ສູນກາງແນວລາວສ້າງຊາດ

Lao Front For National Development

ທ່ານ ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງສະຫວັນນະເຂດ.

ເມືອງຈໍາພອນເປັນເມືອງທີ່ມີເງື່ອນໄຂ ແລະ ທ່າແຮງດ້ານແຫຼ່ງນ້ໍາທໍາມະຊາດ, ມີເນື້ອທີ່ການຜະລິດກະສິ ກຳທີ່ກວ້າງຂວາງ, ມີລະບົບຊົນລະປະທານທີ່ລັດລົງທຶນຮັບໃຊ້ໃຫ້ແກ່ ການຜະລິດກະສິກໍາ, ປູກຝັງລ້ຽງສັດ ແລະ ການປະມົງ, ປະຊາຊົນສ່ວນຫຼາຍແມ່ນຍຶດຖືອາຊີບ ເຮັດນາເປັນຕົ້ນຕໍ ກວມ 85%, ມີແຫຼ່ງທ່ອງທ່ຽວທາງດ້ານປະ ຫວັດສາດ, ທໍາມະຊາດ ແລະ ວັດທະ ນາທໍາຫຼາຍແຫ່ງທີ່ເປັນທ່າແຮງໃນການພັດທະນາເສດຖະກິດ-ສັງຄົມຂອງເມືອງ.
ທົ່ວເມືອງປະກອບມີ 101 ບ້ານ, ມີພົນລະເມືອງທັງຫມົດ ມີ 03 ເຜົ່າດຳລົງຊີວິດຢູ່ຮ່ວມກັນຄື: ເຜົ່າລາວ, ເຜົ່າຜູ້ໄທ ແລະ ເຜົ່າບຣູ ( ກະຕາງ-ມັງກອງ ); ລະບົບການເມືອງທົ່ວເມືອງມີ 16 ຄະນະພັກຮາກຖານ, ມີ 158 ຫນ່ວຍພັກ, ມີຫຼາຍຫນ່ວຍພັກ ໄດ້ຮັບນາມມະຍົດຫນ່ວຍພັກປອດໃສ, ເຂັ້ມແຂງ ຫນັກແຫນ້ນ, ພາຍໃນເມືອງມີຄວາມສາມັກຄີ ອັນເປັນປຶກແຜ່ນ; ບັນດາອົງການຈັດຕັ້ງມະຫາຊົນໄດ້ຮັບການປັບປຸງໃຫ້ມີຄວາມເຂັ້ມແຂງ, ມີຄະນະກໍາມະການແນວ ລາວສ້າງຊາດເມືອງ 33 ທ່ານ. ສະພາບການພາຍໃນເມືອງມີຄວາມສະຫງົບປອດໄພໂດຍພື້ນຖານ, ສັງຄົມມີຄວາມ ເປັນລະບຽບຮຽບຮ້ອຍ, ບັນດາກໍາລັງ ປກ ໃຫ້ມີຄວາມເຂັ້ມແຂງປກສ ໄດ້ຮັບການຝຶກອົບຮົມ ປະຊາຊົນໄດ້ປະກອບ ສ່ວນເຂົ້າໃນວຽກງານດັ່ງກ່າວ ຢ່າງເປັນເຈົ້າການ, ເສດຖະກິດຂອງເມືອງໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວ ຢ່າງຕໍ່ເນື່ອງ ດ້ວຍອັດຕາການຂະຫຍາຍຕົວ ໃນລະດັບ 4,90%, ການຜະລິດສະບຽງອາຫານ ແລະ ຜະລິດເປັນສິນຄ້າ ຂອງປະຊາຊົນໄດ້ຮັບການຊຸກຍູ້ສົ່ງເສີມຢ່າງຕໍ່ເນື່ອງເປັນຕົ້ນການຜະລິດເຂົ້ານາປີ ແລະ ນາແຊງ, ການລ້ຽງສັດກໍ່ໄດ້ມີ ການຂະຫຍາຍຕົວເພີ່ມຂຶ້ນ ມີຫຼາຍຄອບຄົວໄດ້ຜະລິດເປັນສິນຄ້າ, ໄປພ້ອມກັບວຽກງານພັດທະນາເສດຖະກິດສັງຄົມ ອົງການປົກຄອງເມືອງ ໄດ້ຈັດຕັ້ງປະຕິບັດມະຕິຄໍາສັ່ງຂອງຄະນະ ພັກຂັ້ນເທິງໃນການກະກຽມໃຫ້ແກ່ການດໍາເນີນ ກອງປະຊຸມໃຫຍ່ 03 ຂັ້ນຂອງພັກ ສໍາລັບຢູ່ເມືອງໄດ້ກະກຽມໃຫ້ແກ່ ການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ VIII ອົງຄະນະພັກເມືອງ, ຕົກລົງແຕ່ງຕັ້ງກ່ຽວກັບການກະກຽມດ້ານຕ່າງໆ ແລະ ໄດ້ດໍາເນີນການ ຢ່າງຕໍ່ເນື່ອງມາເປັນລໍາດັບ.
ໂອກາດນີ້, ທ່ານ ປອ. ໄຊສົພອນ ພົມວິຫານ, ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວ ສ້າງຊາດ, ໄດ້ແນະນຳໃຫ້ຄະນະພັກ ເມືອງເອົາໃຈໃສ່ໃນການກະກຽມວຽກງານດ້ານຕ່າງໆ ທີ່ກ່ຽວຂ້ອງ ເພື່ອດຳເນີນ ກອງປະຊຸມໃຫ່ຍອົງຄະນະພັກເມືອງຢ່າງຕັ້ງໜ້າ, ສືບຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສົ່ງເສີມ ປະຊາຊົນທຳການຜະລິດໃຫ້ກາຍເປັນສີນຄ້າ ເພຶ່ອສ້າງລາຍຮັບໃຫ້ແກ່ຄອບຄົວ; ຫຼັງຈາກນັ້ນ, ທ່ານປະທານ ສູນ ກາງແນວລາວສ້າງຊາດ ພ້ອມຄະນະ ໄດ້ລົງຢ້ຽມ ຢາມສູນທົດລອງ ແລະ ຮຽນຮູ້ດ້ານກະສິກຳ, ເຊີ່ງພາຍໃນ ສູນດັ່ງກ່າວແມ່ນມີການທົດລອງປູກ ໝາກແຕງແຄນຕາລຸບ 02 ຊະນິດ: ສີແດງ ແລະ ສີຂາວ; ໝາກເລັ່ນ, ໝາກມັງກອນ, ປູກເຫັດ, ການປູກເຂົ້ານາແຊງໃສ່ນາໄຮ່ໃຫ່ຍ ໂດຍນຳໃຊ້ກົນຈັກທີ່ທັນສະໄໝເຂົ້າໃນການຜະລິດ; ຜ່ານການປະຕິບັດມາໄດ້ໄລຍະໜື່ງ ໂຄງການດັ່ງກ່າວແມ່ນໄດ້ຮັບຄວາມ ສົນ ໃຈຈາກປະຊາຊົນທີ່ຕ້ອງການຈະປູກ. ໂອກາດ ນີ້, ທ່ານປະທານສູນກາງແນວລາວສ້າງຊາດ ໄດ້ແນະນຳໃຫ້ໜ່ວຍງານທີ່ກ່ຽວຂ້ອງສືບຕໍ່ຈັດຕັ້ງປະຕິບັດໂຄງການດັ່ງ ກ່າວໃຫ້ສຳເລັດຕາມແຜນການ.
ໃນໂອກາດນີ້, ໄດ້ນຳເອົາໜ່ວຍແພດເຄື່ອນທີ່ທັງສູນກາງ ແລະ ທ້ອງຖີ່ນລົງກວດກາສຸຂະພາບ ແລະ ໄດ້ ແຈກຢາຍຢາປົວພະຍາດຟີຣໃຫ້ແກ່ພໍ່ແມ່ປະຊາຊົນທັງສອງໝູ່ບ້ານ ໂດຍສະເພາະ ແມ່ນຜູ້ອາຍຸສູງ ແລະ ເດັກນ້ອຍ ພາຍໃນໝູ່ບ້ານ ດົງແຊ ແລະ ບ້ານສີງທ່າ; ເພື່ອເຮັດໃຫ້ເຂົ້າເຈົ້າມີສຸຂະພາບແຂງແຮງດີ, ໂດຍສະເພາະ ແມ່ນເດັກນ້ອຍ ທີ່ເປັນອານາຄົດຂອງຊາດ.

info@lfnd.org.la | 021 213754 | (856-21) 453191