ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດພ້ອມດ້ວຍຄະນະ ຕ້ອນຮັບການເຂົ້າມາສະເໜີຕົວ ແລະ ພົບປະປຶກສາຫາລື ຂອງຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ເຊິ່ງນໍາໂດຍ ທ່ານ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ.
ເນື່່ອງໃນໂອກາດທີ່ທ່ານ ມອນໄຊ ລາວມົວຊົ່ງ ໄດ້ຮັບຕຳແໜ່ງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຄົນໃໝ່ ພ້ອມດ້ວຍຄະນະໄດ້ເຂົ້າມາສະເໜີຕົວ ໃຫ້ຄະນະນໍາສູນກາງແນວລາວສ້າງຊາດ ເພື່ອຢ້ຽມຂໍ່ານັບຄະນະນຳສູນກາງແນວລາວສ້າງຊາດ ໃນວັນທີ 22 ກຸມພາ 2022 ທີ່ຫ້ອງຮັບແຂກ ສູນກາງແນວລາວລາວສ້າງຊາດ.