ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ລົງເຄື່ອນໄຫວຊຸກຍູ້ວຽກງານແນວລາວສ້າງຊາດ ຢູ່ເມືອງອາດສະພອນ, ເມືອງພະລານໄຊ ແລະ ເມືອງເຊໂປນ ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 2-3 ຕຸລາ 2023;

ພ້ອມນີ້, ໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບການເຄື່ອນໄຫວວຽກງານແນວລາວສ້າງຊາດ, ດ້ານພົ້ນເດັ່ນ, ຂໍ້ຄົງຄ້າ, ຂໍ້ສະເໜີຈໍານວນໜຶ່ງ ແລະ ວຽກງານຈຸດສຸມໃນຕໍ່ຫນ້າຈາກບັນດາປະທານແນວລາວສ້າງຊາດ ແຕ່ລະເມືອງ ໃຫ້ທ່ານຮອງປະທານໄດ້ຮັບຊາບ; ພ້ອມກັນນັ້ນ, ທ່ານຮອງປະທານ ສນຊ ໄດ້ມີຄໍາເຫັນໂອ້ລົມ ເຊິ່ງກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຜົນງານການເຄື່ອນໄຫວຂອງແນວລາວສ້າງຊາດເມືອງ ທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ມີຄໍາເຫັນເນັ້ນຕື່ມອີກວ່າ: ໃຫ້ອົງການແນວລາວສ້າງຊາດເມືອງ ເອົາໃຈໃສ່ສຶກສາອົບຮົມເຕົ້າໂຮມຄວາມສາມັກຄີປະຊາຊົນລາວບັນດາເຜົ່າ ເຮັດໃຫ້ປະຊາຊົນພາຍໃນເມືອງ ເວົ້າລວມ, ເວົ້າສະເພາະ ແມ່ນພະນັກງານແນວລາວສ້າງຊາດເມືອງ ໃຫ້ມີຄວາມອຸ່ນອ່ຽນທຸ່ນທ່ຽງເຊື່ອໝັ້ນຕໍ່ການນໍາພາ ຂອງພັກ-ລັດແຕ່ລະຂັ້ນ, ເອົາໃຈໃສ່ໃນການລົງໃກ້ຊິດຕິດແທດກັບປະຊາຊົນ, ເກັບກຳຄວາມຄິດເຫັນ, ຄວາມຂັດຂ້ອງໝອງໃຈຂອງປະຊາຊົນ; ໃນນັ້ນ, ສືບຕໍ່ຊຸກຍູ້ວຽກງານຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ໃຫ້ບັນລຸຕາມຄາດໝາຍທີ່ວາງ; ຊຸກຍູ້ຂະບວນການຜະລິດເປັນສິນຄ້າ ຕາມທ່າແຮງບົ່ມຊ້ອນຂອງແຕ່ລະຄອບຄົວ ເພື່ອແນໃສ່ເຮັດໃຫ້ປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ; ພ້ອມກັນເສີມຂະຫຍາຍຮີດຄອງປະເພນີອັນດີງາມຂອງປະຊາຊົນບັນດາເຜົ່າໃຫ້ຍືນຍົງ; ຄຽງຄູ່ກັນນັ້ນ, ໃຫ້ສືບຕໍ່ສຶກສາອົບຮົມປະຊາຊົນ ໂດຍສະເພາະ ແມ່ນປະສານສົບທົບກັບອົງການພາຄີ ໃນການສຶກສາອົບຮົມປະຊາຊົນ, ບັນດາໄວໜຸ່ມລູກຫລານໃນບ້ານ, ເມືອງຕົນ ປະຕິບັດລະບຽບກົດໝາຍ ຂອງບ້ານ-ເມືອງ ແລະ ຕ້ອງຫ່າງໄກຈາກປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມ;
ໃນໂອກາດລົງເຄື່ອງໄຫວຊຸກຍູ້ວຽກງານໃນຄັ້ງນີ້, ທ່ານຮອງປະທານ ສນຊ ໄດ້ມອບຄອມພິວເຕີ 1 ຊຸດ ໃຫ້ແນວລາວສ້າງຊາດ ເມືອງອາດສະພອນ, ມອບໂທລະໂຄ່ງ 1 ຊຸດ, ຄອມພິວເຕີໂນດບຸກ 1 ເຄື່ອງ ໃຫ້ເມືອງ ແລະ ແນວລາວສ້າງຊາດເມືອງ ພະລານໄຊ; ມອບຄອມພິວເຕີໂນດບຸກ 1 ເຄື່ອງ ແລະ ອຸປະກອນການສຶກສາຈໍານວນໜຶ່ງ ໃຫ້ແນວລາວສ້າງຊາດ ເມືອງເຊໂປນ.
ຂ່າວ+ພາບ:ອິນທະຫວາ
ບກ: ຈິດຕະພົງ


