ສູນກາງແນວລາວສ້າງຊາດ

Lao Front For National Development

ທ່ານຮອງປະທານ ສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ເຂົ້າຢ້ຽມຂໍ່ານັບທ່ານເຈົ້າແຂວງຫົວພັນ

ທ່ານ ນາງ ຄຳຈັນ ພົມແສງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ເຂົ້າຢ້ຽມຂໍ່ານັບທ່ານ ວັນໄຊ ແພງຊຸມມາ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຫົວພັນ; ໂອກາດນີ້, ທ່ານຮອງປະທານ ສນຊ ໄດ້ລາຍງານການເຄື່ອນໄຫວ ໃນໄລຍະ 25-29 ທັນວາ 2020 ຢູ່ເມືອງວຽງໄຊ, ເມືອງສົບເບົາ, ເມືອງຊຽງຄໍ້, ເມືອງແອດ ແລະ ເມືອງຊຳເໜືອ ໃຫ້ທ່ານເຈົ້າແຂວງຮັບຊາບ; ພ້ອມທັງແລກປ່ຽນຄຳຄິດຄຳເຫັນ, ປຶກສາຫາລື ກ່ຽວກັບການກະກຽມຄວາມພ້ອມການດຳເນີນກອງປະຊຸມໃຫຍ່ຜູ້ແທນ ແນວລາວສ້າງຊາດ ແຂວງຫົວພັນ ຄັ້ງທີ VIII ຕື່ມອີກ;

ໃນນີ້, ທ່ານເຈົ້າແຂວງຫົວພັນ ໄດ້ສະແດງຕາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ທ່ານຮອງປະ ທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ທີີ່ໄດ້ມາຢ້ຽມຢາມ ແລະ ເຮັດວຽກຄັ້ງນີ້ ຊຶ່່ງສະແດງເຖິງຄວາມເອົາໃຈໃສ່ຂອງສູນກາງແນວລາວສ້າງຊາດ ຕໍ່ແນວລາວສ້າງຊາດ ຂັ້ນທ້ອງຖິ່ນ; ພິທີຕ້ອນຮັບ ຈັດຂຶ້ນ ຢູ່ທີ່ຫ້ອງຮັບແຂກ ຫ້ອງວ່າການປົກຄອງແຂວງຫົວພັນ, ໃນວັນທີ 29 ທັນວາ 2020.

info@lfnd.org.la | 021 213754 | (856-21) 453191