ສູນກາງແນວລາວສ້າງຊາດ

Lao Front For National Development

ທ່ານ ຮອງປະທານສູນກາງແນວລາວສ້າງຊາດ ພົບປະຢ້ຽມຢາມ ແນວລາວສ້າງຊາດ ແຂວງ ສະຫວັນນະເຂດ

ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ພົບປະຢ້ຽມຢາມແນວລາວສ້າງຊາດແຂວງ ສະຫວັນນະເຂດ ໃນວັນທີ 14 ມັງກອນ 2022 ນີ້. ທີ່ຫ້ອງການແນວລາວສ້າງຊາດແຂວງ ໂດຍການຕ້ອນຮັບຂອງທ່ານ ຄໍາແພງ ເພັດທຸມພອນ ຄະນະປະຈໍາພັກແຂວງ ປະທານແນວລາວສ້າງຊາດແຂວງ.

ເຊິ່ງການພົບປະຢ້ຽມຢາມໃນຄັ້ງນີ້ ເພື່ອປຶກສາຫາລື ແລກປ່ຽນຄວາມຄິດເຫັນ ເພື່ອການສ້າງໂຄງການໃນການພັດທະນາພື້ນຖານໂຄງລ່າງ, ສ້າງຄວາມສາມັກຄີປອງດອງປະຊາຊົນລາວບັນດາເຜົ່າພາຍໃນເມືອງ ເປັນຕົ້ນ: ເປົ້າໝາຍ ກໍຄື ເມືອງ ນອງ ເຊິ່ງແນ່ໃສ່ໃນການພັດທະນາດ້ານການສຶກສາ ໂດຍການສ້າງ-ປັບປຸງໂຮງຮຽນ, ອຸປະກອນການຮຽນ-ການສອນ, ການສ້າງ-ປັບປຸງວຽກງານສາທາລະນະສຸກ, ວັດວາອາຮາມ, ວຽກງານຊຸກຍູ້ສົ່ງເສີມກອງທຶນພັດທະນາຂັ້ນບ້ານ, ວຽກງານສົ່ງເສີມການປູກຟັງ, ລ້ຽງສັດໃຫ້ກາຍເປັນສິນຄ້າ, ວຽກງານກະສິກໍາ ແລະ ວຽກງານ ອື່ນໆທີ່ກ່ຽວຂ້ອງ ເພື່ອປັບປຸງຊິວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ແລະ ກາຍເປັນເມືອງທີ່ພົ້ນທຸກໃນຕໍ່ໜ້າ.

ນອກຈາກນັ້ນ, ທ່ານຮອງປະທານ ສນຊ ຍັງໄດ້ມອບເຄື່ອງຊ່ວຍເຫຼືອຈໍານວນໜຶ່ງໃຫ້ແນວລາວສ້າງຊາດແຂວງ ເພື່ອນໍາໄປມອບຕໍ່ໃຫ້ບັນດາເມືອງໃນແຂວງຕື່ມອີກ. ຫລັງຈາກນັ້ນ, ທ່ານຮອງປະທານສູນການແນວລາວສ້າງຊາດ ພ້ອມຄະນະໄດ້ໄປພົບປະຢ້ຽມຢາມ ຄະນະກໍາມະການສູນກາງແນວລາວສ້າງຊາດ ແລະ ກໍາມະການແນວລາວສ້າງຊາດແຂວງ ສະຫວັນນະເຂດຕື່ມອີກ.

 

 

info@lfnd.org.la | 021 213754 | (856-21) 453191