ໃນລະຫວ່າງວັນທີ 20-23 ມີນາ 2023 ນີ້ ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ(ສນຊ) ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານ ຢູ່ແຂວງອຸດົມໄຊ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ບຸນຄົງ ຫລ້າຈຽມພອນ ກຳມະການສຳຮອງສູນກາງພັກ ເຈົ້າແຂວງອຸດົມໄຊ, ທ່ານ ວັນນາ ແກ້ວສັນຕິ ກຳມະການປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງອຸດົມໄຊ ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງແຂວງ.
ໃນໂອກາດນີ້, ທ່ານ ປະທານ ສນຊ ໄດ້ເຂົ້າຮ່ວມພິທີພົບປະຖອດຖອນບົດຮຽນ ລະຫວ່າງ ຄະນະປະຈຳພັກແຂວງ ແລະ ອາດີດຄະນະປະຈຳພັກແຂວງ ເຊິ່ງ ໄດ້ຮັບຟັງການລາຍງານໂດຍຫຍໍ້ ກ່ຽວກັບການ ເຄື່ອນໄຫວ ວຽກງານທີ່ພົ້ນເດັ່ນ ປະຈຳປີ 2022 ແລະ ທິດທາງແຜນການະຈຳປີ 2023 ເຊິ່ງໄດ້ຍົກໃຫ້ເຫັນວ່າ: ໃນໄລຍະ 1 ປີຜ່ານມາ ຄະນະບໍລິຫານງານພັກແຂວງ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາວຽກງານການເມືອງ-ແນວຄິດ ຢ່າງເປັນປົກກະຕິ; ໄດ້ເອົາ ໃຈໃສຊີ້ນຳ-ນຳພາ ວຽກງານປ້ອງກັນຊາດ-ປ້ອງການຄວາມສະຫງົບ ຕິດພັນກັບການ ຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ ເຮັດໃຫ້ໃນທົ່ວແຂວງມີຄວາມສະຫງົບ ແລະມີຄວາມເປັນລະບຽບຮຽບຮ້ອຍ; ໄດ້ສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ການດຶງດູດນັກລົງທຶນ ຂອງພາກເອກະຊົນທາງພາຍໃນ ແລະ ຕ່າງປະເທດ, ຊຸກຍູ້ສົ່ງເສີມການຜະລິດກະສິກຳ ເປັນສິນຄ້າຕິດພັນກັບການແກ້ໄຂຄວາມທຸກຍາກ ຂອງປະຊາຊົນລາວບັນດາເຜົ່າ, ປັບປຸງວຽກງານການບໍລິການ ໃຫ້ມີຄຸນນະພາບດີຂື້ນ ແລະ ສາມາດຮອງຮັບໄດ້ນັກທ່ອງທ່ຽວ ເຮັດໃຫ້ເສດຖະກິດ ຂອງແຂວງ ມີການ ຂະຫຍາຍຕົວຂຶ້ນຢ່າງຕໍ່ເນື່ອງ. ພ້ອມທັງໄດ້ຍົກໃຫ້ເຫັນດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້.
ທ່ານ ປະທານ ສນຊ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ, ຍ້ອງຍໍຊົມເຊີຍຕໍ່ຜົນງານຕ່າງໆທີ່ຄະນະພັກ-ຄະນະນຳຂອງແຂວງ ຍາດມາໄດ້ໃນໄລຍະຜ່ານມາ ແລະ ທ່ານໄດ້ເນັ້ນໃຫ້ສືບຕໍ່ຊີ້ນຳ-ນຳພາວຽກງານການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານລັດຖະກອນ ແລະ ປະຊາຊົນລາວບັນດາເຜົ່າ ຢູ່ພາຍໃນແຂວງ; ເອົາໃຈໃສ່ສຶກສາອົບຮົມ-ເຕົ້າໂຮມຄວາມສາມັກຄີປອງດອງ ຂອງທົ່ວປວງຊົນ; ໃຫ້ກວດກາຄືນບັນດາກິດຈຳຕ່າງໆ ຂອງແຂວງທີ່ຍັງຄົງຄ້າງເພື່ອສືບຕໍ່ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສຳເລັດ.
ພ້ອມກັນນີ້ ທ່ານ ປະທານ ສນຊ ພ້ອມຄະນະ ໄດ້ເຂົ້າຮ່ວມພິທີວາງພວງມາລາຢູ່ສຸສານນັກຮົມປະຕິວັດ ແຂວງອຸດົມໄຊ, ວາງກະຕ່າດອກໄມ້ຢູ່ອະນຸສາວະລີ ປະທານ ໄກສອນ ພົມວິຫານ ແຂວງອຸດົມໄຊ ແລະ ໄດ້ເຂົ້າຮ່ວມພິທີສະເຫລີມສະຫລອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ(22 ມີນາ 1955-22 ມີນາ 2023). ນອກນີ້, ທ່ານກໍໄດ້ລົງໄປຢ້ຽມຢາມການພັດທະນາພື້ນຖານໂຄ່ງລ່າງຂອງແຂວງ ເປັນຕົ້ນແມ່ນຢ້ຽມຢາມໂຄງການສ້າງຄັນຄູກັນເຈື່ອນ, ສາງຄ່ຽນຖ່າຍສິນຄ້າຂອງສະຖານີລົດໄຟແຂວງ, ສູນບໍລິການເຕົ້າໂຮມຄ່ຽນຖ່າຍສິນຄ້າມະຫາໂຊກ, ໄປຢ້ຽມຢາມພື້ນທີ່ໂຄງການອຳມະຕະ, ໂຮງງານ ຊີລີຄອນ ແລະ ໂຮງງານສີມັງອຸດົມໄຊຈຽງເກີ ຈຳກັດຜູ້ດຽວ ຂອງເມືອງນາໝໍ້, ລົງຢ້ຽມຢາມການພັດທະນາພື້ນຖານໂຄງລ່າງ ແລະ ເຂດພັດທະນາການກະເສດ ເປັນຕົ້ນແມ່ນການປູກໝາກໄມ້ໃຫ້ໝາກ ແລະ ການປູກມັນຕົ້ນ ຂອງເມືອງແບງ, ເມືອງປາກແບງ ແລະ ເມືອງຮຸນ ພ້ອມທັງໄດ້ມອບເງິນສົດ ແລະ ເຄື່ອງຊ່ວຍເຫລືອປະເພດເຄື່ອງນຸ່ງຫົ່ມ ແລະ ຢາປົວພະຍາດຈຳນວນໜຶ່ງໃຫ້ 3 ເມືອງໃຕ້ຂອງແຂວງອຸດົມໄຊ ເພື່ອນຳໄປມອບຕໍ່ໃຫ້ປະຊາຊົນ ທີ່ຍັງມີຄວາມຫຍຸ້ງຍາກຢູ່ຕາມບ້ານເປົ້າໝາຍ.
ພາບ+ຂ່າວ: ເຢ
ບກ: ພ.ບຸຸບຜາ