ສູນກາງແນວລາວສ້າງຊາດ

Lao Front For National Development

ທ່ານ ຮອງປະທານ ສນຊ ລົງເຄື່ອນໄຫວຊຸກຍູ້ເຮັດວຽກຢູ່ແຂວງເຊກອງ

ວັນທີ 10 ພະຈິກ 2020 ທ່ານ ຄຳເຜີຍ ບຸດດາວຽງ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະໄດ້ເຄື່ອນໄຫວເຮັດວຽກຢູ່ແຂວງເຊກອງເຊິ່ງໄດ້ຮັບການຕ້ອນຮັບຈາກທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງໆເຊກອງ ໃນນີ້, ໄດ້ພົບປະປືກສາຫາລືການພັດທະນາເສດຖະກິດ-ສັງຄົມຂອງແຂວງ, ວຽກງານການເຕົ້າໂຮມຄວາມສາມັກຄີປອງດອງ ຂອງປະຊາຊົນລາວບັນດາເຜົ່າຕິດພັນກັບການແກ້ໄຂຄວາມທຸກຍາກໃຫ້ປະຊາຊົນເປັນ ຕົ້ນແມ່ນການຊຸກຍູ້ການຜະລິດເປັນສິນຄ້າ
ຫຼັງຈາກນີ້, ທ່ານ ຄຳເຜິຍ ບຸດດາວຽງ ໄດ້ພົບປະໂອ້ລົມພະນັກງານແນວລາວສ້າງຊາດແຂວງ ເຊິ່ງໄດ້ຮັບຟັງການລາຍງານວຽກງານແນວລາວສ້າງຊາດແຂວງ ຈາກທ່ານ ນ. ບຸນຮຽງ ບຸນຈິດ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງເຊກອງເຊິ່ງຄະນະກຳມະການແນວລາວສ້າງຊາດແຂວງໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ແກ່ຖັນແຖວສະມາຊິກພັກ, ພະນັກງານ, ປະຊາຊົນລາວບັນດາເຜົ່າໃຫ້ມີຄວາມເຊື່ອໝັ້ນຕໍການນຳພາຂອງພັກ.
ທ່ານ ຄຳເຜິຍ ບຸດດາວຽງ ໄດ້ໂອ້ລົມພະນັກງານແນວລາວສ້າງຊາດແຂວງເຊິ່ງກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໄລຍະຜ່ານມາ ພ້ອມກັນນີ້, ທ່ານໄດ້ຍົກໃຫ້ເຫັນຄວາມສຳຄັນຂອງອົງການແນວລາວສ້າງຊາດເຊິ່ງເປັນອົງການເຕົ້າໂຮມຄວາມສາມັກຄີປະຊາຊົນລາວບັນດາເຜົ່າ ແລະ ທ່ານໄດ້ເນັ້ນໃຫ້ແນວລາວສ້າງຊາດແຂວງຈົ່ງເອົາໃຈໃສ່ສຶກສາອົບຮົມປະຊາຊົນຢ່າງໄກ້ສິດຕິດແທດເພື່ອເກັບກຳໄດ້ແນວຄວາມຄິດ, ຄວາມມຸ່ງໜາກປາຖະໜາຂອງປະຊາຊົນ, ຕິດຕາມການເຄື່ອນໄຫວຂອງສະມາຊິກສະພາແຫ່ງຊາດ, ສະພາແຂວງ ເພື່ອລາຍງານຕໍ່ກອງປະຊຸມແຕ່ລະຄັ້ງຂອງສະພາ, ປຸກລະດົມໃຫ້ປະຊາຊາຊົນລາວບັນດາເຜົ່າເຂົ້າຮ່ວມທຸກຂະບວນການທີ່ສຳຄັນຂອງພັກ ຂອງຊາດເປັນຕົ້ນແມ່ນປະຕິບັດສອງໜ້າທີຍຸດທະສາດການສ້າງສາພັດທະນາປະເທດຊາດໃຫ້ຈະເລີນເປັນກ້າວໆ.

 

 

info@lfnd.org.la | 021 213754 | (856-21) 453191