ສູນກາງແນວລາວສ້າງຊາດ

Lao Front For National Development

ທ່ານ ປະທານ ສູນກາງແນວລາວສ້າງຊາດ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງ ຫົວພັນ ຄັ້ງທີ X

ທີ່ສະໂມສອນແຂວງ ຫົວພັນ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງຫົວພັນ ຄັ້ງທີ X ໂດຍ ການເປັນປະທານຂອງ ສະຫາຍ ວັນໄຊ ແພງຊຸມມາ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆ ຫົວພັນ, ມີບັນດາສະຫາຍຈາກຄະນະກວດກາສູນກາງພັກ, ຫ້ອງວ່າການສູນກາງພັກ, ມີຄະນະພັກພະແນກປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບແຂວງ, ອະດີດການນໍາ, ພະນັກງານປະຕິວັດອາວຸດໂສບໍານານ, ແຂກຖືກເຊີນ, ຜູ້ແທນສົມບູນທີ່ ເປັນຕົວແທນໃຫ້ແກ່ສະມາຊິກພັກເຂົ້າຮ່ວມ ໃນລະຫວ່າງວັນທີ 2-3 ພະຈິກ 2020 ນີ້

ໃນພິທີເປີດ ສະຫາຍ ວັນໄຊ ແພງຊຸມມາ ໄດ້ກ່າວວ່າ: ກອງປະຊຸມໃຫຍ່ໃນຄັ້ງນີ້ຈະໄດ້ພ້ອມກັນຕີລາຄາກ່ຽວ ກັບຜົນສໍາເລັດໃນການຈັດຕັ້ງປະຕິບັດແນວທາງຂອງພັກ, ມະຕິກອງປະຊຸມຕົວແທນສະມາຊິກພັກຂອງແຂວງ ໃນໄລ ຍະ 5 ປີຜ່ານມາ. ຍົກໃຫ້ເຫັນຈຸດດີ ຜົນສໍາເລັດ, ຈຸດອ່ອນ-ຂໍ້ຄົງຄ້າງ, ສາເຫດທີ່ພາໃຫ້ມີຈຸດອ່ອນ ແລະ ບາງບົດຮຽນ ທີ່ຖອດຖອນໄດ້, ໄດ້ຮັບຟັງການປະກອບຄໍາເຫັນຈາກແນວລາວສ້າງຊາດ, ພະແນກການທີ່ກ່ຽວຂ້ອງ ແລະ ຈະໄດ້ພ້ອມ ກັນຄົ້ນຄວ້າ, ຕົກລົງເປັນເອກະພາບຮັບຮອງເອົາຄະນະບໍລິຫານງານພັກຊຸດໃໝ່ ເພື່ອສືບຕໍ່ຊີ້ນໍາ-ນໍາພາ ວຽກງານຮອບ ດ້ານຕາມແນວທາງນະໂຍບາຍຂອງພັກ, ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ, ສໍາຮອງໄປຮ່ວມກອງປະຊຸມໃຫຍ່ຄັ້ງ ທີ XI ຂອງພັກທີ່ຈະເປີດຂຶ້ນໃນຕໍ່ໜ້າ ແລະ ຈະໄດ້ຮັບຟັງການໂອ້ລົມຂອງສະຫາຍ ໄຊສົມພອນ ພົມວິຫານ ເພື່ອເປັນ ເຂັມທິດເຍືອງທາງໃຫ້ແກ່ຄະນະພັກຊຸດໃໝ່, ສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາ ເຜົ່າສືບຕໍ່ຈັດຕັ້ງປະຕິບັດ 2 ໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາ ແຂວງຫົວພັນ ໃຫ້ກ້າວຂຶ້ນ ເທື່ອລະກ້າວ ເຊິ່ງກອງປະຊຸມດັ່ງກ່າວ ຈະໄດ້ດຳເນີນໄປເປັນເວລາ 2 ວັນຈຶ່ງສຳເລັດ.

info@lfnd.org.la | 021 213754 | (856-21) 453191