ທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ (ສນຊ) ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມສາມັນຄົບຄະນະກໍາມະການສູນກາງແນວລາວສ້າງຊາດຄັ້ງທີ 5 ສະໄໝທີ X, ໃນວັນທີ 12 ສິງຫາ ຜ່ານມານີ້ ທີ່ຫໍປະຊຸມແຫ່ງຊາດ, ມີພະເຖລານຸເຖລະ ພ້ອມດ້ວຍບັນດາຮອງປະທານ, ກໍາມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງ-ນະ ຄອນຫຼວງ ໃນທົ່ວປະເທດ ຕະຫຼອດຮອດພະນັກງານຫຼັກແຫຼ່ງ ແລະ ຜູ້ຕາງໜ້າອົງການຈັດຕັ້ງມະຫາຊົນເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ທ່ານ ໄຊສົມພອນ ພົມວິຫານ ໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍຜົນສໍາເລັດທີ່ສູນກາງແນວລາວສ້າງຊາດ ຍາດມາໄດ້ໃນໄລຍະຜ່ານມາ ພ້ອມນັ້ນ ກໍໄດ້ເນັ້ນຕື່ມບາງບັນຫາທີ່ຄວນເອົາໃຈໃສ່ ພາຍຫຼັງສໍາເລັດກອງປະຊຸມຄັ້ງນີ້ໃຫ້ແນວລາວສ້າງຊາດຂັ້ນສູນກາງ ກໍຄືຂັ້ນທ້ອງຖິ່ນໃຫ້ເອົາໃຈໃສ່ກວດກາຄືນການຈັດຕັ້ງປະຕິບັດບັນດາຄາດໝາຍ, ມະຕິກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດສະໄໝທີ X ກໍຄືກອງປະຊຸມໃຫຍ່ແນວລາວສ້າງຊາດທ້ອງຖິ່ນ ໂດຍສະ ເພາະການຜັນຂະຫຍາຍແຜນພັດທະນາວຽກງານແນວລາວສ້າງຊາດ ເພື່ອສະຫຼຸບຕີລາຄາບັນດາດ້ານທີ່ຕ້ອງໄດ້ສືບຕໍ່ສູ້ຊົນປັບປຸງໃຫ້ດີຂຶ້ນ, ເພື່ອເປັນບ່ອນອີງໃນການວາງທິດທາງການເຄື່ອນໄຫວໄລຍະ 5 ປີ ຂອງກອງປະຊຸມໃຫຍ່ຄັ້ງຕໍ່ໄປຂອງຕົນ, ພ້ອມທັງເອົາໃຈໃສ່ວຽກງານໂຄສະນາ, ສ້າງຂະບວນການກະກຽມໃສ່ກອງປະຊຸມໃຫຍ່ແນວລາວສ້າງຊາດແຂວງ-ນະຄອນຫຼວງ ກໍຄືກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດສະໄໝທີ XI ໃຫ້ເປັນຂະບວນຟົດຟື້ນ. ພ້ອມນັ້ນ, ຄະນະຮັບຜິດຊອບວຽກງານກວດກາແນວລາວສ້າງຊາດຂັ້ນສູນກາງ-ທ້ອງຖິ່ນ ຕ້ອງສືບຕໍ່ປະຕິບັດບົດບາດຂອງຕົນໃນການປະສານສົມທົບກັບອົງ ການພາຄີ ຄະນະທີ່ປຶກສາຕ່າງໆ ປະຕິບັດພາລະບົດບາດຕິດຕາມກວດກາ-ເກັບກໍາຫາງສຽງສັງຄົມ, ຄໍາຮ້ອງ, ຄໍາສະເໜີ, ເກັບກໍາຄວາມຄິດຄວາມເຫັນ, ຄວາມຂັດຂ້ອງໝອງໃຈຂອງປະຊາຊົນລາວບັນດາເຜົ່າຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ຜົນກະທົບຈາກການພັດທະນາໂຄງການຕ່າງໆ, ການເຄື່ອນໄຫວປະ ຕິບັດໜ້າທີ່ຂອງສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນທ້ອງຖິ່ນ, ວຽກງານຕອບແທນຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ. ໃຫ້ຄະນະຮັບຜິດຊອບກະກຽມດໍາເນີນກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ສະໄໝທີ XI, ກະກຽມຮ່າງບົດລາຍງານການເມືອງ, ຮ່າງກົດລະບຽບຂອງແນວລາວສ້າງຊາດ ສະໄໝທີ XI ສະບັບປັບປຸງ, ສືບຕໍ່ເອົາໃຈໃສ່ຮີບຮ້ອນສັງລວມຄໍາຄິດ ຄໍາເຫັນ ເພື່ອປັບປຸງເນື້ອໃນຕາມການປະກອບຄໍາເຫັນຂອງຜູ້ແທນກອງປະຊຸມ ແລະ ທິດຊີ້ນໍາຈາກຄະນະປະຈໍາສູນກາງແນວລາວສ້າງຊາດ, ເພື່ອເອົານໍາໄປທາບທາມຢູ່ທ້ອງຖິ່ນອີກຮອບໜຶ່ງ ກ່ອນຈະນໍາມາຜ່ານກອງປະຊຸມຄະນະປະຈໍາສູນກາງແນວລາວສ້າງຊາດ ເປີດກວ້າງ ແລ້ວນໍາໄປຜ່ານໃນກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດສະໄໝທີ XI, ພິຈາລະນາ ແລະ ຮັບຮອງເອົາ. ໃຫ້ອົງການແນວລາວສ້າງຊາດສົມທົບກັບຄະນະພັກແຂວງ-ນະຄອນຫຼວງ ເປັນເຈົ້າການນຳພາ-ຊີ້ນຳ ການຄົ້ນຄ້ວາຮໍ່າຮຽນເພື່ອເຊື່ອມຊຶມກຳແໜ້ນເນື້ອໃນສຳຄັນມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 108/ກມສພ ວ່າດ້ວຍວຽກງານແນວໂຮມ ແລະ ວຽກງານອົງການຈັດຕັ້ງສັງຄົມຂອງພັກໄລຍະໃໝ່ ໃຫ້ແນວລາວສ້າງຊາດແຂວງ-ນະຄອນຫຼວງ ບັນດາກົມ, ຫ້ອງ ການ ແລະ ສູນຝຶກອົບຮົມ ນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ ໂດຍສະເພາະທິດທາງວຽກງານປີ 2020-2021 ໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງ ໃນຄວາມຮັບຜິດຊອບຂອງຕົນ, ສືບຕໍ່ນໍາພາຂະບວນການສ້າງຄອບຄົວ, ບ້ານສາມັກຄີປອງດອງ ໃຫ້ເປັນຂະບວນການຟົດຟື້ນກວ້າງຂວາງ, ທັງໄດ້ຄຸນນະພາບ ເພື່ອສ້າງຄວາມສາມັກຄີ, ຄວາມສະຫງົບ, ເປັນລະບຽບຮຽບຮ້ອຍໃນຄອບຄົວ ແລະ ສັງຄົມໃຫ້ດີຂຶ້ນ.
ນອກຈາກນີ້, ຍັງໄດ້ມີການປະດັບຫຼຽນໃຫ້ກັບບຸກຄົນທີ່ມີຜົນງານດີເດັ່ນ, ໃນການອຸທິດເຫື່ອແຮງ ສະຕິປັນຍາ, ວັດຖຸຈິດໃຈ, ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃນຂະບວນການເຄື່ອນໄຫວວຽກງານແນວລາວສ້າງຊາດຕະຫຼອດໄລຍະ 10 ປີຜ່ານມາ (2010-2020) ປະກອບມີ ຫຼຽນໄຊອິດສະຫຼະຊັ້ນ I ຈໍານວນ 1 ທ່ານ, ຊັ້ນ II 5 ທ່ານ ແລະ ຊັ້ນ III 2 ທ່ານ. ຫຼຽນໄຊແຮງງານຊັ້ນ I ມີ 18 ທ່ານ, ຊັ້ນ II ມີ 19 ທ່ານ ແລະ ຊັ້ນ III ມີ 29 ທ່ານ, ຫຼຽນໄຊພັດທະນາຊັ້ນ I ມີ 1 ທ່ານ, ຫຼຽນກາແຮງງານ 28 ທ່ານ ແລະ ໃບຍ້ອງຍໍລັດຖະບານ 41 ທ່ານ.