ທ່ານ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ ໄດ້ຕ້ອນຮັບການເຂົ້າພົບປະຢ້ຽມຢາມ ຂອງທ່ານ ຄຳອິນ ຄິດຈະເດດ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳປະ ເທດຝຣັ່ງ, ມີ ທ່ານ ຈູມຄຳ ຫຼວງວັນ ກຳມະການສູນກາງແນວລາວສ້າງຊາດ, ປະທານສຳພັນຄົນລາວທີ່ປະເທດຝຣັ່ງ ພ້ອມດ້ວຍຄະນະ, ມີບັນດາທ່ານຮອງຫົວໜ້າກົມ, ຫ້ອງການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ໃນວັນທີ 10 ພະຈິກ 2023 ນີ້ ທີ່ສູນກາງແນວລາວສ້າງຊາດ(ສນຊ).
ໂອກາດນີ້, ທ່ານ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ຕໍ່ຄະນະທີ່ໄດ້ມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ແລະ ທ່ານຍັງໄດ້ຍົກໃຫ້ເຫັນສະພາບລວມໃນການສ້າງສາພັດທະນາປະເທດຊາດ, ພາລະບົດບາດ, ສິດ ແລະ ໜ້າທີ່ຂອງອົງການແນວລາວສ້າງຊາດ ໂດຍຫຍໍ້. ພ້ອມກັນນັ້ນ, ທ່ານ ຍັງໄດ້ໃຫ້ຮູ້ຕື່ມອີກວ່າພັກ ແລະ ລັດ ຍາມໃດກໍໃຫ້ຄວາມສຳຄັນຕໍ່ພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດ ແລະ ຖືເປັນພາກສ່ວນໜຶ່ງທີ່ບໍ່ສາມາດຕັດແຍກອອກຈາກວົງຄະນະຍາດແຫ່ງຊາດໄດ້, ທັງເປັນກຳລັງແຮງໃນການພັດທະນາປະເທດຊາດ. ສະ ນັ້ນ, ໃນການເຂົ້າທອດກອງມະຫາກະຖິນສາມັກຄີ ແລະ ການເຄື່ອນໄຫວກິດຈະກຳຕ່າງໆ ຢູ່ ສປປ ລາວ ໃນຄັ້ງນີ້ ກໍເປັນການສ້າງຄວາມສາມັກຄີຮັກແພງ ລະຫວ່າງຄົນລາວດ້ວຍກັນໃຫ້ຍືນຍົງຕະຫຼອດໄປ.
ໂອກາດດັ່ງກ່າວນີ້, ທ່ານ ຄຳອິນ ຄິດຈະເດດ ໄດ້ສະແດງຄວາມຂອບໃຈເປັນຍິ່ງ ຕໍ່ທ່ານຮອງປະທານສູນກາງແນວລາວສ້າງຊາດ ພ້ອມຄະນະທີ່ໄດ້ຕ້ອນຮັບຢ່າງອົບອຸ່ນ. ພ້ອມທັງໄດ້ລາຍງານຈຸດປະສົງ ແລະ ແຜນການເຄື່ອນ ໄຫວການມາຢ້ຽມຢາມ ສປປ ລາວໃນຄັ້ງນີ້ ໃຫ້ທ່ານຮອງປະທານສູນກາງແນວລາວສ້າງຊາດ ໄດ້ຮັບຊາບ.
