ໃນລະຫວ່າງວັນທີ 22-25 ສິງຫາ 2022 ນີ້, ທ່ານ ຄໍາເຜີຍ ບຸດດາວຽງ ກໍາມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ສໍາເລັດການເຄື່ອນໄຫວ ແລະ ເຮັດວຽກຢູ່ຈຸດສຸມພັດທະນາບ້ານ ຜາເມືອງ, ເມືອງບໍລິຄັນ, ແຂວງບໍລິຄໍາໄຊ ແລະກຸ່ມບ້ານ ລັ້ງຈອງ, ເມືອງພູກູດ, ແຂວງຊຽງຂວາງ.
ສໍາລັບການພົບປະໂອ້ລົມ ອໍານາດການປົກຄອງ ແລະປະຊາຊົນລາວບັນດາເຜົ່າ ຢູ່ຈຸດສຸມພັດທະນາ ບ້ານຜາເມືອງ ໃນພິທີ ມີທ່ານ ບຸນຄໍາ ໄຊລໍ່ເຍ່ຍວື່ ຄະນະປະຈໍາພັກແຂວງ, ປະທານແນວລາວສ້າງຊາດແຂວງບໍລິຄໍາໄຊ, ມີທ່ານ ປະທານແນວລາວສ້າງຊາດ ເມືອງບໍລິຄັນ ແລະອໍານາດການປົກຄອງ ພ້ອມດ້ວຍປະຊາຊົນລາວບັນດາເຜົ່າເຂົ້າຮ່ວມ.


ສ່ວນການໂອ້ລົມຢູ່ກຸ່ມບ້ານ ລັ້ງຈອງ, ເມືອງພູກູດ, ແຂວງຊຽງຂວາງ, ມີທ່ານ ເລຂາພັກເມືອງ, ເຈົ້າເມືອງໆພູກູດ, ມີທ່ານ ຮອງປະທານແນວລາວສ້າງຊາດ ແຂວງຊຽງຂວາງ, ອານາດການປົກຄອງ ແລະປະຊາຊົນບັນດາເຜົ່າ ເຂົ້າຮ່ວມ. ໃນພິທີພົບປະໂອ້ລົມຢູ່ສອງຈຸດດັ່ງກ່າວ, ທ່ານນາຍບ້ານກໍໄດ້ລາຍງານສະພາບ ແລະ ຈຸດພິເສດ ຂອງບ້ານ ພ້ອມຍົກໃຫ້ເຫັນຜົນງານດ້ານດີ ແລະຂໍ້ຄົງຄ້າງຈໍານວນໜຶ່ງໃຫ້ຮັບຊາບ.


ກ່ອນອື່ນ ທ່ານ ຮອງປະທານສູນກາງແນວລາວສ້ງຊາດ ກໍໄດ້ສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ບັນດາຜົນງານຂອງບ້ານຜາເມືອງ ແລະ ບ້ານລັ້ງຈອງທີ່ຍາດມາໄດ້ ແຕ່ຄຽງຄູ່ກັບຜົນສຳເລັດທີ່ກ່າວມານັ້ນຮຽກຮ້ອງໃຫ້ອຳນາດການປົກຄອງ, ແນວລາວສ້າງຊາດ ແລະອົງການຈັດຕັ້ງມາຫາຊົນຂັ້ນບ້ານຕ້ອງສືບຕໍ່ປຸກລະດົມຂົນຂວາຍປະຊາຊົນບັນດາເຜົ່າຮັກສາມູນເຊື້ອຄວາມວາມັກຄີປອງດອງເປັນປືກແຜ່ນ ເປັນຈິດໜຶ່ງໃຈດຽວ ພ້ອມກັນປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ, ສືບຕໍ່ປຸກລະດົມປະຊາບັນດາເຜົ່າພາຍໃນບ້ານເຂົ້າຮ່ວມຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນ,ຊຸກຍຸ້ຂະບວນການຜະລິດເປັນສິນຄ້າຕາມທ່າແຮງບົ່ມຊ້ອນຂອງແຕ່ລະຄອບຄົວເພື່ອແນ່ໃສ່ເຮັດໃຫ້ປະຊາຊົນບັນດາເຜົ່າລຸດພົ້ນອອກຈາກຄວາມດ້ວຍພັດທະນາເທື່ອລະກ້າວ, ພ້ອມກັນເສີມຂະຫຍາຍຮີດຄອງປະເພນີອັນດີງາມຂອງປະຊາຊົນບັນດາເຜົ່າ ໃຫ້ຍືນຍົງຂົງຕົວ, ພ້ອມນີ້,ຕ້ອງຄ່ອຍໆຕີຖອຍຮີດຄອງປະເພນີທີ່ເກົ່າແກ່ລ້າຫຼັງທີ່ຂັດກັບແນວທາງນະໂຍບາຍຂອງພັກ-ລັດ.
ເພື່ອເຮັດໃຫ້ການພັດທະນາເສດທະກິດ-ສັງຄົມມີຄວາມຍືນຍົງ,ມີຄວາມສະຖຽນລະພາບ, ມີຄວາມສະຫງົບນັ້ນ ໃຫ້ແຕ່ລະພາກສ່ວນຕ້ອງເອົາໃຈໃສ່ເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຄວາມສະຫງົບນັ້ນຕ້ອງໄດ້ເລີ່ມຈາກຫົວໜ່ວຍຄອບຄົວຂື້ນມາ, ແຕ່ລະຄອບຄົວຕ້ອງໄດ້ຄຸ້ມຄອງ, ຊີ້ນຳ, ນຳພາ, ສືກສາອົມຮົມໃຫ້ລູກຫຼານຕ້ອງຫ່າງໄກຈາກທຸກປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂື້ນໃນສັງຄົມ; ໃຫ້ລູກຫຼານຕ້ອງເປັນພົນລະເມືອງດີຂອງຊາດ, ປາສະຈາກໄພສັງຄົມຕ່າງໆເຊັ່ນ:ບັນຫາຢາເສບຕິດ, ຂີ້ລັກງັດແງ່ ແລະບັນຫາການຄ້າມະນຸດ, ສືບຕໍ່ພ້ອມກັນຕ້ານແລະສະກັດກັ້ນພະຍາດໂຄວິດ 19 ແລະພະຍາດຕ່າງໆທີ່ເກີດຂື້ນຕາມລະດູການ, ການດຳລົງຊິວິດຂອງປະຊາຊົນໃຫ້ຖືກຕ້ອງຕາມຫຼັກອະນາໄມສາມສະອາດທີ່ກະຊວງສາທາລະນະສຸກໄດ້ວາງອອກ.
ໃນໂອກາດນີ້ກໍ່ໄດ້ມອບເງິນນຳນວນໜື່ງໃຫ້ສອງບ້ານດັ່ງກ່າວ ທີ່ໄດ້ລະດົມທືນຈາກຄະນະທີ່ປືກສາວຽກງານຊົນເຜົ່າສູນກາງແນວລາວສ້າງຊາດ ແລະມູມນີທີຊ່ວຍເຫຼືອຄວາມທຸກຍາກສາຂານະຄອນຫຼວງວຽງຈັນເພື່ອເປັນການຊຸກຍູ້ໃຫ້ແກ່ປະຊາຊົນ.
