ເນື່ອງໃນໂອກາດວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 70ປີ 13ສິງຫາ1950-13ສິງຫາ2020ນີ້,
ທ່ານ ຈະເລີນເຍຍປາວເຮີ ກໍາມະການສູນກາພັກ,ລັດຖະມົນຕີປະຈໍາຫ້ອງວ່າການສໍານັກງານນາຍົກລັດຄະມົນຕີມີຄວາມຮູ້ສຶກຕໍ່ກັບວັນດັ່ງກ່າວ ໃນນາມເປັນພົນລະເມືອງລາວ, ເປັນພະນັກງານ, ສະມາຊິກພັກ ແລະ ລັດຖະກອນການນຳຜູ້ໜຶ່ງ ໂດຍສະເພາະເຄີຍເປັນຮອງປະທານຜູ້ປະຈຳການ ຂອງຄະນະກຳມະການສູນກາງແນວລາວສ້າງຊາດສະໄໝທີ V ໃນໄລຍະແຕ່ປີ 1987-1989,
ຂ້າພະເຈົ້າແມ່ນມີຄວາມຮູ້ສຶກເອກອ້າງທະນົງໃຈທີ່ສຸດຕໍ່ການກຳເນີດ, ເຕີບໃຫຍ່ຂະຫຍາຍຕົວກໍ່ຄືຜົນງານອັນຍິ່ງໃຫຍ່ ຂອງແນວລາວສ້າງຊາດໃນຕະ ຫຼອດໄລຍະ 70 ປີ ທີ່ຜ່ານມາ. ໃນໄລຍະກວ່າເຄິ່ງສະຕະວັດທີ່ຜ່ານມາ ແມ່ນໄລຍະເວລາທີ່ແນວລາວສ້າງຊາດໄດ້ສ້າງໜ້າປະວຫັດສາດອັນມະຫືມາໃຫ້ແກ່ຊາດ ແລະ ປະຊາຊົນລາວບັນດາເຜົ່າຂອງພວກເຮົາ; ແມ່ນໄລຍະເວລາທີ່ແນວລາວສ້າງຊາດໄດ້ທົດສອບ ແລະ ເຕີບໃຫຍ່ທາງດ້ານປະລິມານ ແລະ ຄຸນນະພາບໂດຍຜ່ານແປວໄຟປະຕິວັດທີ່ລະອິດລະອ້ຽວ, ທຸລະກັນດານເຕັມໄປດ້ວຍຂວັດໜາມ, ພະ ຍຸລົມແດງ, ຊຶ່ງມີທັງຄວາມໂສກເສົ້າ ແລະ ຮອຍຍິ້ມ, ມີທັງໄຊຊະນະ ແລະ ເສຍໄຊດ້ວຍການເສຍ ສະຫຼະອັນໃຫຍ່ຫຼວງທີ່ສຸດ ແຕ່ກໍ່ເປັນໄລຍະເວລາທີ່ສະຫວ່າງສະໄຫວ ແລະ ມີກຽດສະຫງ່າງາມກວ່າໝູ່ໃນປະຫວັດສາດຂອງຊາດລາວເຮົາ. ໃນໂອກາດທີ່ມີຄວາມໝາຍສຳຄັນທາງປະຫວັດສາດນີ້, ຂ້າພະ ເຈົ້າຂໍສະແດງຄວາມເຄົາລົບ ແລະ ຮູ້ບຸນຄຸນຢ່າງສູງຕໍ່ຄຸນງາມຄວາມດີອັນໃຫຍ່ຫຼວງຂອງບັນດາທ່ານຜູ້ ນຳຂອງແນວລາວອິດສະຫຼະ, ແນວລາວຮັກຊາດ ແລະ ແນວລາວສ້າງຊາດ ກໍ່ຄືນັກຮົບປະຕິວັດ ແລະ ປະຊາຊົນລາວບັນດາເຜົ່າ ທີ່ໄດ້ເສຍສະຫຼະໝົດທຸກສິ່ງທຸກຢ່າງ ເພື່ອປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ.
ຂ້າພະເຈົ້າຄິດວ່າຄົນລາວທີ່ຮັກຊາດທຸກຄົນຄົງຈະເຂົ້າໃຈດີແລ້ວວ່າ : ພາລະກິດຕໍ່ສູ້ກູ້ຊາດຕ້ານຈັກກະພັດລ່າເມືອງຂຶ້ນທັງເກົ່າ ແລະ ໃໝ່ ເພື່ອກອບກູ້ເອົາເອກະລາດ ແລະ ອິດສະຫຼະພາບຂອງປະ ຊາຊົນລາວບັນດາເຜົ່າ ກໍ່ຄືພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງພວກເຮົາ ເປັນສາ ເຫດຕົ້ນຕໍພາໃຫ້ເກີດມີແນວລາວອິດສະຫຼະ, ແນວລາວຮັກຊາດໃນເມື່ອກ່ອນ ແລະ ແນວລາວສ້າງຊາດໃນປະຈຸບັນນີ້ເອງ.
ໃນໄລຍະຕົ້ນຂອງການປະຕິວັດຊາດ-ປະຊາທິປະໄຕປະຊາຊົນນັ້ນ ດ້ານໜຶ່ງ, ກຳລັງປະຕິວັດຍັງອ່ອນໜ້ອຍ ພັກຕ້ອງເຄື່ອນໄຫວຢ່າງປິດລັບທີ່ສຸດ ແລະ ອີກດ້ານໜຶ່ງການຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ເພື່ອປົດປ່ອຍຊາດ ແລະ ປະຊາຊົນກ້າວໄປສູ່ອຸດົມການຂອງພັກນັ້ນເປັນພາລະກິດປະຕິວັດທີ່ຍິ່ງໃຫຍ່, ຮອບດ້ານ, ຍາວນານ, ຫຍຸ້ງຍາກສັບສົນ, ດຸເດືອດ, ຂ້ຽວຂາດ, ເອົາເປັນເອົາຕາຍ, ເສຍສະຫຼະໃຫຍ່ຫຼວງ ແລະ ຮຽກຮ້ອງໃຫ້ມີກຳລັງແຮງສັງລວມຂອງຊາດທີ່ເປັນປຶກແຜ່ນອັນໜຶ່ງອັນດຽວຈຶ່ງສາມາດເຮັດໄດ້. ດ້ວຍເຫດນັ້ນ, ພັກກອມມູນິດອິນດູຈີນ (ຄະນະພັກແຄວ້ນລາວ) ໃນເວລານັ້ນ ຈຶ່ງຈຳເປັນຕ້ອງຊີ້ນຳໃຫ້ປະກາດສ້າງຕັ້ງກອງທັບລາວອິດສະຫຼະທີ່ເປັນກຳລັງປະ ກອບອາວຸດປະຕິວັດຂອງປະຊາຊົນລາວ ໃນວັນທີ 20 ມັງກອນ 1949 ແລະ ຕໍ່ມາກໍ່ໄດ້ສ້າງຕັ້ງແນວລາວອິດສະຫຼະ ໃນວັນທີ 13 ສິງຫາ 1950. ພາຍຫຼັງການຕໍ່ສູ້ຕ້ານຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ລູກມື ຂອງປະຊາຊົນ 3 ຊາດອິນດູຈີນໄດ້ຮັບໄຊຊະນະຢ່າງສົມບູນ ໃນປີ 1954 ໄດ້ພຽງບໍ່ພໍເທົ່າໃດວັນ ປະຊາຊົນລາວບັນດາເຜົ່າຕ້ອງປະເຊີນໜ້າກັບການຮຸກຮານຂອງຈັກກະພັດລ່າເມືອງຂຶ້ນແບບໃໝ່ ທີ່ເປັນສັດຕູຕົວອັນຕະລາຍ, ຮ້າຍກາດ, ຮັ່ງມີ, ເຂັ້ມແຂງກວ່າໝູ່ໃນໂລກ ຈຶ່ງຈຳເປັນຕ້ອງເປີດກວ້າງແນວໂຮມແຫ່ງຊາດ ແລະ ປ່ຽນຊື່ແນວລາວອິດສະຫຼະ ມາເປັນແນວລາວຮັກຊາດໃນປີ 1956 ເພື່ອເຕົ້າໂຮມຄົນລາວທີ່ຮັກຊາດທຸກຄົນເຂົ້າໃນແນວໂຮມຕ້ານຈັກກະພັດລ່າເມືອງຂຶ້ນແບບໃໝ່. ການກຳເນີດຂອງແນວລາວອິດສະຫຼະ ຫຼື ແນວລາວຮັກຊາດ ແມ່ນຂີດໝາຍປະຫວັດສາດແຫ່ງຄວາມເປັນເອກະພາບສູງ ແລະ ການເຕີບໃຫຍ່ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ ໃໝ່ ຂອງຂະບວນຮັກຊາດຕ້ານຈັກກະພັດ ຂອງປະຊາຊົນລາວບັນດາເຜົ່າປະເທດເຮົາ.
ແນວລາວອິດສະຫຼະ ຫຼື ແນວລາວຮັກຊາດໃນເມື່ອກ່ອນ ເນື້ອແທ້ມັນກໍ່ແມ່ນອົງການຈັດຕັ້ງການເມືອງປະຕິວັດຂອງປະຊາຊົນລາວ ພາຍໃຕ້ການນຳພາຮອບດ້ານ, ເດັດຂາດ, ໂດຍກົງຂອງພັກກອມມູນິດອິນດູຈີນ ແລະ ພັກປະຊາຊົນລາວໃນເວລານັ້ນ. ແນວລາວອິດສະຫຼະ ຫຼື ແນວລາວຮັກຊາດ ກໍ່ລ້ວນແຕ່ປະຕິບັດພາລະບົດບາດທີ່ສຳຄັນຕົ້ນຕໍຄື : (1) ນຳພາການຕໍ່ສູ້ປະຕິວັດ; (2) ຄຸ້ມຄອງລັດໃນເຂດທີ່ໝັ້ນປະຕິວັດ; (3) ເຕົ້າໂຮມຄວາມສາມັກຄີປວງຊົນລາວທັງຊາດ; (4) ເພີ່ມທະວີຄວາມສາມັກຄີກັບສາກົນ ເປັນຕົ້ນເພີ່ມທະວີພັນທະພາບລາວ-ຫວຽດນາມ-ກຳປູເຈຍ ເພື່ອດຳເນີນການຕໍ່ສູ້ຕ້ານຈັກກະພັດລ່າເມືອງຂຶ້ນທັງເກົ່າ ແລະ ໃໝ່ ຍາດເອົາເອກະລາດ ແລະ ອິດສະຫຼະພາບມາໃຫ້ປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ.
ຜົນງານອັນໃຫຍ່ຫຼວງຂອງແນວລາວອິດສະຫຼະ ແມ່ນສາມາດເຕົ້າໂຮມຄົນລາວຜູ້ທີ່ມັກອິດສະ ຫຼະພາບເປັນຈຳນວນຫຼວງຫຼາຍເຂົ້າໃນແນວໂຮມຕ້ານຈັກກະພັດລ່າເມືອງຂຶ້ນແບບເກົ່າ, ສ້າງໄດ້ຮາກຖານປະຕິວັດຢູ່ໃນ 10 ແຂວງທົ່ວປະເທດ ນັບທັງເຂດພູດອຍ, ຊົນເຜົ່າ, ຊົນນະບົດ, ທົ່ງພຽງ ແລະ ຕົວເມືອງ, ເປັນຕົ້ນແມ່ນສາມາດສ້າງໄດ້ຊຳເໜືອ ແລະ ຜົ້ງສາລີ ເປັນເຂດທີ່ໝັ້ນປະຕິວັດ-ເຂດເຕົ້າ ໂຮມກຳລັງປະຕິວັດ ແລະ ສ້າງໜໍ່ແໜງອຳນາດການປົກຄອງປະຕິວັດຢູ່ເຂດນີ້ຄ້າຍຄືລັດໜຶ່ງ, ທັງຮ່ວມສຳພັນສູ້ລົບລະຫວ່າງລາວ-ຫວຽດນາມ ແລະ ກຳປູເຈຍ ຈຶ່ງສາມາດຕີຊະນະຢ່າງສົມບູນລັດທິລ່າເມືອງຂຶ້ນແບບເກົ່າ ແລະ ລູກມືໃນປີ 1954, ສ້າງກາລະໂອກາດໃຫ້ແກ່ການກຳເນີດພັກປະຊາຊົນລາວ ໃນວັນທີ 22 ມີນາ 1955 ແລະ ການກຳເນີດບັນດາອົງການຈັດຕັ້ງມະຫາຊົນຂອງພັກ ຊຶ່ງໄດ້ສ້າງທ່າ ແລະ ກຳລັງແຮງສັງລວມໃຫ້ແກ່ການຕໍ່ສູ້ຍາດເອົາໄຊຊະນະລັດທິລ່າເມືອງຂຶ້ນແບບໃໝ່ ແລະ ລູກມືໃນໄລຍະຕໍ່ມາ.
ຜົນງານອັນມະຫັດສະຈັນຂອງແນວລາວຮັກຊາດ ແມ່ນສາມາດເປີດກວ້າງແນວໂຮມແຫ່ງຊາດຢ່າງກວ້າງຂວາງໃນທົ່ວປະເທດ, ທັງຮ່ວມສຳພັນສູ້ລົບກັບຫວຽດນາມ ແລະ ກຳປູເຈຍ, ຍາດແຍ່ງການຊ່ວຍເຫຼືອສະໜັບສະໜຸນຈາກສາກົນ ເປັນຕົ້ນບັນດາປະເທດສັງຄົມນິຍົມ, ດຳເນີນການຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນແບບໃໝ່ ແລະ ລູກແຫຼ້ງຕີນມືຂອງພວກເຂົາ, ທັງຮ່ວມສຳພັນກັບກຳລັງເປັນກາງຮັກຊາດ, ທັງຕໍ່ສູ້ດ້ວຍອາວຸດສົມທົບກັບການຕໍ່ສູ້ດ້ວຍການເມືອງ, ກົດໝາຍ ແລະ ການຕ່າງປະເທດ, ທັງຕໍ່ສູ້ປິດລັບສົມທົບກັບການຕໍ່ສູ້ເປີດເຜີຍ, ທັງຕໍ່ສູ້ທັງເຈລະຈາ ແລະ ລວມລາວເຖິງ 3 ຄັ້ງ, ຕີຊະນະສັດຕູເທື່ອລະກ້າວ, ເທື່ອລະບັ້ນລົບ ກ້າວຂຶ້ນຍາດເອົາໄຊຊະນະຢ່າງສົມບູນ ດ້ວຍການໂຄ້ນລົ້ມອຳນາດການປົກ ຄອງລ່າເມືອງຂຶ້ນແບບໃໝ່ ແລະ ລະບອບສັກດີນາຢ່າງສິ້ນເຊີງ ແລະ ສ້າງຕັ້ງ ສປປ ລາວ ຂຶ້ນໃນວັນທີ 02 ທັນວາ 1975, ພາປະເທດຊາດກ້າວເດີນຕາມເສັ້ນທາງ : ສັນຕິພາບ, ເອກະລາດ, ປະຊາທິປະ ໄຕ, ເອກະພາບ ແລະ ວັດທະນະຖາວອນ.
ພາຍຫຼັງສ້າງຕັ້ງ ສປປ ລາວ ມານີ້, ພັກປະຊາຊົນປະຕິວັດລາວ ໄດ້ກາຍເປັນພັກກຳອຳນາດ ແລະ ນຳພາໃນທຸກຂົງເຂດແຫ່ງຊີວິດສັງຄົມ ແລະ ໄດ້ມີອຳນາດລັດ ສປປ ລາວ ເປັນຜູ້ບໍລິຫານຄຸ້ມຄອງປະເທດຊາດ, ປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາປະເທດຊາດ. ດ້ວຍເຫດນັ້ນ, ຈຶ່ງໄດ້ປ່ຽນຊື່ແນວລາວຮັກຊາດ ມາເປັນແນວລາວສ້າງຊາດ ໃນປີ 1979. ໃນໄລຍະ ໃໝ່ນີ້, ແນວລາວສ້າງຊາດ ບໍ່ໄດ້ເຮັດພາລະບົດບາດນຳພາ ແລະ ຄຸ້ມຄອງລັດຄືໃນໄລຍະກ່ອນ, ແຕ່ແນວລາວສ້າງຊາດ ຍັງມີພາລະບົດບາດສຳຄັນຍິ່ງໃນຖານະເປັນອົງການສຳພັນທາງການເມືອງຂອງລະ ບອບປະຊາທິປະໄຕປະຊາຊົນ, ເປັນບ່ອນເຕົ້າໂຮມຄວາມສາມັກຄີທົ່ວປວງຊົນ ແລະ ສຶກສາອົບຮົມສະມາຊິກຂອງຕົນ ກໍ່ຄືປະຊາຊົນບັນດາເຜົ່າ, ຊັ້ນຄົນ, ສາສະໜາ ລວມທັງຄົນເຊື້ອຊາດລາວຢູ່ຕ່າງ ປະເທດ ເພື່ອປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ. ແນວລາວສ້າງຊາດ ພ້ອມດ້ວຍສະຫະພັນນັກຮົບເກົ່າແຫ່ງຊາດ ແລະ ບັນດາອົງການມະຫາຊົນຂອງພັກ ແມ່ນພາກສ່ວນໜຶ່ງທີ່ສຳຄັນທີ່ສຸດຂອງລະບົບການເມືອງປະຊາທິປະໄຕປະຊາຊົນຂອງປະເທດເຮົາ ຫຼື ເວົ້າແນວອື່ນແມ່ນພື້ນຖານການເມືອງທີ່ແໜ້ນແກ່ນຂອງລັດປະຊາທິປະໄຕປະຊາຊົນ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ.
ຂ້າພະເຈົ້າ ມີຄວາມພາກພູມໃຈເປັນຢ່າງຍິ່ງຕໍ່ຜົນງານ ແລະ ການເຄື່ອນໄຫວຂອງແນວລາວສ້າງຊາດ ໃນຕະຫຼອດໄລຍະ 45 ປີທີ່ຜ່ານມາ, ອັນພົ້ນເດັ່ນແມ່ນແນວລາວສ້າງຊາດ ບໍ່ສະເພາະແຕ່ສາມາດສືບທອດ, ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອຂອງແນວລາວອິດສະຫຼະ ແລະ ແນວລາວຮັກຊາດເທົ່ານັ້ນ ແຕ່ແນວລາວສ້າງຊາດ ຍັງໄດ້ຍົກລະດັບ ແລະ ຄວາມສາມາດໃນການເຄື່ອນ ໄຫວເຕົ້າໂຮມ, ສຶກສາອົບຮົມ ແລະ ປຸກລະດົມປະຊາຊົນບັນດາເຜົ່າ, ຊັ້ນຄົນ ແລະ ສາສະໜາ ເຂົ້າຮ່ວມໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ປັບປຸງ ແລະ ເພີ່ມທະວີກ້ອນກຳລັງແຮງແຫ່ງຄວາມສາມັກຄີເປັນປຶກແຜ່ນພາຍໃນຊາດ ເຮັດໃຫ້ປະເທດຊາດມີສະຖຽນລະພາບການເມືອງຢ່າງໝັ້ນຄົງ, ສັງຄົມມີຄວາມສະຫງົບ, ປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດມີການຂະຫຍາຍຕົວ, ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່ານັບມື້ດີຂຶ້ນ, ບົດບາດອິດທິພົນຂອງປະເທດເຮົານັບມື້ສູງເດັ່ນໃນເວທີພາກພື້ນ ແລະ ສາກົນ.
ໃນໄລຍະແຕ່ 2020-2030 ເປັນໄລຍະເວລາທີ່ສຳຄັນທີ່ສຸດຂອງພັກ, ລັດ, ແນວລາວສ້າງຊາດ ແລະ ປະຊາຊົນລາວບັນດາເຜົ່າ ຊຶ່ງມີທັງຂໍ້ສະດວກ ແລະ ສິ່ງທ້າທາຍທົດສອບໃຫຍ່ຫຼາຍຢ່າງທີ່ເລັ່ງທວງໃຫ້ພວກເຮົາຕ້ອງບາກບັ່ນບຸກບືນຜ່ານຜ່າ ພາປະເທດຊາດລຸດພົ້ນອອກຈາກສະພາວະດ້ອຍພັດທະນາ, ສ້າງບາດລ້ຽວໃໝ່ໃນການພັດທະນາປະເທດຕາມທິດຍືນຍົງ ແລະ ສີຂຽວ, ກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ. ດ້ວຍເຫດນັ້ນ, ມັນຮຽກຮ້ອງໃຫ້ແນວລາວສ້າງຊາດ ຈະໄດ້ສືບຕໍ່ເສີມຂະຫຍາຍມູນເຊື້ອອັນສະຫງ່າອົງອາດຂອງຕົນໃນໄລຍະ 70 ປີທີ່ຜ່ານມາໃຫ້ແຂງແຮງກວ່າເກົ່າ, ຕັ້ງໜ້າປັບປຸງການຈັດຕັ້ງ ແລະ ການເຄື່ອນໄຫວຂອງຕົນໃຫ້ໜັກແໜ້ນ, ເຂັ້ມແຂງ, ເຄື່ອນໄຫວມີປະສິດທິພາບ, ປະສິດທິຜົນ; ສືບຕໍ່ສ້າງ, ປັບປຸງ ແລະ ເພີ່ມທະວີຄວາມສາມັກຄີປອງດອງທີ່ເປັນປຶກແຜ່ນຂອງທຸກຊົນເຜົ່າ, ຊັ້ນຄົນ, ສາສະໜາ ແລະ ເພດໄວຢູ່ພາຍໃນປະເທດ ແລະ ສືບຕໍ່ສົ່ງເສີມໃຫ້ພີ່ ນ້ອງຊາວລາວທີ່ດຳລົງຊີວິດຢູ່ຕ່າງປະເທດ ມີສ່ວນຮ່ວມໃນພາລະກິດສ້າງສາປະເທດຊາດໃຫ້ຫຼາຍຂຶ້ນ; ເສີມຂະຫຍາຍຢ່າງແຂງແຮງ ແລະ ເຕັມສ່ວນບົດບາດຂອງແນວລາວສ້າງຊາດ ເຂົ້າໃນການຕິດຕາມ, ກວດກາການປະຕິບັດລັດຖະທຳມະນູນ ແລະ ກົດໝາຍຂອງບັນດາອົງການອຳນາດລັດຂັ້ນຕ່າງໆ, ສະ ກັດກັ້ນ ແລະ ຕ້ານບັນດາປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ; ເສີມຂະຫຍາຍສິດເປັນເຈົ້າ ແລະ ປະຊາ ທິປະໄຕຂອງປະຊາຊົນລາວບັນດາເຜົ່າໃນທຸກດ້ານ ເປັນຕົ້ນໃນການເລືອກຕັ້ງອົງການປົກຄອງຂັ້ນບ້ານ, ເລືອກຕັ້ງສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນທ້ອງຖິ່ນ, ປະຕິບັດສິດ ແລະ ພັນທະຂອງພົນລະເມືອງລາວຢ່າງຄົບຖ້ວນ ແລະ ຖືກຕ້ອງຕາມກົດໝາຍ, ເສີມສ້າງສັງຄົມລາວໃຫ້ເປັນສັງ ຄົມທີ່ມີຄວາມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.
ຢາກເຮັດໄດ້ຄືແນວນັ້ນ, ຂ້າພະເຈົ້າຫວັງວ່າ ອົງການແນວລາວສ້າງຊາດທຸກຂັ້ນ ຈະໄດ້ສືບຕໍ່ປັບປຸງຕົນເອງໃນທຸກດ້ານໃຫ້ໜັກແໜ້ນ, ເຂັ້ມແຂງ, ຍົກລະດັບຄວາມສາມາດໃນການປະຕິບັດພາລະບົດບາດ, ໜ້າທີ່ວຽກງານໃຫ້ໄດ້ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ. ພ້ອມກັນນີ້, ສະເໜີໃຫ້ອົງການລັດທຸກຂັ້ນ ຈົ່ງອຳນວຍຄວາມສະດວກ ແລະ ປັບປຸງກົນໄກ, ນະໂຍບາຍຕ່າງໆຕໍ່ໍ່ແນວລາວສ້າງຊາດ ແລະ ບັນດາອົງການມະຫາຊົນຂອງພັກໃຫ້ສອດຄ່ອງ ເພື່ອອຳນວຍຄວາມສະດວກໃຫ້ອົງການເຫຼົ່ານີ້ ສາມາດເຄື່ອນໄຫວປະຕິບັດໜ້າທີ່ຂອງຕົນຢ່າງເປັນເຈົ້າການໃຫ້ດີຂຶ້ນ ເປັນຕົ້ນສາມາດກຸ້ມຕົນເອງເທື່ອລະກ້າວໃນດ້ານການໃຊ້ຈ່າຍທີ່ຈຳເປັນຕ່າງໆ ແລະ ຂໍໃຫ້ຄະນະພັກທຸກຂັ້ນ ຈົ່ງສືບຕໍ່ເພີ່ມທະວີການນຳພາ-ຊີ້ນຳຢ່າງແທດເຖິງກວ່າເກົ່າຕໍ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການແນວລາວສ້າງຊາດຂັ້ນຂອງຕົນ ແນໃສ່ເສີມຂະຫຍາຍບົດບາດຂອງແນວລາວສ້າງຊາດຢ່າງເຕັມສ່ວນ ເຂົ້າໃນພາລະກິດສ້າງສາປະ ເທດຊາດໃຫ້ສົມຊື່ຂອງອົງການນີ້.