ສູນກາງແນວລາວສ້າງຊາດ

Lao Front For National Development

ທ່ານຮອງປະທານ ສນຊ ປາຖະກະຖາມູນເຊື້ອ 68 ປີຂອງແນວລາວສ້າງຊາດ

ໃນວັນທີ 20 ສິງຫາ 2018 ນີ້, ທີ່ຫ້ອງປະຊຸມໃຫຍ່ ICTC (ຫຼັກ 5) ນະຄອນຫຼວງວຽງຈັນ ສະພາແຫ່ງຊາດໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 68 ປີ; ວັນສ້າງຕັ້ງລັດຖະທໍາມະນູນແຫ່ງ ສປປ ລາວ ຄົບຮອບ 27 ປີ ແລະ ວັນຢຶດອໍານາດ 23 ສິງຫາ ຄົບຮອບ 43 ປີ. ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ພົທ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ, ມີບັນດາອົງການຈັດຕັ້ງມະຫາຊົນພ້ອມດ້ວຍພະນັກງານ-ລັດຖະກອນຂອງສະພາແຫ່ງຊາດເຂົ້າຮ່ວມ.

ທ່ານ ນ. ຄໍາຈັນ ພົມແສງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດໄດ້ເປັນກຽດປາຖະກະຖາ ເຊິ່ງທ່ານໄດ້ຫວນຄືນມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ ກໍ່ຄືຂະບວນວິວັດແຫ່ງການກໍາເນີດ, ການເຕີບໃຫຍ່ຂະຫຍາຍຕົວຂອງແນວລາວອິດ ສະຫຼະ, ແນວລາວຮັກຊາດ (ໃນເມື່ອກ່ອນ) ແລະ ແນວລາວສ້າງຊາດ (ໃນປັດຈຸບັນ) ໂດຍສະເພາະແມ່ນໄລຍະແຫ່ງການຕໍ່ສູ້ກູ້ຊາດ ອັນພິລະອາດຫານ ຂອງແນວລາວອິດສະຫຼະ ທີ່ມີຜົນງານອັນໂດດເດັ່ນ ຕະຫຼອດໄລຍະຜ່ານມາ ເຊິ່ງແນວລາວອິດ ສະຫຼະໄດ້ຕາງໜ້າພັກປຸກລະດົມເຕົ້າໂຮມຄວາມສາມັກຄີ ປະຊາຊົນລາວບັນດາເຜົ່າຕໍ່ສູ້ຕ້ານຈັກກະພັດລ່າເມືອງຂຶ້ນແບບເກົ່າ ໄດ້ຮັບໄຊຊະນະເປັນກ້າວໆຕໍ່ມາໄລຍະແນວລາວຮັກຊາດກໍ່ໄດ້ອອກເຄື່ອນໄຫວຢ່າງພິລະອາດຫານເຕົ້າໂຮມປຸກລະດົມປະຊາຊົນລາວບັນດາເຜົ່າຕີສັດຕູເຊິ່ງແມ່ນຈັກກະພັດລ່າເມືອງຂຶ້ນແບບໃໝ່ໄດ້ຮັບໄຊຊະນະເປັນຂັ້ນໆມາ ຈົນຮອດວັນທີ 2 ທັນວາ 1975 ສາມາດປົດປ່ອຍປະເທດຊາດຢ່າງສົມບູນ ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີຂອງແນວລາວອິດສະຫຼະ, ແນວລາວຮັກຊາດໃນເມືອກ່ອນນັ້ນ, ແນວລາວສ້າງຊາດສືບຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ດໍາເນີນແນວທາງການປ່ຽນແປງໃໝ່ຕາມທິດສັງຄົມນິຍົມ. ພາຍໃຕ້ການນໍາພາຂອງພັກຕະຫຼອດໄລຍະ 68 ປີແນວລາວສ້າງຊາດໄດ້ຜ່ານຜ່າເສັ້ນທາງອັນລະອິດລະອ້ຽວ, ຫຍຸ້ງຍາກ ແຕ່ໄດ້ຮັບໄຊຊະນະຕະຫຼອດມາ ເຖິງແນວໃດກໍ່ຕາມຍຸກສະໄໝໃໝ່ແຫ່ງການເຊື່ອມໂຍງສາກົນນີ້ ແນວລາວສ້າງຊາດ ຕ້ອງບຸກບືນໃນການເປັນຄັນທຸງເຕົ້າໂຮມຄວາມສາມັກຄີເອກະພາບພາຍ ໃນ, ເຂົ້າຮ່ວມທຸກຂະບວນການ, ປັບປຸງຕົນເອງ ແລະ ເດັດດ່ຽວໜຽວແໜ້ນໄປຕາມການນໍາພາຂອງພັກ.

ການປະຖະກະຖາຄັ້ງນີ້, ກໍ່ເພື່ອເປັນການປູກຈິດສໍານຶກໃຫ້ຄົນລຸ່ນໃໝ່ຮັບຮູ້, ໄດ້ຮຽນເອົາເປັນແບບຢ່າງ, ໃນການສືບທອດຮັກສາມູນເຊື້ອຄວາມສາມັກຄີໂດຍສະເພາະແມ່ນຄວາມສາມັກຄີ ບັນດາຊົນເຜົ່າທີ່ມີມາແຕ່ດຶກດໍາບັນເພື່ອເປັນການປຸກລະດົມທົ່ວປວງຊົນລາວບັນດາເຜົ່າໃຫ້ມີແນວຄິດຫຼັກໝັ້ນຊົນຊັ້ນປະຕິວັດ, ກໍາແໜ້ນແນວທາງນະໂຍບາຍຂອງພັກ-ກົດໝາຍຂອງລັດ, ມີຄວາມຈົ່ງຮັກພັກດີຕໍ່ພັກ-ລັດ ແລະ ຕໍ່ປະເທດຊາດ.

info@lfnd.org.la | 021 213754 | (856-21) 453191