ສູນກາງແນວລາວສ້າງຊາດ

Lao Front For National Development

ທ່ານ ຮອງປະທານສູນກາງແນວລາວສ້າງຊາດ ພົບປະຄະນະຄົນເຊື້ອຊາດລາວຢູ່ຕ່າງປະເທດ

ໃນວັນທີ 2 ພະຈິກ 2023 ນີ້,  ທີ່ສູນກາງແນວລາວສ້າງຊາດ(ສນຊ) ທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ ໄດ້ຕ້ອນຮັບການເຂົ້າພົບປະຢ້ຽມຢາມ ຂອງຄະນະສະມາຄົມກ໊ອບພີ່ນ້ອງຄົນເຊື້ອຊາດລາວຈາກສະຫະລັດອາເມລິກາ, ອົດສະຕຣາລີ ແລະ ນິວຊີແລນ ນຳພາໂດຍ ທ່ານ ຈັນສະໝອນ ເມກດາລາ ປະທານສະມາຄົມກ໊ອບລາວດີຊີ ແລະ ມີ ທ່ານ ດຣ ຈັນເພັງ ສຸດທິວົງ ຮອງປະທານສູນກາງແນວລາວສ້າງຊາດ, ຮອງປະທານຄະນະກຳມະການພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ຂອງທັງສອງຝ່າຍເຂົ້າຮ່ວມ.

ໂອກາດນີ້, ທ່ານ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ຕໍ່ຄະນະນັກກິລາກ໊ອບທີ່ໄດ້ມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ແລະ ທ່ານ ຍັງໄດ້ຍົກໃຫ້ເຫັນສະພາບລວມໃນການສ້າງສາພັດທະນາປະເທດຊາດ, ພາລະບົດບາດ, ສິດ ແລະ ໜ້າທີ່ຂອງອົງການແນວລາວສ້າງຊາດ ໂດຍຫຍໍ້ ໃນຄະນະໄດ້ຮັບຊາບ. ພ້ອມກັນນັ້ນ, ທ່ານ ຍັງໄດ້ໃຫ້ຮູ້ຕື່ມອີກວ່າພັກ ແລະ ລັດ ຍາມໃດກໍໃຫ້ຄວາມສຳຄັນຕໍ່ພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດ ແລະ ຖືເປັນພາກສ່ວນໜຶ່ງທີ່ບໍ່ສາມາດຕັດແຍກອອກຈາກວົງຄະນະຍາດແຫ່ງຊາດໄດ້, ທັງເປັນກຳລັງແຮງໃນການພັດທະນາປະເທດຊາດ; ຄຽງຄູ່ກັນນັ້ນອົງການແນວລາວສ້າງຊາດ ກໍໄດ້ກໍານົດນະໂຍບາຍຕໍ່ພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດ ຄື: “ໃຫ້ການຮ່ວມມື ແລະ ເສີມຂະຫຍາຍບົດບາດຂອງທີ່ປຶກສາ ແລະ ຜູ້ຮ່ວມງານອົງການແນວລາວສ້າງຊາດຢູ່ຕ່າງປະເທດ ເປັນຜູ້ເຕົ້າໂຮມຄວາມສາມັກຄີພີ່ນ້ອງເຊື້ອຊາດລາວຢູ່ອ້ອມຂ້າງຕົນ ແລະ ດຳເນີນກິດຈະກຳຕ່າງໆ ເພື່ອປະກອບສ່ວນເຂົ້າໃນການສ້າງສາປະເທດຊາດ; ສະນັ້ນ, ໃນການສ້າງຂະບວນການແຂ່ງຂັນກິລາຕີກ໊ອບມິດຕະພາບ ຂອງສະມາຄົມກ໊ອບລາວດີຊີໃນຄັ້ງນີ້ ກໍເປັນການສ້າງຄວາມສາມັກຄີຮັກແພງ ລະຫວ່າງຄົນລາວດ້ວຍກັນໃຫ້ຍືນຍົງຕະຫຼອດໄປ.

ປະທານສະມາຄົມກ໊ອບລາວດີຊີ ກໍ່ໄດ້ກ່າວສະແດງຄວາມຂອບໃຈເປັນຍິ່ງ ຕໍ່ທ່ານຮອງປະທານສູນກາງແນວລາວສ້າງຊາດ ທີ່ໄດ້ຕ້ອນຮັບຄະນະຢ່າງອົບອຸ່ນ ແລະ ໄດ້ລາຍງານຈຸດປະສົງການມາຢ້ຽມຢາມ ສປປ ລາວໃນຄັ້ງນີ້ ໃຫ້ທ່ານຮອງປະທານສູນກາງແນວລາວສ້າງຊາດ ໄດ້ຮັບຊາບ. ພ້ອມກັນນັ້ນ, ຄະນະຄົນເຊື້ອຊາດລາວຍັງໄດ້ໄປທ່ຽວຊົມຫໍມູນເຊື້ອແນວລາວສ້າງຊາດຕື່ມອີກ.

ຂ່າວ: ເຢ

ບກ: ອິນທະຫວາ

info@lfnd.org.la | 021 213754 | (856-21) 453191