ສູນກາງແນວລາວສ້າງຊາດ

Lao Front For National Development

ທ່ານ ປະທານສູນກາງແນວລາວສ້າງຊາດ ຕ້ອນຮັບຄະນະຂອງບໍລິສັດ ເກ້ວເລີມ ສສ ຫວຽດນາມ

ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ຕ້ອນຮັບການເຂົ້າພົບປະຢ້ຽມຢາມ ຂອງທ່ານ ຫງວຽນ ຮົ້ງ ລາມ ປະທານກຸ່ມບໍລິສັດ ເກ້ວເລີມ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 6 ມີນາ 2023 ນີ້ທີ່ ສູນກາງແນວລາວສ້າງຊາດ.

ທ່ານ ປະທານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຍິນດີຕ້ອນຮັບ ຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງທ່ານ ປະທານກຸ່ມບໍລິສັດ ເກ້ວເລີມ.

ທ່ານ ຫງວຽນ ຮົ້ງ ລາມ ໄດ້ສະແດງຄວາມຂອບໃຈຕໍ່ທ່ານປະທານສູນກາງແນວລາວສ້າງຊາດ ທີ່ໄດ້ໃຫ້ການຕ້ອນຮັບຄະນະຢ່າງອົບອຸ່ນ ແລະ ໄດ້ລາຍງານຈຸດປະສົງຂອງການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ໃຫ້ທ່ານປະທານສູນກາງແນວລາວສ້າງຊາດ ໄດ້ຮັບຊາບວ່າ: ວາລະການເຄື່ອນໄຫວ ແມ່ນຈະໄດ້ໄປຢ້ຽມຢາມບັນດາກິດຈະກຳກ່ຽວກັບວຽກງານກະສິກຳ ຂອງກຸ່ມບໍລິສັດ ພົງສະຫວັນ ເນື່ອງຈາກວ່າທັງສອງບໍລິສັດຈະໄດ້ສຶບຕໍ່ພົວພັນຮ່ວມມືກັນ ໃນດ້ານວຽກງານກະສິກຳ ເປັນຕົ້ນແມ່ນການຜະລິດປຸຍຊີວະພາບ, ການນຳໃຊ້ເຕັກໂນໂລຢີເຂົ້າຊ່ວຍໃນຂະແໜງການຜະລິດກະສິກຳ ເພື່ອເຮັດໃຫ້ວຽກງານການປູກ-ການລ້ຽງ ຢູ່ ສປປ ລາວ ໄດ້ຮັບການພັດທະນາດີຂຶ້ນ ແລະ ມີປະສິດທິຜົນສູງຂຶ້ນ.

ຂ່າວ+ພາບ: ເຢ

ບກ: ອິນທະຫວາ

info@lfnd.org.la | 021 213754 | (856-21) 453191