄວ ຢ່າງເປັນປົກກະຕິ, ໄດ້ຜັນຂະຫຍາຍມະຕິ XI ຂອງພັກ, ມະຕິ XI ຂອງແນວລາວລາວສ້າງຊາດ ເວົ້າລວມ ເວົ້າສະເພາະແມ່ນເປັນເຈົ້າການໃນການປຸກລະດົມຂົນຂວາຍປະຊາຊົນລາວບັນດາເຜົ່າເຂົ້າຮ່ວມໃນການຈັດຕັ້ງປະຕິບັດສອງວາລະແຫ່ງຊາດ ເຊິ່ງໄດ້ຫັນເອົາບັນດາແຜນງານເປັນແຜນລະອຽດເຂົ້າໃນວຽກງານຕົວຈິງສາມາດຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ສາມັກຄີປອງດອງ ທີຮັບຮອງ 74,748 ຄອບຄົວ, 519 ບ້ານ ແລະ 10 ເມືອງ; ພ້ອມກັນນີ້, ຄະນະກຳມະການແນວລາວສ້າງຊາດແຂວງໄດ້ປຸກລະດົມເຄື່ອງຊ່ວຍປະຊາຊົນທີ່ຖຶກຜົນກະທົບໄພພິບັດນໍ້າຖ້ວມຢູ່ 3 ເມືອງຄື: ເມືອງຄູນຄໍາ, ເມືອງນາກາຍ ແລະ ເມືອງຫີນບູນ ເຊິ່ງເຄື່ອງທີ່ໄດ້ຮັບລວມມູນຄ່າ 4,9. ຕື້ກວ່າກີບ ແລະ ເງິນສົດ 8 ຕື້ກວ່າກີບ.

ໃນນີ້, ທ່ານປະທານສູນກາງແນວລາວສ້າງຊາດ ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ເຊິ່ງກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານທີ່ຄະນະນຳຂອງແຂວງ ກໍຄືຄະນະກຳມະການແນວລາວສ້າງຊາດແຕ່ລະຂັ້ນຍາດມາໄດ້ໄລຍະຜ່ານມາ ແລະ ໄດ້ຍົກໃຫ້ເຫັນ 4 ບັນຫາສຳຄັນຄື: ສະພາບຂອງສາກົນ-ພາກພື້ນ, ຄຳຄິດຄຳສະເໜີ ຂອງຄະນະກຳມະການແນວລາວສ້າງຊາດແຂວງ, ແນະນຳວຽກງານແນວລາງສ້າງຊາດ ແລະ ວຽກງານຈຸດສຸມ 3 ເດືອນທ້າຍປີ2023. ພ້ອມກັນນີ້ ທ່ານໄດ້ເນັ້ນໃຫ້ຄະນະກຳມະການແນວລາວສ້າງຊາດແຂວງສືບຕໍ່ຜັນຂະຫຍາຍ, ຈັດຕັ້ງປະຕິບັດບັນດາວຽກງານຈຸດສຸມດັ່ງນີ້: 4 ຄາດໝາຍ, 4 ການຫັນປ່ຽນ ແລະ 6 ແຜນວຽກຕົ້ນຕໍຄື: (1) ເຕົ້າໂຮມຄວາມສາມັກຄີປອງດອງທົ່ວປວງຊົນລາວທັງຊາດ; (2)ເພີ່ມທະວີການປຸກລະດົມຂົນຂວາຍປະຊາຊົນທຸກຊັ້ນຄົນເຂົ້າຮ່ວມຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ; (3) ເສີມຂະຫຍາຍປະຊາທິປະໄຕ, ສິດເປັນເຈົ້າ ແລະ ປົກປ້ອງຜົນປະໂຫຍດຂອງປະຊາຊົນ; (4) ປັບປຸງຮູບແບບການຮ່ວມສຳພັນກັບອົງການພາຄີ ແລະ ຮ່ວມມືກັບພາກສ່ວນອື່ນ; (5) ເພີ່ມທະວີຄວາມສາມັກຄີສາກົນ ແລະ ເປີດກວ້າງການພົວພັນການທູດປະຊາຊົນ; (6) ສ້າງຄວາມເຂັ້ມແຂງໃຫ້ວຽກງານແນວລາວສ້າງຊາດມີບາດກ້າວໃໝ່ ແລະ ກ່າວອີກວ່າ: ໃຫ້ຄະນະກຳມະການແນວລາວສ້າງຊາດແຂວງປຸກລະດົມຂົນຂວາຍໃຫ້ຜູ້ໄດ້ຮັບຜົນກະທົບໄພພິບັດໄດ້ຮັບການຊ່ວຍເຫຼືອ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນໃນເຂດດັ່ງກ່າວກັບຄືນໂດຍໄວ, ປຸກລະດົມຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ເປັນຕົ້ນແມ່ນສົ່ງເສີມການຊື້ສິນຄ້າລາວ ແລະ ເສີມຂະຫຍາຍຂະບວນການຮັກບ້ານເກີດໃຫ້ເປັນຮູບປະທຳ.

ຂ່າວ+ພາບ ເລົ່າລໍ່

ບກ: ສືເຊັ່ງ ຈື້ໄຊ

info@lfnd.org.la | 021 213754 | (856-21) 453191