ໃນວັນທີ 21 ມັງກອນ 2022 ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ Kobayashi Kenichi, ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງຍີ່ປຸ່ນ ຄົນໃໝ່ ປະຈໍາ ສປປ ລາວ.
ໃນໂອກາດດັ່ງກ່າວ, ທ່ານ ສິນລະວົງ ຄຸດໄພທູນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ Kobayashi Kenichi ທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງເປັນ ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ຍີ່ປຸ່ນ ປະຈໍາ ສປປ ລາວ, ເຊື່ອໝັ້ນວ່າການມາປະຕິບັດໜ້າທີ່ຂອງ ທ່ານທູດຈະປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສອງປະເທດ ສປປ ລາວ-ຍີ່ປຸ່ນ ໃຫ້ນັບມື້ແໜ້ນແຟ້ນ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.
ພ້ອມກັນນີ້, ທ່ານ ປະທານສູນກາງແນວລາວສ້າງຊາດ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຕະຫລອດໄລຍະ 66 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ແລະ ການເປັນຄູ່ຮ່ວມຍຸດທະສາດຄົບຮອບ 6 ປີ, ພ້ອມທັງສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອແກ່ ສປປ ລາວ ໃນການຈັດຕັ້ງປະຕິບັດໂຄງການຮ່ວມມືສອງຝ່າຍ ເປັນຕົ້ນແມ່ນ ສາທາລະນະສຸກ, ສຶກສາ, ການຄ້າ-ການລົງທຶນ, ວັດທະນະທໍາ ແລະ ອື່ນໆ, ເຊິ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາພື້ນຖານໂຄງລ່າງ, ເສດຖະກິດ-ສັງຄົມຂອງ ສປປ ລາວ ໃນປັດຈຸບັນ, ພ້ອມທັງຍິນດີຈະຮ່ວມມືກັບທ່ານທູດຍີ່ປຸ່ນ ໃນການຊຸກຍູ້ການພົວພັນຮ່ວມມື ລະຫວ່າງ ພັກ ປປ ລາວ ແລະ ບັນດາພັກການເມືອງໃນຍີ່ປຸ່ນ ກໍ່ຄື ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ.
ໃນໂອກາດດຽວກັນ, ທ່ານ Kobayachi Kenichi ໄດ້ແຈ້ງສະພາບການພົ້ນເດັ່ນໃນການສ້າງສາພັດທະນາເສດຖະກິດ-ສັງຄົມຂອງປະເທດຍີ່ປຸ່ນຕໍ່ທ່ານ ປະທານສູນກາງແນວລາວສ້າງຊາດຮັບຊາບເຊັ່ນດຽວກັນ ພ້ອມທັງໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງທ່ານ ປະທານສູນກາງແນວລາວສ້າງຊາດ ແລະ ໃຫ້ຄໍາໝັ້ນສັນຍາຈະເຮັດສຸດຄວາມສາມາດຂອງຕົນໃນການສືບຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນການພົວພັນຮ່ວມມື ຍີ່ປຸ່ນ-ລາວ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຍິນດີສືບຕໍ່ສະໜັບສະໜູນການຈັດກິດຈະກໍາຂອງສະມາຄົມມິດຕະພາບ ຍີ່ປຸ່ນ-ລາວ ເພື່ອເສີມຂະຫຍາຍການພົວພັນ ລະຫວ່າງ ປະຊາຊົນ ກັບປະຊາຊົນສອງປະເທດ ແລະ ຈະສືບຕໍ່ເຮັດວຽກຮ່ວມກັບພາກສ່ວນຕ່າງໆຂອງ ສປປ ລາວ ເພື່ອສົ່ງເສີມການພົວພັນຮ່ວມມືທີ່ດີ ລະຫວ່າງ ສອງປະເທດ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ



