ສູນກາງແນວລາວສ້າງຊາດ

Lao Front For National Development

ທ່ານ ຮອງປະທານຢ້ຽມຊົມຫ້ອງມູນເຊື້ອແນວລາວສ້າງຊາດ ຢູ່ເມືອງວຽງໄຊ

ທ່ານ ນາງ ຄຳຈັນ ພົມແສງສະຫວັນ ຮອງປະທານ ສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ຢ້ຽມຊົມຫ້ອງມູນເຊື້ອແນວລາວສ້າງຊາດ ຢູ່ເມືອງວຽງໄຊ ໃນໂອກາດເດີນທາງມາເຮັດວຽກ ຢູ່ແຂວງຫົວພັນ ໃນວັນທີ 24 ທັນວາ 2020. ໂອກາດນີ້, ທ່ານຮອງປະທານ ສູນກາງແນວລາວສ້າງຊາດ ໄດ້ມອບຜ້າຫົມ ແລະ ມຸ້ງ ໃຫ້ແນວລາວສ້າງຊາດ ເມືອງວຽງໄຊ ເພື່ອນຳໄປມອບໃຫ້ປະຊາຊົນທີ່ທຸກຍາກພາຍໃນເມືອງ; ເປັນກຽດກ່າວຮັບໂດຍ ທ່ານ ອ່ອນ ແພງພູວັນ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດ ເມືອງວຽງໄຊ.

info@lfnd.org.la | 021 213754 | (856-21) 453191