ໃນວັນທີ 9 ພະຈິກ 2023 ນີ້ ທ່ານ ຫຼິວ ຊຽວຄາຍ ປະທານສະພາທີ່ປຶກສາການເມືອງ ແຂວງຢຸນນານ ສາທາລະນະລັດ ປະຊາຊົນຈີນ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ໃນໂອກາດມາເຄື່ອນໄຫວເຮັດວຽກໃນຄັ້ງນີ້, ທ່ານປະທານສະພາທີ່ປຶກສາການເມືອງແຂວງຢຸນນານ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ, ຮອງປະທານຜູ້ປະຈຳການ ສູນກາງແນວລາວສ້າງຊາດ(ສນຊ). ໂອກາດນີ້, ທ່ານ ຄຳໄຫຼ ສີປະເສີດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ເຊິ່ງເປັນການປະກອບສ່ວນເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ລາວ-ຈີນ ເວົ້າລວມ, ເວົ້າສະເພາະແມ່ນອົງການແນວລາວສ້າງຊາດ ກັບສະພາທີ່ປຶກສາການເມືອງແຂວງຢຸນນານ ໃຫ້ເຂົ້າສູ່ລວງເລີກ. ພ້ອມກັນນີ້, ທ່ານ ຮອງປະທານຜູ້ປະຈຳການ ສນຊ ຍັງໄດ້ລາຍງານສະພາບລວມໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ພາລະບົດບາດ, ສິດ ແລະ ໜ້າທີ່ຂອງອົງການແນວລາວສ້າງຊາດ ໂດຍຫຍໍ້ ໃຫ້ຄະນະໄດ້ຮັບຊາບ.
ທ່ານ ຫຼິວ ຊຽວຄາຍ ໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງຕໍ່ຄະນະນຳຂອງສູນກາງແນວລາວສ້າງຊາດ ທີ່ໄດ້ຕ້ອນຮັບຄະນະໃນຄັ້ງນີ້ ແລະ ທ່ານໄດ້ຍົກໃຫ້ເຫັນສະພາບທີ່ຕັ້ງຂອງແຂວງຢຸນນານ, ຍົກໃຫ້ເຫັນບັນດາຜົນສຳເລັດໃນການຮ່ວມມືລະຫວ່າງແຂວງຢຸນນານ ກັບ ສປປ ລາວ ເປັນຕົ້ນແມ່ນດ້ານວຽກງານສາທາລະນະສຸກ, ວຽກງານດ້ານການສຶກສາ, ວຽກງານຄົມມະນາຄົມ-ຂົນສົ່ງ ແລະ ວຽກງານການລົງທຶນ ເຊິ່ງນັກທຸລະກິດຂອງແຂວງຢຸນນານໄດ້ມາລົງທຶນດຳເນີນທຸລະກິດຢູ່ ສປປ ລາວ ເປັນຈຳນວນຫຼາຍ.
ພ້ອມກັນນີ້, ທັງສອງຝ່າຍຍັງໄດ້ຕີລາຄາຄືນກ່ຽວກັບບັນດາຜົນສຳເລັດໃນການພົວພັນຮ່ວມມືລະຫວ່າງ ສູນກາງແນວລາວສ້າງຊາດ ກັບສະພາທີ່ປຶກສາການເມືອງແຂວງຢຸນນານ ພ້ອມທັງໄດ້ແລກປ່ຽນກ່ຽວກັບທິດທາງແຜນການທີ່ຈະສຶບຕໍ່ພົວພັນໃນຕໍ່ໜ້າວ່າ: ທັງສອງອົງການແຕ່ສູນກາງຮອດທ້ອງຖິ່ນ ຈະສຶບຕໍ່ແລກປ່ຽນບົດຮຽນ-ປະສົບການກ່ຽວກັບວຽກງານແນວໂຮມ, ແລກປ່ຽນວຽກງານວັດທະນະທຳ-ສັງຄົມ ແລະ ສຶກສາອົບຮົມປຸກລະດົມປະຊາຊົນຢູ່ຕາມລຽບຊາຍແດນລາວ-ຈີນ ໃຫ້ມີຄວາມສາມັກຄີກັນ, ໄປມາຫາສູ່ກັນ ແລະ ຄ້າຂາຍຮ່ວມກັນໃຫ້ຖຶກຕາມລະບຽບກົດໝາຍຂອງສອງປະເທດ ເພື່ອຮັກສາຄວາມສະຫງົບສຸກ ແລະ ພັດທະນາເສດຖະກິດ, ຊີວິດການເປັນຢູ່ ຂອງປະຊາຊົນ ໃຫ້ໄດ້ຮັບການພັດທະນາດີຂຶ້ນເທື່ອລະກ້າວ.
ຂ່າວ: ເຢ
ບກ: ແພງພັນ