ສູນກາງແນວລາວສ້າງຊາດ

Lao Front For National Development

ທ່ານ ຈັນທະວົງ ແສນອາມາດມົນຕີ ລົງຊຸກຍູ້ວຽກງານສ້າງກອງທຶນສາມັກຄີຢູ່ເມືອງໄຊພູທອງ ແລະ ເມືອງ ຈໍາພອນ

ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມ​ດ້ວຍ​ຄະນະ ໂດຍມີທ່ານ ນາງ ແສງດາວ ບຸພະກອນຄໍາ ຮອງປະທານກຸ່ມບໍລິສັດພົງສະຫວັນ ໄດ້​ລົງເຄື່ອນໄຫວ​ຢ້ຽມຢາມ, ຊຸກຍູ້​ວຽກງານໂຄສະນາ ແລະ ວຽກງານການສ້າງກອງທຶນສາມັກຄີ ຂອງແນວລາວສ້າງຊາດ ຢູ່ເມືອງ ໄຊພູທອງ ແລະ ເມືອງ ຈໍາພອນ ແຂວງສະຫວັນນະເຂດ. ຢູ່ເມືອງ ຈໍາພອນ ໄດ້ພົບປະກັບທ່ານຮອງເຈົ້າເມືອງ ພ້ອມດ້ວຍແນວລາວສ້າງຊາດ ແລະ ພະນັກງານຫ້ອງການຕ່າງໆຂອງເມືອງ ໃນວັນທີ 25 ສິງຫາ 2020 ທີ່ຫ້ອງການປົກຄອງເມືອງໄຊພູທອງໂດຍໄດ້ຮັບຟັງການລາຍງານສະພາບລວມໂດຍຫຍໍ້ຈາກທ່ານຮອງເລຂາພັກເມືອງ ເຊິ່ງເມືອງໄຊພູທອງມີ 40 ບ້ານ, ໃນນັ້ນມີ 5 ບ້ານໄດ້ສ້າງຕັ້ງກອງທຶນສາມັກຄີແລ້ວ ໂດຍໄດ້ເລີ່ມເຄື່ອນໄຫວມາແຕ່ທ້າຍປີ 2019, ອາຊີບຕົ້ນຕໍຂອງປະຊາຊົນແມ່ນເຮັດນາ.

ວັນທີ 26 ສິງຫາ 2020 ທ່ານຮອງປະທານ ສນຊ ພ້ອມດ້ວຍຄະນະ ໄດ້ສືບຕໍ່ຢ້ຽມຢາມສູນກະສິກໍາກອງທຶນສາມັກຄີແນວລາວສ້າງຊາດ ບ້ານດົງຄໍາໝື່ນ ເມືອງ ຈໍາພອນ ແຂວງ ສະຫວັນນະເຂດ  ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ຄໍາລຸຍ ຍາດຕິວົງ ກໍໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆຈໍາພອນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ໂດຍມີທ່ານ ສິນໄຊ ວົງລະຄອນ ຮອງປະທານແນວລາວສາ້ງຊາດແຂວງ ຕິດຕາມຄະນະ. ໃນ​ໂອກາດ​ລົງ​ຢ້ຽມຢາມ​ຄັ້ງ​ນີ້ ໄດ້ຮັບຟັງການລາຍງານສະພາບເສດຖະກິດ-ສັງຄົມ ຂອງເມືອງຈໍາພອນ ແລະ ການເຄື່ອນໄຫວຂອງຄະນະກອງທຶນ ບ້ານ ດົງຄໍາໝື່ນ ເຊິ່ງຄະນະຮັບຜິດຊອບ​ລາຍ​ງານວ່າ: ບ້ານດົງຄໍາໜື່ນ ມີ 241 ຫລັງຄາເຮືອນ, ອາຊີບປະຊາຊົນສ່ວນຫຼາຍແມ່ນເຮັດນາ ແລະ ຄ້າຂາຍເປັນສໍາຮອງ, ກອງທຶນດັ່ງກ່າວໄດ້​ສ້າງຕັ້ງ​ຂຶ້ນ ໃນ​ປີ 2019 ເຊິ່ງໄດ້ຮັບການຊຸກຍູ້ສົ່ງເສີມຈາກແນວລາວສ້າງຊາດຂັ້ນສູນກາງ, ແຂວງ ແລະ ກຸ່ມບໍລິສັດ ພົງສະຫວັນ ໄດ້ຮັບອະນຸມັດວົງເງິນທັງໝົດຈໍານວນ ໜຶ່ງຕື້ກີບໃນເບື້ອງຕົ້ນໃຫ້ກອງທຶນນໍາໄປພັດທະນາການຜະລິດເປັນສິນຄ້າ ເຊິ່ງມີດອກເບ້ຍ 0,88% ຕໍ່ເດືອນ ໄລຍະເວລາກູ້ຍືມແມ່ນອີງໃສ່ສະພາບຕົວຈິງ ມີໄລຍະສັ້ນ, ກາງ ແລະ ໄລຍະຍາວຕາມຄວາມສາມາດທີ່ເໝາະສົມ. ພາຍຫຼັງທີ່ໄດ້ຈັດຕັ້ງກອງທຶນຂຶ້ນກໍ່ໄດ້ປະຕິບັດຕາມເນື້ອໃນຂອງໂຄງການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຕິດພັນກັບການແກ້ໄຂຄວາມທຸກຍາກ, ຊຸກຍູ້ໃຫ້ປະຊາຊົນຜະລິດເປັນສິນ ຄ້າຕິດພັນກັບການທ່ອງທ່ຽວໃຫ້ນັບມື້ນັບຫຼາຍຂຶ້ນ ໂດຍສະເພາະແມ່ນ ສຸມໃສ່ການຜະລິດກະສິກໍາ, ການປູກເຂົ້າ, ປູກໝາກໄມ້ກິນໝາກ. ພ້ອມດຽວກັນນັ້ນ, ໃນສູນກະສິກໍາກອງທຶນສາມັກຄີແນວລາວສ້າງຊາດນີ້ໄດ້ສ້າງສິ່ງອໍານວຍຄວາມສະດວກຈໍານວນໜຶ່ງໃຫ້ແກ່ການຜະລິດ.

ທ່ານ ຈັນທະວົງ ແສນອາມາດມົນຕີ ໄດ້​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ມາ​ຍັງ​ຄະນະ​ນໍາເມືອງ, ຄະນະກອງທຶນ, ປະຊາຊົນພາຍໃນບ້ານ ທີ່​ໄດ້​ປະກອບສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ການ​ພັດທະນາ ເວົ້າລວມ, ເວົ້າສະເພາະ ກໍຄືການຊຸກຍູ້, ສົ່ງເສີມໃນສ້າງລາຍຮັບໃຫ້ປະຊາຊົນ ໂດຍການປູກ, ການລ້ຽງສັດ, ການຜະລິດກະສິກໍາເປັນສິນຄ້າ ເພື່ອແກ້ໄຂຊິວິດການເປັນຢູ່ໃຫ້ນັບມື້ນັບດີຂຶ້ນ; ພ້ອມນັ້ນ, ທ່ານ​ຮອງ​ປະທານ ໄດ້​ເນັັ້ນ​ໜັກ​ໃຫ້ຄະນໍາເມືອງ-ບ້ານ ເອົາໃຈໃສ່ໃນການສຶກສາອົບຮົມເຕົ້າໂຮມຄວາມສາມັກຄີພາຍໃນຄະນະກອງທຶນ ຕະຫຼອດເຖິງປະຊາຊົນບັນດາເຜົ່າພາຍໃນບ້ານໃຫ້ມີຄວາມສາມັກຄີເປັນປຶກແຜນປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດໂຄງການໃຫ້ດີທີ່ສຸດ; ພ້ອມດຽວກັນນັ້ນ,​ ໃຫ້ຈັດມີການຝຶກອົບຮົມໃຫ້ປະຊາຊົນທາງດ້ານຄວາມຮູ້, ດ້ານເຕັກນິກການປູກ-ການລ້ຽງ, ການສ້າງອາຊີບທີໜັ້ນຄົງ  ແລະ ການສ້າງລາຍຮັບໃຫ້ແກ່ຄອບຄົວ; ເພື່ອພ້ອມກັນຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ. ຫລັງຈາກນັ້ນ, ທ່ານຮອງປະທານ ສນຊ ພ້ອມຄະນະ ກໍ່ໄດ້ຢ້ຽມຢາມກິດຈະກໍາຕ່າງໆໃນໂຄງການຕື່ມອີກ.

 

info@lfnd.org.la | 021 213754 | (856-21) 453191