ໃນລະຫວ່າງ ວັນທີ 8-12 ມິຖຸນາ 2020 ນີ້, ທ່ານ ປອ. ພິດສະໄໝ ບຸນວິໄລ ຮອງຫົວໜ້າກົມໂຄສະນາ-ອົບຮົມ ສູນກາງແນວລາວສ້າງຊາດພ້ອມດ້ວຍຄະນະໄດ້ເຄື່ອນໄຫວເກັບກຳຂໍ້ມຸນ ແລະ ຖ່າຍທໍາບັນດາກິດຈະກໍາຂອງໂຄງການທົດລອງສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຂອງແນວລາວສ້າງຊາດ ຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນລາວບັນດາເຜົ່າ ທີ່ສູນກາງແນວລາວສ້າງຊາດ ແລະ ກຸ່ມບໍລິສັດ ພົງສະຫວັນ ຈໍາກັດ ຮ່ວມມືກັນ ຢູ່ທີ່ຈຸດສຸມໂພນສະອາດ 516 ເມືອງລ້ອງຊານ ແຂວງໄຊສົມບູນ.
ໃນນີ້, ທ່ານ ສີພະວົງ ສຸທໍາມະວົງ ຫົວໜ້າຝ່າຍພັດທະນາໂຄງການ ໄດ້ໃຫ້ຮູ້ວ່າ: ການສ້າງຕັ້ງໂຄງການທົດລອງສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ນີ້, ເປັນການຮັບໃຊ້ສັງຄົມ, ຮັບໃຊ້ປະຊາຊົນລາວບັນດາເຜົ່າ, ໃນຂອບເຂດທົ່ວປະເທດເວົ້າລວມ, ເວົ້າສະເພາະກໍ່ຄືປະຊາຊົນແຂວງໄຊສົມບູນ, ເມືອງລ້ອງຊານ, ເຂດຈຸດສຸມ 516; ໂຄງການນີ້, ເປັນໂຄງການທົດລອງແນວພັນພຶດ, ພັນສັດເພື່ອສະໜອງໃຫ້ປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດ; ສ່ວນຜົນປະໂຫຍດທີ່ປະຊາຊົນຈະໄດ້ຮັບກໍ່ຄື: ປະຊາຊົນຈະໄດ້ມາຮຽນຮູ້ມາສຶກສາກ່ຽວກັບຫຼັກສູດການຝຶກອົບຮົມການປູກຝັງ ແລະ ລ້ຽງສັດ ໂດຍຈະບໍ່ມີຄ່າໃຊ້ຈ່າຍ; ຄວາມຄືບໜ້າຂອງໂຄງການມາຮອດປະຈຸບັນນີ້, ເຫັນວ່າ: ພວກເຮົາສ້າງສໍາເລັດ ອັນທີ 1 ແມ່ນສູນຝຶກອົບຮົມ, 2 ບ້ານພັກຕາກອາກາດ, 3 ເຮືອນຮົ່ມສະມາດຟາມ, 4 ໂຮງເຫັດ, 5 ການລ້ຽງສັດປະເພດ: ງົວພັນນົມ, ໝູປ່າ, ແບ້, ໄກ່ດູກດໍາ ແລະ ເປັດ. ສິ່ງອຳນວຍຄວາມສະດວກທີ່ແມ່ນໄດ້ເອົາຕາຄ່າຍ ໄຟຟ້າແຮງກາງຂະໜາດ 500 W 2 ໝໍ້ເພື່ອຮັບໃຊ້ໂຄງການຂອງພວກເຮົາ ນອກຈາກນັ້ນ, ໄດ້ເຈາະນໍ້າບານດານ 5 ບໍ່, ເພື່ອຮັບໃຊ້ໂຄງການສະເພາະ; ຜ່ານມາໂຄງການໄດ້ຊ່ວຍເຫຼືອປຸກເຮືອນໃຫ້ປະຊາຊົນທີ່ທຸກຍາກ ຈໍານວນ 6 ຫຼັງໃນ 5 ບ້ານຄື: ບ້ານນາມຸ້ງ 2 ຫຼັງ, ບ້ານຫ້ວຍນໍ້າເຢັນ 1 ຫຼັງ, ບ້ານໂພນສະອາດ 1 ຫຼັງ, ບ້ານສັນປາຕອງ 1 ຫຼັງ ແລະ ບ້ານແກ່ວສາມີ 1 ຫຼັງ. ນອກຈາກນີ້, ພວກເຮົາໄດ້ປະກອບສ່ວນແນວພັນພຶດພັນສັດໃຫ້ແຕ່ລະຄອບຄົວຢ່າງຄົບຖ້ວນ.
ສ່ວນແຜນການໃນຕໍ່ໜ້າພວກເຮົາຈະສ້າງເຮືອນພັກ 3 ຫຼັງໃຫ້ແກ່ນັກສໍາມະນາກອນກໍ່ຄືຜູ້ທີ່ເຂົ້າມາຝຶກອົບຮົມຢູ່ໃນໂຄງການ 1 ຫຼັງມີ 19 ຫ້ອງແມ່ນຈະເລີ່ມກໍ່ສ້າງພາຍໃນເດືອນກໍລະກົດເປັນຕົ້ນໄປ, ຈະໄດ້ເປີດຝຶກອົບຮົມເຕັກນິກການປູກຝັງ-ລ້ຽງສັດໃຫ້ແກ່ປະຊາຊົນລາວບັນດາເຜົ່າ ແລະ ອະນາຄົດຂອງໂຄງການຈະສືບຕໍ່ປູກຕົ້ນໄມ້ຢືນຕົ້ນເປັນຈໍານວນ 45 ເຮັກຕາ ສ່ວນເນື້ອທີ່ການປຸກຝັງ 6 ເຮັກຕາແມ່ນໄດ້ປູກໝາກມັງກອນ,
ໝາກມ່ວງ, ໝາກລໍາໄຍ້, ໝາກເງາະ, ໝາກອາໂວກາໂດ, ໝາກຖົ່ວລຽນ ແລະ ອື່ນໆທີ່ໄດ້ປູກສໍາເລັດໄປ 30%.
ພ້ອມກັນນີ້, ທ່ານ ໄຊເນັ່ງ ເລົ່າ ເລຂາພັກບ້ານນາຍບ້ານໆແກ່ວສາມີ ໄດ້ຕາງໜ້າປະຊາຊົນໃຫ້ຮູ້ວ່າ: ປະຊາຊົນສ່ວນຫຼາຍແມ່ນມີຄວາມດີໃຈຫຼາຍທີ່ໂຄງການໄດ້ເຂົ້າມາໃນບ້ານ, ໂຄງການໄດ້ຊ່ວຍເຫຼືອປູກເຮືອນ 1 ຫຼັງໃຫ້ແກ່ຄອບຄົວທີ່ທຸກຍາກ ແລະ ໄດ້ເອົາງົວ 2 ໂຕເພື່ອຊ່ວຍເຫຼືອຄອບຄົວທີ່ທຸກຍາກ, ປະຊາຊົນຂອງພວກເຮົາມີຄວາມດີໃຈຫຼາຍທີ່ເຂົ້າມາພັດທະນາເຂດບ້ານ ມີ 20 ຄອບຄົວ ຈາກ 8 ໝູ່ບ້ານໄດ້ມາຝຶກອົບຮົມໃນການປູກຝັງ ແລະ ລ້ຽງສັດຕ່າງໆ ຢູ່ສູນແຫ່ງນີ້, ນອກຈາກນັ້ນ, ໂຄງການກໍ່ໄດ້ສ້າງວຽກເຮັດງານທໍາໃຫ້ແກ່ລູກຫຼານປະຊາຊົນຈໍານວນໜຶ່ງ.
ທ່ານ ລີວ່າງ ໄຊຍະຊ້າງ ອະດິດຄະນະປະຈໍາພັກເມືອງ, ອະດິດປະທານແນວລາວສ້າງຊາດເມືອງລ້ອງຊານ, ອະດິດຄະນະຮັບຜິດຊອບໂຄງການກໍ່ໄດ້ຊີ້ແຈງໃຫ້ຮູ້ວ່າ: ພວກເຮົາໄດ້ເລືອກເອົາເມືອງລ້ອງຊານເປັນຈຸດທົດລອງຂອງໂຄງການ ສະນັ້ນ, ຈິ່ງໄດ້ເລືອກເອົາ 8 ບ້ານຢູ່ຈຸດສຸມ 516 ທີ່ເປັນເຂດພັດທະນາຂອງເມືອງ, ໂຄງການນີ້ເລີ່ມແຕ່ປີ 2017 ເປັນຕົ້ນມາ ໃນເບື້ອງຕົ້ນ ລົງເກັບກໍາຂໍ້ມູນສັງລວມ ຄວາມຕ້ອງການຂອງປະຊາຊົນ, ຈາກນັ້ນກໍ່ໄດ້ເອົາຊ່ຽວຊານມາວິໄຈນໍ້າ ແລະ ດິນວ່າ: ເຂດນີ້ເໝາະແກ່ການເຮັດຫຍັງ ເພື່ອສາມາດລົບລ້າງຄວາມທຸກຍາກຂອງປະຊາຊົນອັນນີ້ແມ່ນເປົ້າໝາຍຂອງໂຄງການ ພາຍຫຼັງໂຄງການເຂົ້າມາກໍ່ສາມາດຊ່ວຍເຫຼືອການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຂອງຈໍານວນ 8 ບ້ານໄດ້ຕາມເປົ້າໝາຍໃນປີ 2018 ແລະ ການແກ້ໄຂຄວາມທຸກຍາກຂອງປະຊາຊົນໃນໄລຍະ 2 ປີຜ່ານແມ່ນໄດ້ສູ້ຊົນຈົນເຖິງປັດຈຸບັນນີ້, ກິດຈະກໍາຕ່າງໆຂອງໂຄງການແມ່ນກໍາລັງພັດທະນາ, ສ່ວນຢູ່ໃນຄະນະຮັບຜິດຊອບຂັ້ນເມືອງໄດ້ຮ່ວມໄມ້ຮ່ວມມືໃນການສຶກສາອົບຮົມການເມືອງແນວຄິດໃຫ້ແກ່ປະຊາຊົນລາວບັນດາເຜົ່າ.
ປັດຈຸບັນໂຄງການສືບຕໍ່ເຮັດທົດລອງໄປກ່ອນ ສະຖານທີ່ດັ່ງກ່າວ ຕາມເພິ່ນເວົ້າແມ່ນຍັງບໍ່ທັນພຽງພໍ ໂຄງການເລີ່ມມີການປູກໄມ້ໃຫ້ໝາກ, ເລິ່ມເພາະພັນສັດຕ່າງໆ ໂຄງການດັ່ງກ່າວແມ່ນຕ້ອງໄດ້ເຮັດເປັນໄລຍະຍາວ; ຜົນໄດ້ຮັບຂອງປະຊາຊົນໃນປະຈຸບັນແມ່ນໜ່ວຍບໍລິການຂອງກຸ່ມບໍລິສັດ ພົງສະຫວັນ ແລະ ທະນະຄານພົງສະຫວັນ ທີ່ເປີດໜ່ວຍບໍລິການເງິນກູ້ຢືມ ຢູ່ບ້ານສັນປາຕອງ ໃຫ້ແກ່ປະຊາຊົນໄດ້ກູ້ຢືມໄປເຮັດກິດຈະກໍາຕ່າງໆ ໄລຍະສັ້ນ, ໄລຍະຍາວ, ໂຄງການໄດ້ຊ່ວຍເຫຼືອຕໍ່ຫ້ອງການບ້ານໃຫ້ແກ່ 8 ບ້ານ. ນອກຈາກນີ້, ຄະນະກໍ່ໄດ້ເຄື່ອນໄຫວຊຸກຍູ້ວຽກງານໂຄສະນາ ແລະ ສໍາພາດຜົນງານຂອງແນວລາວສ້າງຊາດເມືອງລ້ອງຊານ, ເມືອງຮົ່ມ ສໍາພາດຜູ້ຊົງຄຸນວຸດທິ ຫວນຄືນມູນເຊື້ອຂອງແນວລາວສ້າງຊາດ ເພື່ອເປັນການສະແດງຄວາມຮູ້ສຶກຕໍ່ມູນເຊື້ອອັນສະຫງ່າລາສີຂອງອົງການແນວລາວສ້າງຊາດ ຄົບຮອບ 70 ປີ (13 ສິງຫາ 1950 – 13 ສິງຫາ 2020).