ທ່ານ ຄຳໄຫຼ ສີປະເສີດ ກຳມະສູນກາງພັກ, ຮອງປະທານຜູ້ປະຈຳການ ສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານແນວລາວສ້າງຊາດຢູ່ແຂວງອັດຕະປື ໂດຍໄດ້ຮັບການຕ້ອນຂອງທ່ານ ບຸນໂຮມ ພົມມະສານ ຄະນະປະຈຳພັກແຂວງ, ປະທານແນວລາວສ້າງຊາດ ແຂວງອັດຕະປື ໃນວັນທີ 12 ມິຖຸນາ 2023;

ທ່ານປະທານແນວລາວສ້າງຊາດແຂວງ ໄດ້ລາຍງານສະພາບການພັດທະນາເສດຖິດ-ສັງຄົມຂອງແຂວງ, ການ ຈັດຕັ້ງປະຕິບັດວຽກງານແນວຊາດ ໄລຍະຜ່ານມາໂດຍຫຍໍ້ໃຫ້ທ່ານຮອງປະທານຜູ້ປະຈຳການສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະຮັບຊາບ ເຊິ່ງທ່ານໄດ້ກ່າວວ່າ: ຕະຫຼອດໄລຍະຜ່ານມາຄະນະກຳມະການແນວລາວສ້າງຊາດແຂວງໄດ້ເອົາໃຈໃສ່ເຕົ້າໂຮມຄວາມສາມັກຄີ, ສຶກສາອົບຮົມການເມືອງແນວຄິດໃຫ້ແກ່ຖັນແຖວສະມາຊິກພັກ, ພະນັກງານ-ລັດ ຖະກອນ, ຜູ້ຊົງຄຸນວຸດທິ, ປະຊາຊົນລາວບັນດາເຜົ່າຢູ່ແຂວງອັດຕະປື ຢ່າງເປັນປົກກະຕິເປັນຕົ້ນແມ່ນການນຳເອົາບັນດາມະຕິ, ແນວທາງ, ນະໂຍບາຍຂອງພັກ ລະບຽບກົດໝາຍຂອງລັດ ແລະ ວຽກງານແນວລາວສ້າງຊາດ ລົງເຜີຍແຜ່ສູ່ຮາກຖານກຸ່ມບ້ານ ແລະນຳພາປະຊາຊົນຈັດຕັ້ງປະຕິບັດຂະບວນການສ້າງບ້ານ ແລະ ຄອບຄົວສາມັກຄີປອງດອງຢ່າງຕໍ່ເນື່ອງ ເຊິ່ງສາມາດປະກາດເປັນຄອບຄົວສາມັກຄີປອງດອງຈຳນວນ 21,961 ຄອບຄົວ ແລະ ບ້ານ ຈຳນວນ 97 ບ້ານ; ພ້ອມກັນນັ້ນ, ຄະນະກຳມະການແນວລາວສ້າງຊາດແຂວງໄດ້ລົງເກັບກຳຫາງສຽງຂອງປະຊາຊົນຢູ່ແຕ່ລະທ້ອງຖິ່ນ ເພື່ອກຳໄດ້ສະພາບແນວຄິດ ຂອງປະຊາຊົນຢ່າງເປັນປົກກະຕິ;
ທ່ານ ຄຳໄຫຼ ສີປະເສີດ ໄດ້ມີຄຳເຫັນໂອ້ລົມຕໍ່ພະນັກງານແນວລາວສ້າງຊາດແຂວງ ເຊິ່ງທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານທີ່ຍາດມາໄດ້ໄລຍະຜ່ານມາ ແລະ ທ່ານໄດ້ເນັ້ນໃຫ້ຄະນະກຳມະການແນວລາວສ້າງຊາດແຂວງ ສືບຕໍ່ສຶກສາອົບຮົມເຕົ້າໂຮມຄວາມສາມັກຄີປະຊາຊົນລາວບັນດາເຜົ່າ, ສາສະໜາ, ທຸກຊັ້ນຄົນ ແລະ ເພດ-ໄວ, ສືບຕໍ່ກຳແໜ້ນຜູ້ຊົງຄຸນວຸດທິບັນດາເຜົ່າ ເພື່ອເປັນທ່າແຮງໃນການເຮັດວຽກງານຂົນຂວາຍປະຊາຊົນເຂົ້າຮ່ວມຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ; ພ້ອມກັນນີ້, ທ່ານໄດ້ຍົກໃຫ້ເຫັນ 4 ເສີມສ້າງ, 4 ການຫັນປ່ຽນ ທີ່ຄະນະກຳມະການແນວລາວສ້າງຊາດແຂວງຕ້ອງສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າ, ໃຫ້ຄະນະກຳມະການແນວລາວສ້າງຊາດແຂວງປະສານສົມທົບກັບບັນດາອົງການຂອງແຂວງ, ປກສ, ປກຊ ຈັດຕັ້ງປະຕິບັດສອງວາລະແຫ່ງຊາດຢ່າງແຂງແຮງໃຫ້ໄດ້ຮັບຜົນດີ, ສືບຕໍ່ສືກສາອົບຮົມ, ນຳພາປະຊາຊົນລາວດາເຜົ່າຈັດຕັ້ງປະຕິບັດມະຕິ XI ຂອງພັກ, ມະຕິກອງປະຊຸມໃຫ່ຍຜູ້ແທນທົ່ວເທດຄັ້ງ XIຂອງແນວລາວສ້າງຊາດ, ມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງໃຫ້ຮູບປະທຳກໍຄືປະຕິບັດສອງໜ້າທີຍຸດທະສາດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດໃຫ້ຈະເລີນຢ່າງບໍ່ຢຸດຢັ້ງ; ໂອກາດນີ້, ທ່ານ ຄຳໄຫຼ ສີປະເສີດ ພ້ອມດ້ວຍຄະນະ ໄດ້ພົບປະປຶກສາຫາລືບາງວຽກງານກັບທ່ານ ທະນູໄຊ ບັນຊາລິດ ຮອງເຈົ້າແຂວງໆ ອັດຕະປື ເຊິ່ງທ່ານຮອງປະທານຜູ້ປະຈຳການສູນກາງແນວລາວສ້າງຊາດ ໄດ້ມີຄຳເຫັນແລກປ່ຽນໃຫ້ຄະນະນຳແຂວງຊ່ວຍຊີ້ນຳນຳພາວຽກງານແນວລາວສ້າງຊາດ ໃຫ້ມີຄວາມເຂັ້ມແຂງຂຶ້ນຕື່ມ; ພ້ອມກັນນີ້, ໄດ້ປຶກສາຫາລືໃນການກະກຽມເປັນເຈົ້າພາບຈັດກອງປະຊຸມ 3 ປະທານແນວໂຮມ ລາວ-ຫວຽດນາມ-ກຳປູເຈຍ ທີ່ຈະຈັດຂຶ້ນໃນບໍ່ດົນນີ້. ໃນການເຄື່ອນໄຫວຄັ້ງນີ້ໄດ້ນຳເອົາໂທລະໂຄ່ງໜຶ່ງຊຸດມອບໃຫ້ແນວລາວສ້າງຊາດແຂວງເພື່ອນຳໄປມອບຕໍ່ໃຫ້ເມືອງທີ່ມີຄວາມຕ້ອງກັນ.
ບກ: ຈິດຕະພົງ ໂພທິລັກ
ຂ່າວ-ພາບ: ລລ
