ທ່ານ ຈັນທະວົງ ແສນອາມາດມົນຕີ ຄະນະປະຈຳພັກ ຮອງປະທານສູນກາງແນວລາວສ້າງຊາດ ຕ້ອນຮັບການມາພົບປະຢ້ຽມຢາມ ຂອງ ທ່ານ ສຈ.ປອ ຈະເລີນ ເຍ່ຍປາວເຮີ ກຳມະການສູນກາງພັກ ຮອງປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໃນວັນທີ 30 ກັນຍາ 2022 ນີ້ທີ່ສູນກາງແນວລາວສ້າງຊາດ.
ທ່ານ ຮອງປະທານສະພາແຫ່ງຊາດ ໄດ້ແຈ້ງຈຸດປະສົງການມາເຮັດວຽກໃນຄັ້ງນີ້ ແລະ ໄດ້ເລົ່າຄືນປະຫວັດການເຄື່ອງໄຫວໂດຍຫຍໍ້ຂອງທ່ານ ໂດຍສະເພາະແມ່ນໄລຍະທີ່ທ່ານມາເປັນຮອງປະທານສູນກາງແນວລາວສ້າງຊາດ ໃຫ້ທ່ານຮອງປະທານສູນກາງແນວລາວສ້າງຊາດ ໄດ້ຮັບຊາບ.
ພ້ອມກັນນັ້ນ ທ່ານ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ທ່ານ ຍົກໃຫ້ເຫັນພາລະບົດບາດ, ສິດ ແລະ ໜ້າທີ່ຂອງແນວລາວສ້າງຊາດ; ໄດ້ຫວນຄືນປະຫວັດການກຳເນີດ, ການເຕີບໃຫຍ່ຂະຫຍາຍຕົວ ແລະ ມູນເຊື້ອອັນສະຫງ່າລາສີ ຂອງແນວລາວສ້າງຊາດ ຕະຫຼອດໄລຍະ 72 ປີຜ່ານມາ; ໄດ້ຍົກໃຫ້ເຫັນບັນດາແຜນງານ, ໂຄງການ, ກິດຈະຈຳ ແລະ 4 ການຫັນປ່ຽນຂອງວຽກງານແນວລາວສ້າງຊາດ ພ້ອມທັງໄດ້ກ່າວສະແດງຄວາມຍ້ອງຍໍສັນລະເສີນຕໍ່ຜົນງານການເຄື່ອນໄຫວຕະຫຼອດໄລຍະທີ່ຜ່ານມາ ຂອງທ່ານ ຈະເລີນ ເຍ່ຍປາວເຮີ ທີ່ໄດ້ປະກອບສ່ວນເຂົ້າໃນສອງໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.