ສູນກາງແນວລາວສ້າງຊາດ

Lao Front For National Development

ທ່ານ ປະທານ ສນຊ ເຄື່ອນໄຫວຢ້ຽມຢາມ ສູນພັດທະນາ ແລະ ບໍລິການ ດ້ານການກະເສດ ຫ້ວຍຊອນ-ຫ້ວຍຊົ້ວ

ທ່ານ ປອ ໄຊສົົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ສູນພັດທະນາ ແລະ ບໍລິການດ້ານການກະເສດຫ້ວຍຊອນ-ຫ້ວຍຊົ້ວ ເມືອງນາຊາຍທອງ ນະ ຄອນຫຼວງວຽງຈັນ ໃນວັນທີ 07 ກຸມພາ 2020 ນີ້.
ທ່ານ ບຸນຈັນ ກົມບຸນຍະສິດ ຫົວໜ້າສູນພັດທະນາ ແລະ ບໍລິການດ້ານການກະເສດ ຫ້ວຍຊອນ-ຫ້ວຍຊົ້ວ ໄດ້ລາຍງານໃຫ້ຮູ້ໂດຍສັງເຂບວ່າ: ສູນພັດທະນາ ແລະ ບໍລິການດ້ານການກະເສດ ຫ້ວຍຊອນ-ຫ້ວຍຊົ້ວ ເປັນໂຄງການຮ່ວມມືຂອງສອງປະມຸກລັດ ສປປລາວ ແລະ ຣາຊອານາຈັກໄທ ດໍາເນີນງານຢູ່ພາຍໃຕ້ຄວາມຮັບຜິດຊອບຂອງກະຊວງກະສິກໍາ ແລະ ປ່າໄມ້ ກັບຄະນະປະສານງານໂຄງການອັນເນື່ອງມາຈາກພຣະຣາຊດໍາຮິ, ເຊິ່ງປະກອບມີ ຄະນະຮ່ວມມືທາງດ້ານວິຊາການ ຈາກບັນດາກົມຕ່າງໆຂອງກະຊວງກະເສດ ແລະ ສະຫະກອນ ແຫ່ງຣາຊອານາຈັກໄທ ນັບແຕ່ມື້ເປີດສູນ ໃນວັັນທີ 08 ເມສາ 1994 ມາຮອດປັດຈຸບັນ ຄົບຮອບ 25 ປີ. ໂຄງການດັ່ງກ່າວມີຈຸດປະສົງ ເພື່ອເສີມສ້າງສາຍພົວພັນອັນດີງາມລະຫວ່າງປະຊາຊົນສອງຊາດ ລາວ-ໄທ ໃຫ້ມີຄວາມໝັ້ນຄົງ ແລະ ຍາວນານ. ເພື່ອປັບປຸງຊິວິດການເປັນຢູ່ຂອງປະຊາຊົນໃຫ້ມີຄວາມຢູ່ດີມີສຸກ, ພັດທະນາຄວາມຮູ້ ແລະ ນໍາເອົາເຕັກນິກວິຊາການ ດ້ານການປູກ-ການລ້ຽງ ມາຝຶກອົບຮົມໃຫ້ຊາວກະສິກອນໄດ້ຮຽນຮູ້ ແລ້ວນໍາໄປປະຕິບັດຕົວຈິງ ເພື່ອຜະລິດເປັນອາຫານລ້ຽງຕົວເອງ , ຄອບຄົວ ແລະ ສ້າງລາຍຮັບທີ່ໝັ້ນຄົງ ກ້າວໄປເຖິງການຫຼຸດພົ້ນອອກຈາກຄວາມທຸກຍາກໄດ້. ພ້ອມດຽວກັນນັ້ນ, ທ່ານຫົວໜ້າສູນຍັງໃຫ້ຮູ້ວ່າ ສູນພັດທະນາ ແລະ ບໍລິການດ້ານການກະເສດຫ້ວຍຊອນ-ຫ້ວຍຊົ້ວ ມີເນື້ອທີທັງໝົດ52 ເຮັກຕາ ແລະ ອ່າງເກັບນໍ້າຫ້ວຍຊອນ ມີເນື້ອທີ່ 42,6 ເຮັກຕາ ເກັບນໍ້າໄດ້ 1,800,000 ແມັດກ້ອນ ເຊິ່ງມີລະບົບຄອງສົ່ງນໍ້າ 5,570 ແມັດ ສາມາດຕອບສະໜອງນໍ້າໃຫ້ແກ່ການຜະລິດລະດູແລ້ງໄດ້ປະມານ 180 ເຮັກຕາ ແລະ ລະດູຝົນໄດ້ 200-300 ເຮັກຕາ. ໂຄງການ ຫ້ວຍຊອຊ-ຫ້ວຍຊົ້ວ ປະກອບມີ 07 ຂະແໜງການຄື: ຂະແໜງ ບໍລິຫານ, ແຜນການ ແລະ ລົງທຶນ; ຂະແໜງຊົນລະປະທານ; ຂະແໜງ ພັດທະນາທີ່ດິນກະສິກໍາ; ຂະແໜງ ປູກຝັງ; ຂະແໜງ ລ້ຽງສັດ ແລະ ສັດຕະວະແພດ; ຂະແໜງປະມົງ ແລະ ຂະແໜງ ສົ່ງເສີມ, ຝຶກອົບຮົມ ແລະ ການສາທິດ.

ໃນໂອກາດນີ້ທ່ານ ປະທານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດໃນການຈັດຕັ້ງປະຕິບັດວຽກງານຂອງສູນພັດທະນາ ແລະ ບໍລິການດ້ານການກະເສດຫ້ວຍຊອນ-ຫ້ວຍຊົ້ວໃນໄລຍະຜ່ານມາ. ພ້ອມກັນນີ້, ທ່ານປະທານສູນກາງແນວລາວສ້າງຊາດ ໄດ້ເນັ້ນຄະນະພັກ-ຄະນະນໍາ ຂອງສູນດັ່ງກ່າວ ຈົ່ງພ້ອມກັນເອົາໃຈໃສ່ປັບປຸງ, ສ້າງພະນັກງານ ໃຫ້ເຂັ້ມແຂງກ່ຽວກັບວິຊາການສະເພາະດ້ານ ເຮັດໃຫ້ສູນກາຍເປັນສະ ຖານທີ່ຮຽນຮູ້ຖ່າຍທອດເຕັກນິກວິຊາການໃຫ້ນັກຮຽນ-ນັກສຶກສາ ແລະ ຊາວກະສິກອນ; ພັດທະນາສູນໃຫ້ກາຍເປັນສວນລວມດ້ານແນວພັນຜັກ, ໄມ້ໃຫ້ໝາກ, ໄມ້ປະດັບ, ປັບປຸງຮັກສາພັນສັດ, ສັດນໍ້າ ຕາມພາລະບົດບາດຂອງຕົນທີ່ໄດ້ກໍານົດໄວ້. ພ້ອມດຽວກັນນັ້ນ, ໃຫ້ເອົາໃຈໃສ່ພັດທະນາສູນໃຫ້ກາຍເປັນສູນລວມທາງດ້ານການກະເສດ, ການກະສິກໍາທີ່ທັນສະໄໜ ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມໃນໄລຍະໃໝ່, ເພື່ອເຮັດໃຫ້ເປັນສູນຮຽນຮູ້, ໃຫ້ຄໍາປຶກສາ ກ່ຽວກັບວຽກງານກະສິກໍາ-ການກະເສດ ໃຫ້ແກ່ຊາວກະສິກອນ ກໍ່ຄືປະຊາຊົນລາວບັນດາເຜົ່າ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນລາວບັນດາເຜົ່າທີ່ປະກອບອາຊີບເຂົ້າໃນການຜະລິດກະສິກໍາເປັນສິນຄ້າ. ຈາກນັ້ນ, ທ່ານປະທານສູນກາງແນວລາວສ້າງຊາດພ້ອມຄະນະໄດ້ ທ່ຽວຊົມຂະແໜງການຕ່າງໆຂອງສູນດັ່ງກ່າວອີກດ້ວຍ.

info@lfnd.org.la | 021 213754 | (856-21) 453191