ໃນວັນທີ 6 ມີນາ 2018, ອົງການພຸດທະສາສະໜາສຳພັນລາວ (ອພສ) ໄດ້ຈັດພິທີປາຖະກະຖາທັມ ພິເສດ ເພື່ອເປັນທັມມະທານ ໃນຫົວຂໍ້ “ພະພຸດທະສາສະໜາ ກັບການພັດທະນາຄຸນນະພາບຊີວິດ”, ອຸປະຖຳໂດຍຄອບຄົວ ຈຸລາມະນີ ໂປ້ຍຊຽນ, ໂດຍການເປັນປະທານຂອງ ພະອາຈານໃຫຍ່ ປອ. ມະຫາເຫວດ ມະເສໄນ ຮອງປະທານສູນກາງ ອພສ, ມີທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວວສ້າງຊາດ, ຄອບຄົວການນຳພັກ-ລັດ, ພໍ່ຄ້າ-ຊາວຂາຍ, ພໍ່-ແມ່ປະຊາຊົນ ແລະ ນັກຮຽນ-ນັກສຶກສາ ເຂົ້າຮ່ວມຢູ່ທີຫໍວັດທະນະທຳແຫ່ງຊາດ;
ໃນພິທີຄັ້ງນີ້, ໄດ້ຮັບຟັງທັມມະທານ ທີ່ມີປະໂຫຍດຕໍ່ສັງຄົມຫຼາຍເປັນຕົ້ນ: ການມີສິນທຳ-ມີຄຸນນະທຳ, ສິ່ງທີ່ມີແລ້ວຈົ່ງພູມໃຈ, ຫຼັກທົ່ວຂ່າວວິພາກການແຍກແຍະຊັບສົມບັດ, ການນຳໃຊ້ສົມບັດ ແລະ ສິ່ງປະຈຳວັນຂອງພວກເຮົາໃຫ້ດີໃຫ້ສອດຄ່ອງໃຫ້ເໝາະສົມ, ຫຼັກປະການສັງຄົມກໍຄືສິນຫ້ານັ້ນ, ຊີວິດທີ່ດີຕ້ອງມີ 5 ຄຸນ ແລະ ກະຖາ 9 ຢ່າງ;
ການຈັດພິທີຄັ້ງນີ້, ເພື່ອເຮັດໃຫ້ປະຊາຊົນບັນດາເຜົ່າ, ນັກຮຽນ, ນັກສຶກສາ ແລະ ພະນັກງານ-ລັດຖະກອນ ສາມາດນຳເອົາຫຼັກທໍາໄປປະຍຸກໃຊ້ໃນຊິວິດປະຈຳວັນ, ມີຄວາມຮູ້ຄຽງຄູ່ຄຸນນະທຳ, ດໍາລົງຊິວິດຢ່າງມີສະຕິ ແລະ ຄວາມສັນຕິສຸກ, ໄດ້ຮັບການພັດທະນາຄຸນນະທໍາ-ຈະຣິຍະທໍາ ເຊິ່ງເປັນພື້ນຖານການພັດທະນາສັງຄົມ ແລະ ປະເທດຊາດ ໃຫ້ມີຄວາມຮຸ່ງເຮືອງຕະຫຼອດໄປ.