ສູນກາງແນວລາວສ້າງຊາດ

Lao Front For National Development

ທ່ານ ຮອງປະທານສູນກາງແນວລາວສ້າງຊາດ ຕ້ອນຮັບ ຜູ້ຕາງໜ້າຂອງອົງການອາຫານໂລກ ຄົນໃໝ່ ປະຈຳ ສປປ ລາວ

     ທ່ານ ນ. ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ມາກ ແອນເດຣ ພລັອດ (Marc Andre PROST) ຜູ້ຕາງໜ້າອົງການອາຫານໂລກ ປະຈຳ ສປປ ລາວ ຄົນໃໝ່ ປະ ຈຳ ສປປ ລາວ ພ້ອມດ້ວຍຄະນະ ໃນໂອກາດທີ່ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ໃນ ສປປ ລາວ. ທີ່ສູນກາງແນວລາວສ້າງຊາດ ໃນວັນທີ 08 ພະຈິກ 2023 ນີ້.
     ໃນໂອກາດນີ້, ທ່ານ ນ. ອິນລາວັນ ແກ້ວບຸນພັນ ໄດ້ສະແດງຄວາມຊົມເຊີຍ, ຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການພົວພັນຮ່ວມມືສອງຝ່າຍ ພ້ອມທັງຕີລາຄາສູງຕໍ່ການຮ່ວມມື ແລະ ຊ່ວຍເຫຼືອຂອງອົງການອາຫານໂລກ ຕໍ່ລັດຖະ ບານ ສປປ ລາວ ໃນໄລຍະຜ່ານມາ ຊຶ່ງໄດ້ຈັດຕັ້ງປະຕິບັດບັນດາໂຄງການ ແລະ ກິດຈະກໍາຕ່າງໆ ພາຍໃຕ້ແຜນງານຂອງອົງການອາຫານໂລກ ເຊິ່ງເປັນການປະກອບສ່ວນສໍາຄັນຕໍ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍຄືໃນການແກ້ໄຂບັນຫາ ດ້ານໂພຊະນາການ, ການຄ້ຳປະກັນສະບຽງອາຫານ ແລະ ການເຂົ້າເຖິງການສຶກສາ, ສາທາລະນະສຸກ ຂອງປະຊາຊົນບັນດາເຜົ່າ ໃນເຂດຊົນນະບົດ ແລະ ເຂດຫ່າງໄກສອກຫລີກ; ພ້ອມກັນນີ້, ທ່ານ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຂອບໃຈຢ່າງສູງ ຕໍ່ການສະໜັບສະໜູນ, ຊ່ວຍເຫຼືອຂອງ ອົງການອາຫານໂລກ ໃນໄລ ຍະຜ່ານມາ ແລະ ຫວັງວ່າພາຍໃຕ້ການນໍາພາຂອງຜູ້ຕາງໜ້າອົງການອາຫານໂລກ ຄົນໃໝ່ປະຈຳ ສປປ ລາວ ຈະສືບຕໍ່ໃຫ້ການຊ່ວຍເຫຼືອລັດຖະບານ ສປປ ລາວ ຢ່າງແຂງແຮງ ກໍຄືສືບຕໍ່ໃຫ້ການສະໜັບສະໜູນ, ພົວພັນຮ່ວມມືກັບສູນກາງແນວລາວສ້າງຊາດ ໂດຍສ້າງເປັນແຜນວຽກ, ແຜນງານ, ໂຄງການລະອຽດ ເພື່ອໃຫ້ການຊ່ວຍເຫຼືອບັນດາເປົ້າໝາຍທີ່ຢູ່ຊົນນະບົດ-ເຂດຫ່າງໄກສອກຫຼີກຫຼາຍຂຶ້ນ.
     ໂອກາດດັ່ງກ່າວນີ້, ທ່ານ ມາກ ແອນເດຣ ພລັອດ (Marc Andre PROST) ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງ ທ່ານ ນ. ອິນລາວັນ ແກ້ວບຸນພັນ ຮອງປະທານສູນກາງແນວລາວສ້າງຊາດ ແລະ ຢືນຢັນວ່າ ອົງການອາຫານໂລກ ຈະສືບຕໍ່ໃຫ້ການຮ່ວມມືຢ່າງເຕັມສ່ວນ ກັບ ລັດຖະບານ ສປປ ລາວ ໃນການຈັດຕັ້ງປະຕິບັດແຜນການຮ່ວມມື ລະຫວ່າງ ອົງການ ແລະ ລັດຖະບານລາວ ໃຫ້ໄດ້ຮັບໝາກຜົນສູງສຸດ ແລະ ຍັງໄດ້ໃຫ້ຮູ້ກ່ຽວກັບພາ ລະບົດບາດ ໜ້າທີ່ຂອງອົງການອາຫານໂລກ ໂດຍສະເພາະ ການຮ່ວມມື ແລະ ການສະໜັບສະໜູນ ຂະແໜງການຕ່າງໆ ຢູ່ ສປປ ລາວ ເພື່ອຊ່ວຍໃຫ້ປະເທດລາວ ຫລຸດພົ້ນອອກຈາກປະເທດດ້ອຍພັດທະນາ, ເຊິ່ງອົງການອາຫານໂລກໄດ້ວາງ 4 ເປົ້າໝາຍຍຸດທະສາດເປັນຕົ້ນ: ເສີມຂະຫຍາຍ ແລະ ສ້າງຄວາມເຂັ້ມແຂງໃຫ້ແຜນງານ ອາຫານທ່ຽງຂອງລັດ ຖະບານ, ສະໜັບສະໜູນວຽກງານປ້ອງກັນການຂາດໂພຊະນາການ, ວຽກງານເສີມສ້າງຄວາມເຂັ້ມແຂງໃຫ້ແກ່ປະຊາ ຊົນ ໃນເຂດທີ່ມີຄວາມສ່ຽງຕໍ່ການເກີດໄພພິບັດ ໂດຍການເພີ່ມຄວາມອາດສາມາດ ໃນການປັບຕົວຕໍ່ການປ່ຽນແປງຂອງອາກາດ ແລະ ການຄຸ້ມຄອງໄພພິ ບັດ, ສະໜັບສະໜູນລັດຖະບານ ໃນການຊ່ວຍເຫລືອສຸກເສີນຕໍ່ໄພພິບັດ. ທ່ານ ມາກ ແອນເດຣ ພລັອດ (Marc Andre PROST) ໄດ້ກ່າວຕື່ມວ່າ: ເພື່ອໃຫ້ບັນລຸເປົ້າໝາຍດັ່ງກ່າວ, ອົງການອາຫານໂລກ ໄດ້ຮ່ວມມືກັບລັດຖະບານລາວ ແລະ ພາກສ່ວນຕ່າງໆ ສືບຕໍ່ສະໜັບສະໜູນ ແລະ ຊຸກຍູ້ສົ່ງເສີມ ໃນການແກ້ໄຂບັນຫາ ດ້ານໂພຊະນາການ, ການຄ້ຳປະກັນສະບຽງອາຫານ ແລະ ການເຂົ້າເຖິງການສຶກສາ, ສາທາລະນະສຸກ ຂອງປະຊາຊົນບັນດາເຜົ່າ ໃນເຂດຊົນນະ ບົດ ແລະ ເຂດຫ່າງໄກສອກ ຫລີກ ຕິດພັນກັບຜະລິດກະສິກໍາ ເພື່ອເຮັດໃຫ້ປະຊາຊົນ ແລະ ເດັກນ້ອຍໃນເຂດດັ່ງກ່າວ ໄດ້ມີໂພຊະນາການທີ່ດີຂຶ້ນ.
info@lfnd.org.la | 021 213754 | (856-21) 453191